ໄລຊິກ ປະກາດແຍກທາງກັບມາສ ຫລັງສ້າງຜົນງານຢ່າງຫນ້າຜິດຫວັງ

ໄລຊິກ ປະກາດປົດ ຜູ້ຈັດການທີ ອາຍຸ 48 ປີ ອອກຈາກຕຳແຫນ່ງຜູ້ຈັດການທີມຮຽບຮ້ອຍແລ້ວ. ຫຼັງພາທີມສ້າງຜົນງານໄດ້ຢ່າງຫນ້າຜິດຫວັງໃນລະດູການ 2021-22,

ເຈສຊີ ມາດ ຜູ້ຈັດການທີມຊາວອາເມຣິກາ ຖືກ​ດຶງ​ຕົວມາ​ຈາກ​ທີມໃນເຄືອຂ່າຍ ​ຄື​ ເຣດບູລ ຊັລບວກ ເພື່ອເຮັດຫນ້າທີແທນ ຈູ​ລຽນ ເນ​ເກ​ລ​ມັນ ​ທີ່​ຍ້າຍ​ໄປຄຸມ ບາເຢິນ ມິວນິກ ແຕ່​ຜົນ​ໃນ​ໄລຍະ 3 ເດືອນທຳອິດ​ສ້າງຜົນງານຢ່າງຜິດຫວັງ. ເຮັດໃຫ້ທີມຫລົ່ນລົງໄປຢູ່ອັນດັບ 11 ຂອງຕາຕະລາງ ເສຍໄປແລ້ວ 6 ຈາກ 14 ນັດທຳອິດຂອງລະດູການ.

ຫຼັງຈາກເກມ ໃນຄືນວັນເສົາ ທີ 5 ຜ່ານມາ ໄລຊິກ ບຸກໄປເສຍໃຫ້ ອູນີໂອນ ເບີລີນ 1-2 ເຮັດໃຫ້ຫລ້າສຸດ ຄະນະບໍລິຫານຂອງແອບເບ ໄລຊິກ ໄດ້ຕັດສິນໃຈສັ່ງປົດ ເຈສຊີ ມາສ ອອກຈາກຕຳແຫນ່ງແລ້ວ.

ນອກຈາກນີ້ ຍັງມີການແຕ່າງຕັ້ງ ອາຄິມ ເບຍລໍເຊີ ຜູ້ຊ່ວຍຄູຝຶກ ຂຶ້ນມາເຮັດຫນ້າທີ່ຊົ່ວຄາວ. ໃນເກມນັດຕໍ່ໄປກັບ ແມນເຊສເຕີ ຊິຕີ ໃນເກມ ຢູຟາແຊ໊ມປຽນລີກ ນັດສຸດທ້າຍຂອງຮອບແບ່ງກຸ່ມ

ໃນຂະນະທີ່ ມາສ ໄດ້ກ່າວຄຳອາລາແຟນບານ ຫຼັງຈາກທີ່ໄດ້ລາອອກຈາກຕໍາແໜ່ງວ່າ : ມັນເປັນກຽດທີ່ໄດ້ຮ່ວມງານແລະ ເປັນສ່ວນຫນຶ່ງຂອງຄອບຄົວ ເຣສບູລ. ພ້ອມກັບຄວາມຫວັງວ່າ ໄລຊິກ ຈະສາມາດກັບຄືນສູ່ຜົນງານອັນດີເດ່ັນອີກຄັ້ງຫນຶ່ງໄວໆນີ້.