ທິມແພດກອງທັບປົດປ່ອຍປະຊາຊົນຈີນ ໃຫ້ບໍລິການປິ່ນປົວພະຍາດບໍ່ເສຍຄ່າຢູ່ລາວ

ໃນວັນທີ 27 ກໍລະກົດ ນີ້, ທິມງານການແພດຂະບວນລົດ ສັນຕິພາບກອງທັບປົດປ່ອຍປະ ຊາຊົນຈີນໄດ້ເຄື່ອນໄຫວໃຫ້ບໍລິ ການປິ່ນປົວພະຍາດໂດຍບໍ່ເສຍ ຄ່າໃຫ້ນາຍ ແລະ ພົນທະຫານ, ພ້ອມດ້ວຍປະຊາຊົນທົ່ວໄປ ໂດຍ ໄດ້ຈັດຂຶ້ນພ້ອມກັນຢູ່ສອງຈຸດຄື: ຢູ່ໂຮງໝໍ 103 ນະຄອນຫລວງ ວຽງຈັນ ແລະ ແຂວງ ຫລວງນ້ຳ ທາ, ເພື່ອຮັບປະກັນການກວດ ສຸຂະພາບ, ປີ່ນປົວ ແລະ ຜ່າຕັດ ໃຫ້ນາຍ ແລະ ພົນທະຫານກອງ ທັບປະຊາຊົນລາວ ແລະ ປະຊາ ຊົນລາວຈຳນວນໜຶ່ງ.
+ ການແພດໄປໄກແທ້ໆ ສາມາດຮັກສາມືທີ່ໝຸ່ນຂາດແບບນີ້ກໍ່ໄດ້
+ ເມືອງກະລືມປະດັບຫລຽນກາ ໃຫ້ອະດີດນາຍທະຫານກອງທັບປະຊາຊົນລາວ
+ ງານວາງສະແດງສິນຄ້າ ແລະ ການບໍລິການດ້ານງານດອງແບບຄົບວົງຈອນ
ທ່ານທູດທະຫານ ສປ ຈີນ ປະຈຳລາວໃຫ້ຮູ້ວ່າ: ໃນໄລຍະ ເຄື່ອນໄຫວໃຫ້ບໍລິການປິ່ນປົວ ດັ່ງກ່າວ, ຄະນະແພດຈີນ ຈະປະ ຕິບັດໜ້າທີ່ໄປຮອດວັນທີ 5 ສິງ ຫາ 2017 ດ້ວຍຄວາມຕັ້ງ ໜ້າປະຕິບັດວຽກງານຕາມ ແຜນການທີ່ວາງອອກ, ຖືເອົາ ການປະຕິບັດວຽກງານໃຫ້ດີ ທີ່ສຸດ ເພື່ອທໍາການກວດສຸຂະ ພາບ, ປິ່ນປົວ ແລະ ຜ່າຕັດໃຫ້ ຄົນເຈັບ, ພ້ອມທັງປະສານສົມ ທົບກັບພະນັກງານຝ່າຍລາວ ຢ່າງໃກ້ສິດຕິດແທດເຮັດໃຫ້ ການປະຕິບັດໜ້າທີ່ໃນຄັ້ງນີ້ ໃຫ້ ໄດ້ຮັບຜົນສໍາເລັດພ້ອມເປັນ ການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆລະຫວ່າງ ແພດທະຫານ ລາວ-ຈີນ ໃຫ້ມີ ປະສິດທິຜົນດີຂຶ້ນ.

