ເມສຊີ ຄວ້າລາງວັນບານຄຳ ບັນລົງດໍ 2021 ຢ່າງຍິ່ງໃຫຍ່

ສອດຄ່ອງກັບສິ່ງທີ່ສື່ຫຼາຍສຳນັກຄາດຄະເນວ່າຜົນງານໃນປີນີ້ສາມາດພາສະໂມສອນ ບາເຊໂລນາ ອະດີດຕົ້ນສັງກັດເກ່ົາ ຄວ້າແຊັມ ໂຄປາ ເດລ ເຣ 2021 ແລະ ຮັບໜ້າທີ່ເປັນຫົວຫນ້າທີມຂອງ ອາເຈນຕິນາ ຄວ້າແຊ້ມ ໂຄປາ ອາເມຣິກາ ໃນປີ 2021.

ເຊິ່ງການຄວ້າລາງວັນອັນຊົງກຽດໃນຄັ້ງນີ້ເຮັດໃຫ້ດາວເຕະອາຍຸ 34 ປີ ສາມາດຄວ້າໄດ້ລາງວັນ ບານຄຳ ເປັນສະໄຫມທີ 7 ເຊິ່ງຖືວ່າເປັນຫຼາຍທີ່ສຸດໃນປະຫວັດສາດບານເຕະທີ່ນັກເຕະຄົນໜຶ່ງເຄີຍເຮັດມາ.

ຂະນະທີ່ ໂລເບີດ ເລວານດອບສະກີ ກອງໜ້າທີມຊາດໂປແລນ ທີ່ຍິງປະຕູໃຫ້ ບາເຢິນ ມິວນິກ ແບບຖະຫລົ່ມຖະທາຍ ໄດ້ພຽງອັນດັບ 2 ແລະ ກອງກາງທີມຊາດອີຕາລີ ແລະ ເຊລຊີ ຢູ່ອັນດັບ 3 ເຖິງວ່າຈະຄວ້າແຊ໊ມ ຢູຟາ ແຊ໊ມປຽນລີກ  ແລະ ຢູໂຣ 2020 ກໍຕາມ.

“ເປັນສິ່ງທີ່​ຫນ້າເຫລືອເຊື່ອຫລາຍ​ທີ່​ໄດ້​ມາ​ຢູ່​ບ່ອນ​ນີ້​ອີກ, ສອງ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ອາດ​ຈະ​ເປັນ​ຄັ້ງ​ສຸດ​ທ້າຍ. ແຕ່ຄວ້າແຊ໊ມ ໂກປາ ອາເມລິກາ ຖືເປັນກຸນແຈສຳຄັນ.”

“ມັນ​ເປັນ​ປີ​ທີ່​ພິ​ເສດ​ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ໄດ້​ແຊ໊ມ ໂກປາ ອາເມລິກາ ມັນ​ມີ​ຄວາມ​ໝາຍ​ຫລາຍ​ທີ່​ຊະ​ນະ​ບຣາ​ຊິນໄດ້ເຖິງສະຫນາມກິລາ ມາຮາຄານາ ແລະຂ້າພະເຈົ້າດີໃຈຫຼາຍທີ່ຈະສະເຫຼີມສະຫຼອງກັບຊາວອາເຈນຕິນາ.”

“ຂ້ອຍບໍ່ຮູ້ວ່າມັນເປັນປີທີ່ດີທີ່ສຸດຂອງອາຊີບຂອງຂ້ອຍຫຼືບໍ່. ຂ້ອຍມີອາຊີບບານເຕະທີ່ຍາວນານ. ແຕ່ວ່າມັນເປັນປີພິເສດຫຼັງຈາກຊະນະແຊ໊ມກັບອາເຈນຕິນາ. ຫຼັງຈາກທີ່ຜ່ານໄລຍະເວລາທີ່ຫຍຸ້ງຍາກ ແລະຖືກວິພາກວິຈານ,” ເມສຊີ ກ່າວ.

ສະຖິຕິ Ballon d’Or ປີ 2021

  1. ລີໂອເນວ ເມສຊີ
  2. ໂຣເບີດ ເລວານດອບສະກີ
  3. ຈໍຈິນໂຢ
  4. ຄາຣິມ ເບນເຊມາ
  5. ເອັນໂກໂລ ກ໊ອງເຕ
  6. ຄຣິສຕຽນໂນ ໂຣນັລໂດ
  7. ໂມຮາເໝັດ ຊາລາ
  8. ເຄວິນ ເດີ ບຣອຍ
  9. ຄີລີຢານ ເອັມບັບເປ
  10. ຈານລຸຍຈິ ດອນນາຣຸມມາ
  11. ເອີລິງ ຮາແລນ
  12. ໂຣເມລູ ລູກາກູ
  13. ຈໍໂຈ ຄິເອລລີນີ
  14. ລີໂອນາໂດ ໂບນຸສຊີ
  15. ຣາຮິມ ສະເຕີລິງ
  16. ເນມາ
  17. ຫລຸຍ ຊົວເຣສ
  18. ຊີມົງ ເຄຍ
  19. ເມສັນ ເມົາ
  20. ຣີຢາດ ມາເຣສ
  21. ເລົາຕາໂຣ ມາຕີເນສ
  22. ບຣູໂນ ເຟີນານເດສ
  23. ແຮຣີ ເຄນ
  24. ເປດຣີ
  25. ຟິລ ໂຟເດນ
  26. ເຄຣາດ ໂມເຣໂນ
  27. ນິໂຄໂລ ບາເຣລລາ
  28. ຣູເບນ ດີອາສ
  29. ລູກາ ໂມດຣິດ
  30. ເຊຊາ ອັດປີລີກວຍຕ້າ.