ຊາລາ ຄວ້າລາງວັນນັກເຕະດີເດັ່ນຂອງລີເວີພູລ 3 ເດືອນຕິດຕໍ່ກັນ

ໂມຮາເຫມັດ ຊາລາ ຄວ້າລາງວັນນັກເຕະດີເດ່ັນຂອງລີເວີພູລປະຈຳເດືອນຕຸລາ ພ້ອມທັງເປັນເດືອນທີ 3 ຕິດຕໍ່ກັນຂອງລາວນຳອີກ.

ການເຄື່ອນໄຫວຂອງທີມ ລິເວີພູລ ທີມດັງຂອງພຣີເມຍລີກອັງກິດ, ລາງວັນນັກເຕະດີເດັ່ນປະຈຳເດືອນ ຕຸລາ ພາຍໃຕ້ການສະຫນັບສະຫນູນຂອງ ສະແຕນດາສ ຊາດເຕີ (Standard Chartered ) ຈາກການໃຫ້ຄະແນນສຽງຂອງແຟນບານຜ່ານເວັບໄຊ Liverpoolfc.com

ຜົນປາກົດວ່າ ໂມຮາເໝັດ ຊາລາ ກອງໜ້າຊາວເອຢິບ. ທີ່ສາມາດຄວ້າລາງວັນນັກເຕະດີເດ່ັນປະຈຳເດືອນຕຸລາ ຂອງລີເວີພູລ ພ້ອມເປັນເດືອນທີ 3 ຕິດຕໍ່ກັນຂອງລາວ ໂດຍເອົາຊະນະ ອາລິສສັນ ເບເກີ ແລະ ນາບີ ເຄອີຕາ ອັນດັບ 2 ແລະ 3 ຕາມລໍາດັບ

ຫຼັງຈາກຮັບເອົາລາງວັນທີ່ແອັກຊ່າ ເທຣນນິງ ເຊນເຕີ ໂມຮາເຫມັດ ຊາລາ ກ່າວວ່າ: “ຂ້ອຍດີໃຈຫຼາຍກັບຜົນການແຂ່ງຂັນຫລ້າສຸດ. ຕາບໃດທີ່ທີມຍັງເກັບໄຊຊະນະ ແລະ ເກັບສາມຄະແນນໄດ້ ຂ້ອຍມີຄວາມສຸກສະເໝີທີ່ຈະຊ່ວຍທີມ.”