ກະຊວງປ້ອງກັນຄວາມສະຫງົບ ສາມາດຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໄດ້ເປັນຈຳນວນຫລາຍ

ແຫລ່ງຂ່າວຄວາມສະຫງົບ ລາຍງານວ່າ: ປີ 2021 ນີ້, ຄະນະກໍາມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ ສາມາດຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກການ ຄ້າມະນຸດ ໄດ້ 80 ຄົນ, ຍິງ 72 ຄົນ, ໃນນັ້ນມີຜູ້ອາຍຸຫນ້ອຍກວ່າ 18 ປີເປັນຍິງ 59 ຄົນ.

ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕີ, ປະທານຄະນະກໍາມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດວ່າ: ຜ່ານມາ, ພວກເຮົາ ໄດ້ເອົາ ໃຈໃສ່ຕໍ່ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍຖືເອົາການ ໂຄສະນາ,ສຶກສາອົບຮົມ, ຊຸກຍູ້, ສົ່ງເສີມການພັດທະນາແມ່ຍິງ ແລະຊ່ວຍເຫລືອຜູ້ຕົກເປັນເຫຍື່ອຂອງຂະບວນການດັ່ງກ່າວໃຫ້ມີປະສິດທິຜົນເຊັ່ນ :  ການດໍາເນີນຄະດີຕໍ່ຜູ້ໃຊ້ຄວາມຮຸນແຮງຢ່າງຖືກຕ້ອງ ແລະ ວ່ອງໄວ, ນອກນີ້ກຳລັງປກສ ຍັງມີສາຍດ່ວນ 1632 ແລະ 1300 ຮັບແຈ້ງຄວາມໃນກໍລະນີມີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ການຄ້າມະນຸດເພື່ອໃຫ້ສັງຄົມເປັນຫູເປັນຕາຊ່ວຍກັນຕ້ານຂະບວນການນີ້ດັ່ງຜ່ານມາໃນປີ 2021 ນີ້ເຈົ້າຫນ້າທີ່ຈິ່ງສາມາດຊ່ວຍເຫຼືອແມ່ຍິງຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ຄ້າມະນຸດໄດ້ເປັນຈຳນວນຫລາຍ.

อาจเป็นรูปภาพของ 1 คน และ ข้อความ

ປະທານ ຄະນະກໍາມາທິການເພື່ອຄວາມກ້າວຫນ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ຕື່ມວ່າ: ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນພຶດຕິກໍາທີ່ຈະເຮັດໃຫ້ເກີດອັນຕະລາຍ, ຄວາມເສຍຫາຍຕໍ່ຄວາມສະງົບ ແລະ ຈິດໃຈ ຂອງຜູ້ຖືກເຄາະຮ້າຍ. ດັ່ງນັ້ນສັງຄົມຈະຕ້ອງໄດ້ເພີ່ມຄວາມຮັບຜິດຊອບປົກປ້ອງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກຂະບວນການດັ່ງກ່າວໃຫ້ດີຂຶ້ນກ່ວາເກົ່າ. ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແມ່ນການກະທໍາຜິດທາງອາຍາ ເພາະ ເປັນການລະເມີດສິດທິຂັ້ນພື້ນຖານຂອງມະນຸດ ຊຶ່ງເຈົ້າຫນ້າທີ່ຕໍາຫຼວດ ສາມາດເອົາຜູ້ກະທໍາຜິດມາດໍາເນີນຄະດີຕາມລະບຽບກົດໝາຍໄດ້.