ຈີນເຜີຍຢາປິ່ນປົວໂຄວິດ-19 ‘ເຈເອສ016’ ເລີ່ມທົດລອງໃນມະນຸດໄລຍະທີ 3 ແລ້ວ

ຊິນຮົວເຜີຍຢາປິ່ນປົວໂຄວິດ-19 ‘ເຈເອສ016’ ຂອງຈີນເລີ່ມເຂົ້າສູ່ການທົດລອງໃນມະນຸດໄລຍະທີ 3 ແລ້ວ ຫລັງຜົນການທົດລອງເບື້ອງຕົ້ນຊີ້ຊ່ວຍຫລຸດຄວາມເຂັ້ມຂຸ້ນຂອງໄວຣັສໃນຮ່າງກາຍຜູ້ຮ່ວມການທົດລອງ ລວມທັງຫລຸດຄວາມສ່ຽງທີ່ຈະເກີດອາການປ່ວຍຮຸນແຮງໄດ້.
ວັນທີ 22 ພະຈິກ 2021, ສຳນັກຂ່າວຊິນຮົວ ສື່ທາງການຈີນ ລາຍງານວ່າ: ຢາຕ້ານໄວຣັສສຳລັບການປິ່ນປົວພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ທີ່ມີຊື່ວ່າ: ‘ເຈເອສ016’ (JS016) ເຊິ່ງໄດ້ຮັບການຈົດສິດທິບັດ ແລະ ເປັນຜົນງານການພັດທະນາຮ່ວມກັນ ລະຫວ່າງສະຖາບັນຈຸລະຊີວະວິທະຍາສັງກັດສະຖາບັນບັບດິດວິທະຍາສາດຈີນ ກັບບໍລິສັດຊຽງໄຮ້ ຈາວິນສື່ ໄບໂອໄຊເອນ (Shanghai Junshi Biosciences) ໄດ້ເລີ່ມເຂົ້າສູ່ຂະບວນການທົດລອງທາງຄລີນິກໄລຍະທີ 3 ໃນຕ່າງປະເທດແລ້ວ.
ລາຍງານລະບຸວ່າ: ກ່ອນໜ້ານີ້ ໜ່ວຍງານເບິ່ງແຍງຢາຂອງຈີນໄດ້ອະນຸມັດໃຫ້ຜູ້ພັດທະນາຢາທັງສອງບໍລິສັດມີການທົດລອງຢາດັ່ງກ່າວກັບມະນຸດມາແຕ່ເດືອນມິຖຸນາ 2020.
ທັງນີ້, ຈາກການເປີດເຜີຍຂອງສະຖາບັນຈຸລະຊີວະວິທະຍາ ຢາເຈເອສ016 ນີ້ຖືເປັນຢາປິ່ນປົວພະຍາດໂຄວິດ-19 ໃນກຸ່ມໂມໂນໂຄລນໍແອນຕິບໍດີ (monoclonal anitibody) ຊະນິດທຳອິດຂອງໂລກທີ່ເຂົ້າສູ່ການທົດລອງທາງຄລີນິກກັບມະນຸດທີ່ມີສຸຂະພາບແຂງແຮງ.
ສຳລັບການທົດລອງໄລຍະທີ 3 ມີຂຶ້ນຫລັງຈາກຄະນະນັກວິໄຈໄດ້ມີການທົດລອງໄລຍະທີ 2 ໃນສູນຫລາຍແຫ່ງທົ່ວໂລກສຳເລັດໃນເດືອນພະຈິກນີ້ ໂດຍຜົນການທົດລອງໄລຍະເບື້ອງຕົ້ນສະໜັບສະໜູນຄວາມປອດໄພ ແລະ ປະສິດທິພາບຂອງຢາເຈເອສ016 ແລະ ສະແດງໃຫ້ເຫັນວ່າຢາຊະນິດນີ້ສາມາດຫລຸດຄວາມເຂັ້ມຂຸ້ນຂອງເຊື້ອໄວຣັສໃນຮ່າງກາຍຜູ້ເຂົ້າຮ່ວມການທົດລອງ ລວມທັງຫລຸດຄວາມສ່ຽງຈະເກີດອາການປ່ວຍຮຸນແຮງໄດ້.
ທ່ານ ຢຽນຈິ່ງຫົວ ນັກວິໄຈຈາກສະຖາບັນຈຸລະຊີວະວິທະຍາ ກ່າວວ່າ: ມີການໃຊ້ຢາເຈເອສ016 ເພື່ອປິ່ນປົວຜູ້ປ່ວຍເປັນກໍລະນີສຸກເສີນໃນ 15 ປະເທດ ແລະ ມີການສົ່ງຢາຊະນິດນີ້ໄປຕ່າງປະເທດຫລາຍກວ່າ 500.000 ໂດສແລ້ວ.
ນອກຈາກນີ້, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງຈີນ ຍັງໄດ້ຈັດສັນຢາດັ່ງກ່າວ ຈຳນວນ 3.000 ໂດສ ເພື່ອການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນປະເທດນຳອີກ.
ອ້າງອີງ:

