EU ກຽມອອກກົດໃໝ່ ຖ້າຮັບວັກຊີນຄົບ 9 ເດືອນ ຕ້ອງສັກເຂັມກະຕຸ້ນກ່ອນເດີນທາງ

ນັກເດີນທາງທີ່ສັກວັກຊີນຄົບໂດສເກີນ 9 ເດືອນ ອາດຕ້ອງໄດ້ຮັບເຂັມກະຕຸ້ນກ່ອນເດີນທາງເຂົ້າເອີຣົບ.
ວັນທີ 25 ພະຈິກ 2021, ສຳນັກຂ່າວບລູມເບິກ (Bloomberg) ລາຍງານວ່າ: ຄະນະກຳມາທິການເອີຣົບ (European Commission) ມີແຜນຈະສະເໜີໃຫ້ຈຳກັດໄລຍະເວລາການອະນຸຍາດ ສຳລັບນັກເດີນທາງທີ່ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄວ້ທີ່ 9 ເດືອນ ໃນການເດີນທາງເຂົ້າປະເທດໃນກຸ່ມສະຫະພາບເອີຣົບ.
ໂດຍຜູ້ທີ່ສັກວັກຊີນຄົບນັບແຕ່ 9 ເດືອນຂຶ້ນໄປ ຈະຕ້ອງໄດ້ຮັບວັກຊີນເຂັມກະຕຸ້ນກ່ອນ ເຮັດໃຫ້ສະຫະພາບເອີຣົບຈະເປັນກຸ່ມທຳອິດທີ່ມີການອອກມາດຕະການການເດີນທາງ ໂດຍນຳການສັກເຂັມກະຕຸ້ນເຂົ້າມາຮ່ວມພິຈາລະນານຳ.
ທີ່ມາຂອງມາດຕະການນີ້ ເກີດຈາກການທີ່ທາງສະຫະພາບເອີຣົບກຳລັງພະຍາຍາມສະເໜີໃຫ້ປະເທດສະມາຊິກໃຊ້ມາດຕະການໃນຮູບແບບດຽວກັນ ຫລັງຈາກລັດຖະບານແຕ່ລະປະເທດມີມຸມມອງເລື່ອງໄລຍະເວລາການປົກປ້ອງຈາກວັກຊີນ ແລະ ການຈັດການເຂັມກະຕຸ້ນທີ່ແຕກຕ່າງກັນ.
ສ່ວນອີກໜຶ່ງສາເຫດ ມາຈາກການທີ່ປະເທດໃນເອີຣົບຫລາຍແຫ່ງກຳລັງຜະເຊີນບັນຫາການລະບາດຮອບທີ 4 ຄືເຢຍລະມັນກຳລັງພິຈາລະນາໃຊ້ມາດຕະການບັງຄັບສັກໃນກຸ່ມເບາະບາງ, ອິຕາລີເລີ່ມມີການຈຳກັດກິດຈະກຳຂອງກຸ່ມທີ່ຍັງບໍ່ໄດ້ສັກວັກຊີນ ຫລື ເດນມາກເອງກໍຈະນຳເອົາມາດຕະການໃສ່ຜ້າປິດປາກ-ດັງໃນລົດສາທາລະນະມາໃຊ້, ສ່ວນໂອຕຣິດກໍເລີ່ມຈຳກັດການເດີນທາງທີ່ບໍ່ຈຳເປັນ ຫລັງປະກາດລັອກດາວ 3 ອາທິດ.
ທັງນີ້, ທາງຄະນະກຳມາທິການເອີຣົບຈະສະເໜີໃຫ້ປະເທດສະມາຊິກຍັງຮັບນັກເດີນທາງທີ່ສັກວັກຊີນທີ່ໄດ້ຮັບອະນຸມັດໂດຍອົງການຢາແຫ່ງສະຫະພາບເອີຣົບແລ້ວ ແລະ ຍັງສະເໜີໃຫ້ເປີດຮັບຜູ້ທີ່ສັກວັກຊີນທີ່ໄດ້ຮັບອະນຸມັດໂດຍອົງການອະນາໄມໂລກ ພາຍໃນວັນທີ 10 ມັງກອນປີໜ້າ.
ອ້າງອີງ:

