ອັງກິດກັງວົນເຊື້ອກາຍພັນຊະນິດໃໝ່ ເລັ່ງສືບສວນ ແລະ ສັ່ງໂຈະຖ້ຽວບິນ ຈາກ 6 ປະເທດໃນອາຟຣິກາ

ຜູ້ຊ່ຽວຊານຫລາຍທ່ານເຕືອນໃຫ້ລະວັງເຊື້ອກາຍພັນຊະນິດໃໝ່ຈາກອາຟຣິກາ, ຫລ້າສຸດອັງກິດປະກາດໂຈະຖ້ຽວບິນຈາກປະເທດກຸ່ມສ່ຽງແລ້ວ.
ວັນທີ 25 ພະຈິກ 2021, ສຳນັກຂ່າວບີບີຊີ (BBC) ລາຍງານວ່າ: ທາງການອັງກິດໄດ້ສັ່ງໂຈະຖ້ຽວບິນຈາກ 6 ປະເທດໃນທາງຕອນໃຕ້ຂອງອາຟຣິກາເປັນການຊົ່ວຄາວແລ້ວ ຫລັງຈາກຫລາຍຝ່າຍອອກມາສະແດງຄວາມກັງວົນເຊື້ອໂຄວິດ-19 ສາຍພັນ B.1.1.529 ເຊິ່ງກວດພົບຄັ້ງທຳອິດໃນອາຟຣິກາໃຕ້ ແລະ ຢ້ານວ່າອາດຈະເປັນການກາຍພັນຮ້າຍແຮງທີ່ສຸດ.
ນັກວິທະຍາສາດພົບວ່າ: ເຊື້ອສາຍພັນໃໝ່ນີ້ ມີການກາຍພັນເຖິງ 32 ຈຸດໃນໜາມໂປຣຕີນ ເຊິ່ງອາດສົ່ງຜົນເຮັດໃຫ້ຕິດ ແລະ ແຜ່ກະຈາຍໄດ້ງ່າຍຂຶ້ນ ລວມທັງເຮັດໃຫ້ເຊລພູມຕ້ານທານປ້ອງກັນເຊື້ອໄດ້ຍາກຂຶ້ນ.
ຕອນນີ້ມີລາຍງານການຕິດເຊື້ອສາຍ B.1.1.529 ໃນ 3 ປະເທດຄື: 77 ຄົນໃນອາຟຣິກາໃຕ້, 4 ຄົນໃນບອດສະວານາ ແລະ 1 ຄົນໃນຮົງກົງ.
ທ່ານ ຊາຈິດ ຈາວິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກຂອງອັງກິດ ເປີດເຜີຍວ່າ: ທາງກະຊວງກຳລັງສືບສວນກ່ຽວກັບເຊື້ອສາຍພັນໃໝ່ ແລະ ຍັງຕ້ອງການຂໍ້ມູນຫລາຍກວ່ານີ້, ແຕ່ກໍໄດ້ລະມັດລະວັງເອົາໄວ້ກ່ອນ ໂດຍຈະໂຈະຖ້ຽວບິນຈາກ 6 ປະເທດໃນທະວີບອາຟຣິກາ ນັບແຕ່ 12:00 ໂມງ ຂອງວັນທີ 26 ພະຈິກ.
ໂດຍທັງ 6 ປະເທດໄດ້ແກ່: ອາຟຣິກາໃຕ້, ນາມິເບຍ, ຊິມບຳເວ, ບອດສະວານາ, ເລໂຊໂທ ແລະ ເອັສວາຕິນີ.
ອ້າງອີງ:

