ແມນຢູປະກາດແຕ່ງຕັ້ງ ຣາຟ ຣັງນິກ ຄຸມທີມຈົນຈົບລະດູການ. ກ່ອນຮັບບົດບາດທີ່ປຶກສາ

ຣາຟ ຣັງນິກ ເຂົ້າມານັ່ງຜູ້ຈັດການທີມຂອງ ແມນເຊສເຕີ ຢູໄນເຕັດ ຈົບຈົບລະດູການ. ກ່ອນຄາດວ່າຈະມີການປັບບົດບາດໃຫ້ເປັນທີ່ປຶກສາລະດັບສູງຕໍ່ ໂດຍມີອຳນາດຕັດສິນໃນເລື່ອງບານເຕະເຕັມທີ່.
ແມນເຊສເຕີ ຢູໄນເຕັດ ປະກາດແຕ່ງຕັ້ງ ຣາຟ ຣັງນິກ ເປັນຜູ້ຈັດການຄຸມທີມຈົນຈົບລະດູການນີ້ຢ່າງເປັນທາງການ. ກ່ອນທີ່ຈະໄດ້ຮັບການຍົກລະດັບເປັນທີ່ປຶກສາອາວຸໂສອີກ 2 ປີ ໃນວັນທີ 29 ພະຈິກຜ່ານມານີ້.
ຣັງນິກ ອາຍຸ 63 ປີ ຕົກເປັນຂ່າວພົວພັນກັບ ແມນເຊັສເຕີ ຢູໄນເຕັດ ຢ່າງຕໍ່ເນື່ອງ ຫຼັງຈາກທີ່ ແມນຢູ ປົດ ໂອເລ ກູນນາ ໂຊລຊາ ອອກຈາກຕຳແຫນ່ງ. ກ່ອນທີ່ຈະມອບໃຫ້ ໄມເຄິລ ຄາຣິກ ເປັນທີ່ຜູ້ຈັດການທີມຊົ່ວຄາວ ເຊິ່ງພາທີມເຮັດຜົນງານໄດ້ດີ ຄວ້າໄຊ 2 ນັດຕິດຕໍ່ກັນ ລວມທຸກລາຍການ.
ຈົນຫລ້າສຸດ ທຸກຢ່າງກໍເປັນໄປຕາມທີ່ຄາດໄວ້ ເມື່ອ “ຜີສາດແດງ” ປະກາດຢືນຢັນແຕ່ງຕັ້ງ ຣາຟ ຣັງນິກ ເຂົ້າມາຄຸມທີມຈົນຈົບລະດູການນີ້. ກ່ອນຈະປ່ຽນໜ້າທີ່ເປັນທີ່ປຶກສາໃຫ້ກັບສະໂມສອນເປັນເວລາ 2 ປີ ຂະນະທີ່ຕອນນີ້ລາວພວມລໍຖ້າຮັບໃບອານຸຍາດເຮັດວຽກ ເຊິ່ງຍັງບໍ່ແນ່ໃຈວ່າຈະທັນເວລາໃຫ້ໄດ້ປະເດີມຄຸມທີມຂ້າງສະຫນາມໃນເກມພົບກັບອາເຊນອລ ໃນການແຂ່ງຂັນພຣີເມຍລີກຄືນວັນພະຫັດທີ 2 ທັນວານີ້ເລີຍ ຫລື ບໍ່.

