Novavax ເລີ່ມທົດລອງວັກຊີນສູ້ເຊື້ອໃໝ່ແລ້ວ

ສຳນັກຂ່າວຣອຍເຕີລາຍງານວ່າ: Novavax Inc ກ່າວໃນວັນທີ 26 ພະຈິກຕາມເວລາທ້ອງຖິ່ນ ຫລື ເຊົ້າວັນທີ 27 ພະຈິກວ່າ: ບໍລິສັດໄດ້ເລີ່ມເຮັດວຽກເພື່ອພັດທະນາວັກຊີນໂຄວິດ-19 ລຸ້ນໜຶ່ງ.
ວັກຊີນຊະນິດໃໝ່ຂອງ Novavax ນີ້ຈະກຳນົດເປົ້າໝາຍປ້ອງກັນສາຍພັນທີ່ກວດພົບໃນອາຟຣິກາໃຕ້ ແລະ ຈະພ້ອມສຳລັບການທົດລອງ ແລະ ການຜະລິດໃນອີກບໍ່ເທົ່າໃດອາທິດຕໍ່ໜ້າ.
ວັກຊີນປ້ອງກັນໄວຣັສໂຄວິດ-19 ຂອງບໍລິສັດມີໂປຣຕີນສະໄປຂອງໄວຣັສໃນເວີຊັນແທ້ ເຊິ່ງບໍ່ສາມາດເຮັດໃຫ້ເກີດພະຍາດໄດ້ ແຕ່ສາມາດກະຕຸ້ນລະບົບພູມຕ້ານທານໄດ້. ຜູ້ພັດທະນາວັກຊີນກ່າວວ່າ: ໄດ້ເລີ່ມພັດທະນາໂປຣຕີນສະໄປໂດຍສະເພາະອີງຈາກລຳດັບພັນທຸກຳທີ່ຮູ້ຈັກຂອງຕົວແປ B.1.1.529.
“ວຽກເບື້ອງຕົ້ນຈະໃຊ້ເວລາສອງສາມອາທິດ” ໂຄສົກຂອງບໍລິສັດກ່າວ. ຫຸ້ນຂອງບໍລິສັດປິດຂຶ້ນເກືອບ 9% ໃນວັນທີ 26 ພະຈິກ.
ວັກຊີນຂອງ Novavax ໄດ້ຮັບການອະນຸມັດໃຫ້ໃຊ້ໃນກໍລະນີສຸກເສີນຄັ້ງທຳອິດເມື່ອຕົ້ນເດືອນນີ້ໃນອິນໂດເນເຊຍ, ຕໍ່ມາແມ່ນຟີລິບປິນ.
ບໍລິສັດໄດ້ກ່າວວ່າ: ກຳລັງຢູ່ໃນຂັ້ນຕອນການຍື່ນຂໍອະນຸມັດຈາກອາເມລິກາໃນທ້າຍປີນີ້. ນອກຈາກນີ້ ຍັງໄດ້ຍື່ນຂໍອະນຸມັດກັບສຳນັກງານການແພດແຫ່ງສະຫະພາບເອີຣົບ (European Medicines Agency) ເຊັ່ນດຽວກັບໃນການາດາ.
ຜູ້ຜະລິດຢາສັນຊາດເຢຍລະມັນ BioNTech SE ແລະ Johnson & Johnson ຍັງກ່າວອີກວ່າ: ພວກເຂົາກຳລັງທົດລອງປະສິດທິພາບຂອງວັກຊີນປ້ອງກັນໂຄວິດ-19 ຂອງຕົນກັບຕົວແປໃໝ່.

