ຍິນດີຕ້ອນຮັບ ບິນລີ້ ເກດແກ້ວພົມພອນ ເຂົ້າຮ່ວມ ທີມຊາດລາວ ຊຸດໃຫຍ່,ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ປະຈຳປີ 2020 ຫລຶ AFF SUZUKI CUP 2020

ບິນລີ້ ເກດແກ້ວພົມພອນ ເກີດວັນທີ 24 ມີນາ 1990, ຢູ່ທີ່ Champigny-sur-Marne ຢູ່ເທດ ຝຣັ່ງ, ລວງສູງ 180 CM, ນໍ້າຫນັກ 71 ກິໂລກຣາມ, ພໍ່ ແລະ ແມ່ ເປັນຄົນ ລາວ ແລະ ເລີ່ມຕົ້ນຫລິ້ນເຕະບານ ກັບ ສະໂມສອນ Racing Paris ກ່ອນທີ່ຈະເຂົ້າຮ່ວມສະຖາບັນບານເຕະຊັ້ນສູງຂອງຝຣັ່ງ Clairefontaine ໃນປີ 2006, ໂດຍຕອນຍັງເປັນເຍົາວະຊົນແມ່ນໄດ້ຝຶກຊ້ອມໃນຕຳແຫນ່ງກອງຫນ້າ . ຫລັງຈາກ ຝຶກຊ້ອມໄດ້ຫນຶ່ງປີ, ໃນປີ 2008 ບິນລິ້ ໄດ້ອອກຈາກສະໂມສອນເຊັນສັນຍາ ກັບ ສະໂມສອນ RC Strasbourg, ວັນທີ 01 ທັນວາ 2009 ໄດ້ເຊັນສັນຍາສະໂມສອນ SC Bastia.

ໃນວັນທີ 20 ພຶດສະພາ 2011, ລາວໄດ້ເຊັນສັນຍາ 5 ປີ ກັບ FC Sion ຂອງປະເທດສະວິດເຊີແລນ Super League.
ຫລັງຈາກນັ້ນ ໄດ້ກັບ ປະເທດຝຣັ່ງ ເພື່ອເຊັນສັນຍາ 4 ປີ ກັບ ສະໂມສອນ Tours FC ດ້ວຍຄ່າໂຕ 800.000 ເອີໂຣ ໂດຍລົງສະຫນາມ 101 ນັດ ແລະ ຍິງໄດ້ 21 ປະຕູ.
ໃນປີ 2015, ໄດ້ເຊັນສັນຍາກັບ Angers SCO ເປັນສະໂມສອນ ໃນລີກສູງສຸດ ຂອງ ປະເທດຝຣັ່ງ ແລະ ຊ່ວຍໃຫ້ທີມໄດ້ອັນດັບ 5 ໂດຍລົງສະຫນາມ 1 ລະດູການ 38 ນັດ ແລະ ຍິງປະຕູໄດ້ 6 ປະຕູ, ແລະ ຖືວ່າເປັນນັກເຕະຫນຶ່ງທີ່ຈັບຕາ ໃນລີກ 1 ຂອງປະເທດຝຣັ່ງ ພ້ອມດຽວກັນນັ້ນ ມູນຄ່າທາງດ້ານຕະຫຼາດເພີ່ມຂຶ້ນເປັນ 2 ລ້ານເອີໂຣ.

ໃນລະດູການທີສອງ ກັບ Angers SCO , ໄດ້ຮັບບາດເຈັບຫົວເຂົ່າ ຮ້າຍແຮງ ໂດຍລົງສະຫນາມ 5 ນັດ ຍິງໄດ້ 1 ປະຕູ.

ປີ 2018, ມື້ສຸດທ້າຍຂອງຕະຫລາດນັກເຕະ ບິນລີ້ ໄດ້ເຊັນສັນຍາກັບ ສະໂມສອນ AJ Auxerre ໂດຍລົງສະຫນາມ13 ນັດ, ຫລັງຈາກນັ້ນໃນປີ 2019 ໄດ້ຫລິ້ນໃຫ້ກັບ Championnat National Sof SO Cholet ລົງສະຫນາມ 12 ນັດ ຍິງໄດ້ 5 ປະຕູ ເຊິ່ງລະດູການດັ່ງກ່າວ ແມ່ນໄດ້ຮັບບາດເຈັບຫນັກ ແລະ ໃນປີ 2020 ໄດ້ຫລິ້ນໃຫ້ກັບ ສະໂມສອນ USL DUNKERQUE ລີກ 2 ປະເທດຝຣັ່ງໂດຍ ລົງສະຫນາມ 8 ນັດ ຍິງໄດ້ 2 ປະຕູ.
ສຸດທ້າຍ ບິນລີ້ ເກດແກ້ວພົມພອນ ກໍພ້ອມຫລິ້ນໃຫ້ກັບ ທີມຊາດລາວ ຊຸດໃຫຍ່ ໃນເຂົ້າຮ່ວມ ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ປະຈຳປີ 2020 ຫລຶ AFF SUZUKI CUP 2020.