ບິນລີ້ ເກດແກ້ວພົມພອນ ເປີດໃຈ ຫລັງເສີມທັບທີມຊາດລາວພົບ ທີມຊາດຫວຽດນາມ

ການແຂ່ງຂັນບານເຕະ ຊິງແຊັມ ອາຊີຊູຊຸກິຄັບ 2020 ຫລື AFF SUZUKI CUP 2020 ທີ່ເລື່ອນການແຂ່ງຂັນມາຈັດໃນທ້າຍປີນີ້ ໂດຍໃນຮອບຄັດເລືອກແບ່ງກຸ່ມໆ B ທີມຊາດລາວໄດ້ດຶງເອົານັກກິລາເຊື້ອຊາດລາວທີ່ມີປະສົບການແຂ່ງຂັນຢູ່ຕ່າງປະເທດ ມາເສີມທັບເຊັ່ນ: ບິນລີ້ ເກດແກ້ວພົມພອນ ທີ່ຫລິ້ນຢູ່ປະເທດຝຣັ່ງ, ຊິດຊະນົກ ໄຊຍະເສນສຸລິນທອນ ຫລິ້ນຢູ່ໃນໄທລີກ ແຕ່ປີ 2013 ເພື່ອສ້າງຂວັນກຳລັງໃຈໃຫ້ທີມ
ໃນນັດທຳອິດທີ່ລົງແຂ່ງຂັນຕອນຄ່ຳວັນທີ 6 ທັນວາ 2021 ຢູ່ປະເທດສິງກະໂປ, ທີມຊາດລາວລົງສະໜາມປະທະບີແຄ່ງກັບທີມແຂງຄື ທີມຊາດຫວຽດນາມ ແລະ ຜົນການແຂ່ງຂັນ ເສຍ 0-2 ປະຕູ. ເຖິງວ່າ ຜົນງານອອກມາບໍ່ໄດ້ດັ່ງຄາດຫວັງ, ແຕ່ນັກກິລາບານເຕະ ບິນລີ້ ເກດແກ້ວພົມພອນ ໄດ້ເປີດເຜີຍວ່າ ພູມໃຈທີ່ໄດ້ນຸ່ງເສື້ອທີ່ມີກາທຸງຊາດລາວ: “ຂ້ອຍຮູ້ສຶກເປັນກຽດ ແລະ ດີໃຈຫລາຍທີ່ໄດ້ລົງສະໜາມຮັບໃຊ້ທີມຊາດລາວເປັນຄັ້ງທຳອິດ ເຖິງວ່າຜົນການແຂ່ງຂັນອອກມາບໍ່ໄດ້ຕາມພວກເຮົາຫວັງໄວ້, ແຕ່ພວກເຮົາສູ້ຈົນເຖິງທີ່ສຸດ. ຂ້ອຍຮູ້ສຶກຕື້ນຕັນໃຈທີ່ໄດ້ຍິນສຽງເພງຊາດລາວດັງຂຶ້ນ ເພາະນີ້ຄືປະເທດບ້ານເກີດເມືອງນອນຂອງພໍ່ແມ່ຂ້ອຍ, ຂ້ອຍພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮັບໃຊ້ ແລະ ຮ່ວມກັບທີມຊຸດນີ້. ຂໍຂອບໃຈທຸກໆຄົນສຳລັບກຳລັງໃຈທີ່ມອບໃຫ້ສະເໝີມາ ລາວສູ້ໆ”.
ສຳລັບຕາຕະລາງແຂ່ງຂັນຂອງທີມຊາດລາວ: ວັນທີ 09/12/2021 ເວລາ 16:30 ໂມງ ພົບ ມາເລເຊຍ; ວັນທີ 12/12/2021 ເວລາ 16:30 ໂມງ ພົບ ທີມຊາດອິນໂດເນເຊຍ ແລະ ວັນທີ 15/12/2021 ເວລາ 16:30 ໂມງ ພົບ ທີມຊາດກຳປູເຈຍ ແລະ ທຸກໆນັດທີ່ທີມຊາດລາວ ຈະແຂ່ງຂັນຢູ່ສະໜາມ BISHAN STADIUM ປະເທດສິງກະໂປ.