ຮື້ຖອນຮ້ານ-ຕູບຂາຍເຄື່ອງຂອງປະຊາຊົນອອກຈາກພື້ນທີ່ແຄມຮ່ອງລະບາຍນ້ຳເຂດດອນຈັນພາເລດດ້ານໃນ

ອີງຕາມຂ່າວວິທະຍຸ ປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ວັນທີ 20 ພະຈິກ 2021 ນີ້ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຮ່ວມກັບ ພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ພ້ອມດ້ວຍອົງການປົກຄອງເມືອງສີສັດຕະນາກ ໄດ້ລົງກວດກາ ແລະ ຕິດຕາມການຮື້ຖອນຮ້ານ-ຕູບຂາຍເຄື່ອງຂອງປະຊາຊົນອອກຈາກພື້ນທີ່ແຄມຮ່ອງລະບາຍນ້ຳເຂດດອນຈັນພາເລດດ້ານໃນ, ທາງຫລັງໂຮງໝໍມະໂຫສົດ ເນື່ອງຈາກພາກລັດມີຈຸດປະສົງພັດທະນາຈຸດດັ່ງກ່າວໃຫ້ມີຄວາມສະອາດຈົບງາມເປັນລະບຽບຮຽບຮ້ອຍ ແລະ ພ້ອມທັງຈັດສັນໃຫ້ເປັນບ່ອນຈອດລົດຈັກຊົ່ວຄາວໃຫ້ແກ່ໂຮງໝໍມະໂຫສົດ.
ທ່ານ ບຸນຈັນ ແກ້ວສີທຳມະ ຫົວຫນ້າ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ກ່າວວ່າ ພາຍຫລັງທີ່ລັດຖະບານໄດ້ຮັບທຶນຈາກລັດຖະບານຈີນ ປັບປຸງເຂດດັ່ງກ່າວໃຫ້ມີຄວາມສະອາບຈົບງາມເຮັດໃຫ້ມີປະຊາຊົນຈຳນວນຫນື່ງໄດ້ມາຕັ້ງຮ້ານຂາຍເຄື່ອງຊົ່ວຄາວເບື້ອງຕົນມີພຽງ 2–3 ຮ້ານແລ້ວຂະຫຍາຍອອກເປັນຫລາຍໆຮ້ານ ແລ້ວຕໍ່ເທີບອອກ ເຮັດໃຫ້ເຂດດັ່ງກ່າວ ບໍ່ມີຄວາມສະອາດຈົບງາມ. ສະນັ້ນ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຈື່ງໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ລຸລ່ວງໃຫ້ປະຊາຊົນ ຊາວຄ້າຂາຍ ໃຫ້ຢຸດເຊົາ ແລະ ຮື້ຖອນສິ່ງປຸກສ້າງອອກຈາກເຂດດັ່ງກ່າວ ແລະ ເຂົ້າຈັບຈອງບ່ອນຄ້າຂາຍໃຫມ່ຕາມຕະຫລາດ ແລະ ສະຖານທີ່ ທີ່ຄະນະຈັດສັນໄດ້ກຳນົດໃຫ້ ເພື່ອຄວາມເປັນເອກະພາບ ແລະ ເປັນລະບຽບຮຽບຮ້ອຍ.

