ລາວເລັ່ງປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເປັນບັນຫາໜຶ່ງທີ່ເກີດຂຶ້ນມາຫຼາຍຍຸກ, ຫຼາຍສະໄໝຢູ່ຫຼາຍປະເທດໃນໂລກ ແລະ ມີລະດັບແຕກຕ່າງກັນໂດຍອີງໃສ່ສະພາບຈຸດພິເສດທາງເສດຖະກິດ, ຮີດ ຄອງປະເພນີ ຫຼື ຄວາມເຊື່ອຖື ແລະ ອື່ນໆ ຊຶ່ງໄດ້ສົ່ງຜົນກະທົບຕໍ່ແມ່ຍິງທັງຮ່າງກາຍ, ຈິດໃຈ, ທາງເພດ, ຊັບສິນ ຫຼື ເສດຖະກິດ. ຂະນະທີ່ຢູ່ ສປປ ລາວ ຊຶ່ງກ່ອນການປະກາດໃຊ້ລັດຖະທຳມະ ນູນ ແລະ ກົດໝາຍ ມີບາງຊົນເຜົ່າ ບໍ່ທັນຮັບຮູ້ເຂົ້າໃຈບົດບາດ, ຄວາມສະເໝີພາບຍິງ-ຊາຍທັງຊີນເຄີຍດ້ານຮີດຄອງປະເພນີ ຫຼື ຄວາມເຊື່ອຖື ຈຶ່ງເກີດມີບາງພືດຕິກຳທີ່ເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ຈາກຄວາມເປັນຈິງດັ່ງກ່າວ, ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນຕໍ່ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໂດຍການເຂົ້າເປັນພາຄີຂອງສົນທິສັນຍາ ຊີດໍ ໃນວັນທີ 17 ກໍລະກົດ 1980 ແລະ ຈາກນັ້ນ ກໍໄດ້ຮັບຮອງເອົາແຜນປະຕິບັດງານແຫ່ງຊາດ ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ; ປະ ກາດໃຊ້ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເພື່ອໃຫ້ແມ່ຍິງ ມີຄວາມສະເໝີພາບຕໍ່ໜ້າກົດ ໝາຍ ແລະ ມີສ່ວນຮ່ວມເທົ່າທຽມກັບເພດຊາຍໃນສັງຄົມ.
ທ່ານ ບຸນທາ ຊົງເຢີທ່າວ, ຮອງລັດຖະມົນຕີ, ປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແລະແມ່-ເດັກກະຊວງຍຸຕິທຳໃຫ້ສຳພາດໃນໂອກາດວັນສາກົນ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງປີນີ້ວ່າ: ການຊ່ວຍເຫຼືອທາງກົດໝາຍ ເປັນວຽກໜຶ່ງທີ່ສຳຄັນຂອງການຈັດຕັ້ງປະຕິບັດກົດໝາຍ ເພື່ອໃຫ້ພົນລະເມືອງທຸກຄົນສາມາດເຂົ້າເຖິງກົດໝາຍ ແລະ ຂະບວນຍຸຕິທຳ ເພື່ອຮັບປະກັນປົກປ້ອງສິດແລະ ຜົນປະໂຫຍດອັນຊອບທຳ, ຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ ປະກອບສ່ວນສ້າງສັງຄົມ ໃຫ້ມີຄວາມສະຫງົບ, ມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ. ຜ່ານມາໂດຍປະຕິບັດຕາມພາ ລະບົດບາດຂອງກະຊວງຍຸຕິທຳ ກໍຄືມາດຕາ 38 ແລະ 69 ຂອງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ພວກເຮົາໄດ້ຍົກສູງຄວາມຮັບຜິດຊອບຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໂດຍການຄົ້ນຄວ້າ, ສະເໜີສ້າງ, ປັບປຸງກົດໝາຍ ແລະ ນິຕິກຳຈຳນວໜຶ່ງເປັນຕົ້ນ ກົດໝາຍວ່າດ້ວຍທະນາຍຄວາມ (ປັບປຸງ), ດຳລັດວ່າດ້ວຍການຊ່ວຍ ເຫຼືອທາງດ້ານກົດໝາຍ ແລະ ດຳລັດວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ (ສ້າງໃໝ່). ຂະນະດຽວກັນກໍ່ໄດ້ປັບປຸງສະພາທະນາຍຄວາມ, ຂະຫຍາຍຫ້ອງການສະພາທະນາຍຄວາມປະຈຳ 7 ແຂວງ ແລະ 9 ເມືອງ, ຫ້ອງການຊ່ວຍເຫຼືອທາງດ້ານກົດໝາຍປະຈຳຢູ່ພະແນກຍຸຕິທຳ 17 ແຂວງ ແລະ ຫ້ອງການຍຸຕິທຳເມືອງ 100 ເມືອງ ລວມ 134 ຫ້ອງການ, ສ້າງ ແລະ ເປີດເພຈ ແລະ ເວັບໄຊຊ່ວຍເຫຼືອທາງດ້ານກົດໝາຍຜ່ານລະບົບດີຈີຕອນ ເພື່ອໃຫ້ມີຫຼາຍຊ່ອງທາງເຂົ້າເຖິງການບໍລິການຊ່ວຍເຫຼືອທາງດ້ານກົດໝາຍ; ນອກນີ້ກໍໄດ້ປັບປຸງຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານທັງຝຶກອົບຮົມ ແລະ ຍົກລະດັບຄວາມຮູ້ດ້ານກົດໝາຍໃຫ້ພະນັກງານຫ້ອງການຍຸຕິທຳເມືອງ, ທະນາຍຄວາມ ແລະ ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານຈຳ ນວນໜຶ່ງທັງໄດ້ຊ່ວຍເຫຼືອທາງດ້ານກົດໝາຍໃນຮູບການຕ່າງໆ
ທ່ານ ບຸນທາ ກ່າວຕື່ມວ່າ: ເພື່ອໃຫ້ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ໄດ້ຮັບການປົກປ້ອງ ແລະ ຊ່ວຍເຫຼືອຢ່າງມີປະສິດທິພາບນັ້ນ, ໃນຕໍ່ໜ້າຈະສືບຕໍ່ຄົ້ນຄວ້າ, ສະເໜີສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍກ່ຽວກັບການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ພ້ອມທັງເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍ ແລະ ນິຕິກຳໃນຫຼາຍຮູບການ ແລະ ວິທີການທີ່ກວ້າງຂວາງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຂອງສັງຄົມຕໍ່ວຽກງານດັ່ງກ່າວ. ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂັ້ນຕ່າງໆຂອງຂະແໜງຍຸຕິທຳ ຕິດພັນກັບການກຳນົດພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດໃຫ້ຈະແຈ້ງ; ຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບການຊ່ວຍເຫຼືອ ດ້ານກົດໝາຍ, ເປັນຕົ້ນ ຫ້ອງການຍຸຕິທຳເມືອງ, ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ; ຖືເອົາວຽກງານແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເປັນໜ້າທີ່ຕົ້ນຕໍໜຶ່ງຂອງຂະແໜງຍຸຕິທຳແຕ່ລະຂັ້ນ ແລະ ຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການຢ່າງມີຄວາມຮັບຜິດຊອບ; ທີ່ສໍາຄັນຈະສືບຕໍ່ຂໍທິດຊີ້ນຳຈາກຂັ້ນເທິງ, ແລກປ່ຽນບົດຮຽນ, ການຊ່ວຍເຫຼືອທາງດ້ານເຕັກນິດວິຊາການ, ອຸປະກອນທີ່ຈຳເປັນ ແລະ ງົບປະມານຈາກຕ່າງປະເທດ ກໍຄືອົງການຈັດຕັ້ງສາກົນ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນ ໄຫວວຽກງານດັ່ງກ່າວ ໃຫ້ຍືນຍົງ ແລະ ມີປະສິດທິຜົນສູງ.

