ນາຍົກຍີ່ປຸ່ນປະກາດກຽມຮັບມື ໂຄວິດ-19 ສາຍພັນໃໝ່ ໂອມິຄຣອນ

ຕາມຂ່າວໂຕກຽວລາຍງານ ໃນວັນທີ 6 ທັນວາ 2021 ນີ້ວ່າ: ນາຍົກລັດຖະມົນຕີຍີ່ປຸ່ນ ຟູມິໂອະ ຄິຊິຄະ ປະກາດວ່າຈະກຽມຮັບມືກັບເຊື້ອພະຍາດໂຄວິດ-19 ສາຍພັນໃໝ່ ໂອມິຄຣອນ ໃນກໍລະນີທີ່ຮ້າຍແຮງທີ່ສຸດ ແລະ ຈະເລັ່ງນຳພາເສດຖະກິດໃຫ້ກັບເຂົ້າສູ່ສະພາບການປົກກະຕິ.

ນາຍົກລັດຖະມົນຕີ ຄິຊິຄະ ຖະແຫລງເປີດການປະຊຸມລັດຖະສະພາສະໄໝວິສາມັນໃນມື້ນີ້ວ່າ ເຖິງແມ່ນວ່າສະຖານະການໂຄວິດ-19 ໃນຍີ່ປຸ່ນດີຂຶ້ນຫລາຍແລ້ວ ແຕ່ຍັງມີຄວາມສ່ຽງໃໝ່ໆ ລວມເຖິງການຢືນຢັນພົບຜູ້ຕິດເຊື້ອສາຍພັນໃໝ່ດັ່ງກ່າວໃນຫລາຍປະເທດ, ດັ່ງນັ້ນຍີ່ປຸ່ນຈະຄົງຢູ່ຈຸດຢືນເລື່ອງການລະມັດລະວັງ ແລະ ຮອບຄອບຕໍ່ໄປ ໂດຍໄດ້ເພີ່ມຕຽງສຳລັບຜູ້ຕິດເຊື້ອອີກ 10.000 ຕຽງ ມາຕັ້ງແຕ່ລະດູຮ້ອນມາແລ້ວ ແລະ ກຽມອະນຸມັດຢາກິນປິ່ນປົວໂຄວິດ-19ໃນທ້າຍເດືອນນີ້,​ຂະນະດຽວກັນລັດຖະບານຈະເວັ້ນໄລຍະຫ່າງການຮັບວັກຊີນເຂັມທີ 2 ກັບວັກຊີນກະຕຸ້ນພູມຄຸ້ມກັນເຂັມ 3 ຈາກ 8 ເດືອນ.