ບໍ່ແມ່ນເລື່ອງງ່າຍ 4 ບັນຫາທີ່ ຣັງນິກ ຕ້ອງພົບຫາກຂຶ້ນເປັນຜູ້ຈັດການທີມ ແມນຢູ

ວັນສຸກທີ 26 ພະຈິກທີ່ຜ່ານມາ ພາຍຫລັງທີ່ມີລາຍງານວ່າ : ຣາຟ ຣັງນິກ ອະດີດຜູ້ຈັດການທີມ ແອເບ ໄລຊິກ ທີມໃນລີກບຸນເດສລີກາ ເຢຍລະມັນຈະເຂົ້າມານັ່ງຕຳແຫນ່ງຜູ້ຈັດການທີມຂອງ ແມນເຊສເຕີ ຢູໄນເຕັດ ດ້ວຍສັນຍາ ເຄິ່ງລະດູການ ຫລື ຈົນຈົບລະດູການນີ້.
ໂດຍ ແມນເຊສເຕີ ອິບນິ້ງ ນີວ ສື່ປະຈຳເມືອງ ໄດ້ອອກມາວິເຄາະວ່າ : ທີມແມນເຊສເຕີ ຢູໄນເຕັດ ຍຸກປັດຈຸບັນມີບັນຫາຢູ່ຫລາຍກວ່າ 4 ຂໍ້ ທີ່ ຣາຟ ຣັງນິກ ຕ້ອງເຂົ້າມາແກ້ໄຂໃຫ້ໄດ້ພາຍໃນໄລຍະເວລາທີ່ຈຳກັດ ເຊິ່ງຫາກສາມາດເຮັດສຳເລັດ ອາດຈະສົ່ງຜົນໃຫ້ໄດ້ສັນຍາໄລຍະຍາວຈາກສະໂມສອນ ເຊິ່ງທັງ 4 ຂໍ້ປະກອບມີ: 1 ລະບົບການຫລິນ ແລະ ແນວທາງທີ່ຈະແຈ້ງ ພ້ອມກັບວິທີການຄົ້ນຫາໄຊຊະນະ, 2 ບັນຫາກອງຫລັງທີ່ຕ່ຳກວ່າມາດຕະຖານ, 3 ເຮັດໃຫ້ໂອນແທຣຟຟອດ ກັບມາຍິ່ງໃຫຍ່ ອີກເທື່ອຫນຶ່ງ, 4 ຄຣິສຕຽນໂນ ໂຣນັລໂດ ຈະຕ້ອງກັບມາເກີດໃຫມ່ອີກເທື່ອຫນຶ່ງ.

