ສປປ ລາວ ຍັງໜ້າເປັນຫ່ວງ ສະເລ່ຍການຕິດເຊື້ອໃນແຕ່ລະວັນ 900 ກ່ວາຄົນ ແລະ ອັດຕາການພົບເຊື້ອສູງກ່ວາ 5%

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານວັນທີ 22 ພະຈິກ 2021 ນີ້ວ່າ: ປັດຈຸບັນ ສປປ ລາວ ທ່າອຽງຂອງການລະບາດຍັງນ່າເປັນຫ່ວງເພາະມີໂຕເລກລາຍງານຜູ້ຕິດເຊື້ອໃໝ່ ສະເລ່ຍ 900 ກ່ວາຄົນໃນແຕ່ລະວັນ ແລະ ອັດຕາການພົບເຊື້ອກໍຍັງສູງກ່ວາ 5% (ປັດຈຸບັນ 20,74% ໃນທົ່ວປະເທດ, ໃນນັ້ນນະຄອນຫລວງວຽງຈັນ ອັດຕາການພົບເຊື້ອສູງກ່ວາ 30% ລວມທັງຫລາຍໆແຂວງທີ່ກຳລັງປະເຊີນໜ້າການລະບາດ.
ເຊິ່ງກຸ່ມຄົນທີ່ຕິດເຊື້ອ ພົ້ນເດັ່ນມາຫລາຍອາທິດ ຍັງແມ່ນສະມາຊິກໃນຄອບຄົວຂອງຜູ້ຕິດເຊື້ອ, ຄູອາຈານ-ນັກຮຽນ-ນັກສຶກສາ, ສະຖານທີ່ຄຸມຂັງ, ພະນັກງານດ່ານໜ້າ, ພະນັກງານທະນາຄານ ກໍຄືຈາກສຳນັກງານ-ອົງການອື່ນໆ, ເຊິ່ງສາເຫດຂອງການຕິດເຊື້ອກໍຍັງແມ່ນການບໍ່ສາມາດຮັກສາຕາມມາດຕະການທີ່ຄະນະສະເພາະກິດໄດ້ວາງອອກ.
ເນື່ອງຈາກການຢູ່ຮ່ວມກັນຫລາຍຄົນບໍ່ວ່າໃນຄອບຄົວຫລືສະຖານທີ່ເຮັດວຽກ, ການຈັດງານປະຊຸມທາງການປະເພນີ, ເປັນຕົ້ນແມ່ນ ງານດອງ, ງານອອກກຳ ເຮືອນບຸນ ແລະ ເຮືອນດີ, ງານສົ່ງສະການ ເຊີ່ງຍາກທີ່ຈະປະຕິບັດຕໍ່ມາດຕະການຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ແລະ ການລ້າງມື ລວມທັງຍັງມີຄົນທີ່ມີຄວາມສ່ຽງເຂົ້າຮ່ວມງານດັ່ງກ່າວ.
ດັ່ງນັ້ນຈຶ່ງຂໍຮຽກຮ້ອງໃຫ້ປະຊາຊົນ, ພະນັກງານ ທະຫານ ຕຳຫລວດ ແລະ ທຸກພາກສ່ວນໃນສັງຄົມໃຫ້ມີຄວາມຕື່ນຕົວ ແລະ ສືບຕໍ່ປະຕິບັດແຈ້ງການເລກທີ 1494/ຫສນຍ ລົງວັນທີ 14 ພະຈິກ 2021 ຢ່າງເຂັ້ມງວດ.

