ບ້ານນາຂ້າງຊ້າງ ແຂວງຄຳມ່ວນ ອະນາໄມສະຖານທີ່ທ່ອງທ່ຽວ ກຽມພ້ອມເປີດບໍລິການ

 ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ທ່ານ ມະໂນທອງ ພົງສະຫວັດ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ, ຜູ້ຊີ້ນໍາວຽກງານທ່ອງທ່ຽວ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ລົງຊີ້ນຳນຳພາປະຊາຊົນ ບ້ານນາຂ້າງຊ້າງ ສ້າງຂະບວນອະນາໄມ ບໍລິເວນເດີ່ນຈອດລົດ, ຕະຫລາດບ່ອນວາງຂາຍຜະລິດຕະພັນຂອງຊາວບ້ານ, ທາສີຫ້ອງນໍ້າ ແລະ ອື່ນໆຢູ່ສະຖານທີ່ທ່ອງທ່ຽວຖໍ້າພຣະ ເພື່ອກະກຽມຄວາມພ້ອມທີ່ຈະເປີດບໍລິິການໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວຊົມ ແລະ ກາບໄຫວ້ສັກກາລະບູຊາ ສະຖານທີ່ທ່ອງທ່ຽວດັ່ງ ກ່າວ ໃນອີກບໍ່ດົນນີ້.
ไม่มีคำอธิบายรูปภาพ
ປັດຈຸບັນ, ແຂວງຄຳມ່ວນ ກຳລັງສຸມໃສ່ພັດທະນາວຽກງານທ່ອງທ່ຽວ ເພື່ອຟື້ນຟູການທ່ອງທ່ຽວ ໃຫ້ມີຄວາມເຂັ້ມແຂງ, ໄດ້ວາງເປົ້າໝາຍ ເພື່ອພັດທະນາວຽກງານທ່ອງທ່ຽວເປັນ 3 ໄລຍະຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ໂດຍເລັ່ງໃສ່ການປັບປຸງສະຖານທີ່ທ່ອງທ່ຽວໃຫ້ມີຄວາມໂດດເດັ່ນ, ການວາງແຜນ ໃນການສະໜອງຂໍ້ມູນຂ່າວສານການທ່ອງທ່ຽວ, ການສ້າງກິດຈະກຳທີ່ມີຄວາມຫລາກຫລາຍ, ການປັບປຸງທາງດ້ານ ຂອດການບໍລິການທີ່ສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ, ການສ້າງເຄືອຄ່າຍເຊື່ອມຕໍ່ ຫລື ວົງຈອນການທ່ອງທ່ຽວ ເພື່ອສ້າງເງື່ອນໄຂໃຫ້ນັກທ່ອງທ່ຽວໄດ້ສຳຜັດ ກັບການ ທ່ອງທ່ຽວຫລາຍຮູບແບບ, ຫລາຍກິດຈະກຳ ແລະ ຫລາຍສະຖານທີ່ທ່ອງທ່ຽວ, ການຮັກສາສິ່ງແວດລ້ອມ ເພື່ອຄວາມຍືນຍົງ ລວມເຖິງການປະຕິບັດມາດຕະການ ປ້ອງກັນ ການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈແກ່ນັກທ່ອງທ່ຽວ ແລະ ສ້າງສິ່ງອຳນວຍຄວາມສະດວກດ້ານອື່ນໆ ເພື່ອແນໃສ່ເຮັດໃຫ້ວຽກງານທ່ອງທ່ຽວຂອງແຂວງຄຳມ່ວນ ກັບມາຄຶກຄື້ນ ພາຍຫລັງທີ່ມີການອະນຸຍາດເປີດຮັບນັກທ່ອງທ່ຽວໃນຕໍ່ໜ້າ.
อาจเป็นรูปภาพของ 3 คน, เด็ก, ผู้คนกำลังยืน และ กลางแจ้ง