ທຸກຄົນຈົ່ງສັງເກດອາການຕົນເອງ ເນື່ອງຈາກມີຜູ້ຕິດເຊື້ອໂຄວິດ-19ຫລາຍຄົນ ມີອາການເລີ່ມຕົ້ນດ້ວຍການຖອກທ້ອງ

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານວັນທີ 29 ພະຈິກ 2021 ນີ້ວ່າ: ປັດຈຸບັນພົບວ່າຫລາຍຄົນທີ່ຕິດເຊື້ອນັ້ນ ແມ່ນມີອາການສະແດງອອກ ເລີ່ມຕົ້ນ ດ້ວຍອາການຖອກທ້ອງ ຈາກນັ້ນ ຈື່ງມີອາການຄ້າຍຄືໄຂ້ຫວັດ ໃນໄລຍະຕໍ່ມາ. ດັ່ງນັ້ນ, ຈຶ່ງຂໍໃຫ້ທຸກທ່ານ ໝັ່ນສັງເກດອາການຂອງຕົນເອງຢ່າງເປັນປະຈຳ ຖ້າມີອາການຜິດປົກກະຕິເມື່ອໃດ ໂດຍສະເພາະຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈໍາຕົວ ຫລື ພະຍາດຕຸ້ຍ ແມ່ນຕ້ອງຮີບຮ້ອນມາພົບແພດ ແລະ ເກັບຕົວຢ່າງກວດທັນທີ.

ພາຍຫລັງທີ່ຄະນະສະເພາະກິດໄດ້ປະກາດນະໂຍບາຍການແຍກຕົວ ເພື່ອປິ່ນປົວຢູ່ເຮືອນ ນັບແຕ່ວັນທີ 8 ພະຈິກ ເປັນຕົ້ນມານັ້ນ, ປັດຈຸບັນ ນະຄອນຫລວງວຽງຈັນ ມີຜູ້ຕິດເຊື້ອທີ່ປິ່ນປົວເຮືອນ ສະສົມຫລາຍກວ່າ 1,400 ຄົນ ຊຶ່ງໄດ້ມີການຕິດຕາມຕົນເອງ ແລະ ສອບຖາມຄໍາແນະນໍາເພີ່ມເຕີມ ໂດຍຜ່ານສາຍດ່ວນ 164 ຊຶ່ງໃນແຕ່ລະວັນ ມີຫລາຍກວ່າ 200 ສາຍໂທເຂົ້າເພື່ອຂໍຄຳປຶກສາ.
ດັ່ງນັ້ນ, ທາງຄະນະສະເພາະກິດຂໍຂອບໃຈທ່ານຜູ້ຕິດເຊື້ອທີ່ສະໝັກໃຈປິ່ນປົວຕົນເອງຢູ່ເຮືອນ ແລະ ພ້ອມດ້ວຍຄອບຄົວທີ່ໃຫ້ການຮ່ວມມືເປັນຢ່າງດີ. ພວກເຮົາຖືວ່າ ນີ້ເປັນການຕັດສິນໃຈສູງຂອງຜູ້ຕິດເຊື້ອ ເພື່ອສະຫງວນຕຽງໃຫ້ໂຮງໝໍໃຫຍ່ ສຳລັບຄົນເຈັບທີ່ມີອາການປານກາງ ໄປຈົນເຖິງອາການຂັ້ນວິກິດ ໃຫ້ສາມາດໄດ້ປິ່ນປົວຢ່າງທັນການເພື່ອບໍ່ໃຫ້ກ້າວໄປເຖິງຂັ້ນເສຍຊີວິດ.
ແຕ່ເຖິງຢ່າງໃດກໍຕາມກໍຂໍໃຫ້ຜູ້ຕິດເຊື້ອພິຈາລະນາຕາມເງື່ອນໄຂໃນການປິ່ນປົວຢູ່ເຮືອນວ່າຕົນເອງເຂົ້າຕາມເງື່ອນໄຂຫລືບໍ່ ເຊັ່ນ: ຕິດເຊື້ອບໍ່ສະແດງອາການ ຫລື ມີອາການເບົາບາງ, ບໍ່ຖືພາ, ອາຍຸຕໍ່າກວ່າ 60 ປີ ແລະ ບໍ່ມີພະຍາດປະຈໍາຕົວ. ໃນຂະນະດຽວກັນ ການປິ່ນປົວຢູ່ເຮືອນ ຄວນມີຫ້ອງແຍກປ່ຽວ ແລະ ມີຄົນດູແລທີ່ແຂງແຮງດີ ແລະ ໄດ້ສັກວັກຊີນຄົບຖ້ວນ. ຄະນະສະເພາະກິດ ກໍຂໍໃຫ້ຜູ້ຕິດເຊື້ອທີ່ມີຈຸດປະສົງປິ່ນປົວຢູ່ເຮືອນ ຈິງໃຈລາຍງານຄວາມເປັນຈິງຂອງສະພາບຕົນເອງ ເມື່ອແພດໂທສອບຖາມ ເພື່ອຕິດຕາມອາການນັ້ນ, ຖ້າຜູ້ຕິດເຊື້ອມີອາການປານກາງ ຫລື ອາການຮ້າຍແຮງ ຫລື ຜູ້ສູງອາຍຸ ແມ່ນບໍ່ຄວນປິ່ນປົວຢູ່ເຮືອນຢ່າງເດັດຂາດ ເພາະໂອກາດທີ່ຈະກ້າວໄປສູ່ຂັ້ນຮຸນແຮງ, ວິກິດຫລື ເສຍຊີວິດ ແມ່ນສູງຫລາຍ.

