ຂໍ້ຕົກລົງສະບັບເລກທີ 540/ຈມ.ມບ ລົບລ້າງແຈ້ງການລະດົມທຶນຂອງພະນັກງານລັດຖະກອນ, ທະຫານຕຳຫລວດ ພາຍໃນເມືອງ

ວັນທີ 20 ພະຈິກ 2021 ນີ້ ເຈົ້າເມືອງດັ່ງກ່າວຈຶ່ງອອກຂໍ້ຕົກລົງສະບັບເລກທີ 540/ຈມ.ມບ ລົບລ້າງແຈ້ງການລະດົມທຶນຂອງພະນັກງານລັດຖະກອນ, ທະຫານຕຳຫລວດ ພາຍໃນເມືອງ ເນື້ອໃນລະບຸດັ່ງນີ້:
1.ເຫັນດີແຈ້ງການລົບລ້າງແຈ້ງການລະດົມທຶນພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດພາຍໃນເມືອງແບງ ຂອງຄະນະສະເພາະກິດທີ່ໄດ້ກຳນົດເປັນຈຳນວນເງິນ ສະບັບເລກທີ 21/ສພກ.ມບ ລົງວັນທີ 10/11/2021 ທີ່ຈະນຳໃຊ້ເຂົ້າໃນວຽກງານຕ້ານ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນເມືອງແບງ, ສ່ວນແຈ້ງການປຸກລະດົມຂອງຂະແໜງການອ້ອມຂ້າມເມືອງ ທີ່ກ່ຽວພັນກັບແຈ້ງການ ລະດົມທຶນສະບັບນີ້ ລ້ວນແຕ່ຖືກລົບລ້າງ.
2.ມອບໃຫ້ຫ້ອງວ່າການເມືອງ ສົມທົບກັບຫ້ອງການຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລົງແກ້ຂ່າວລົງທາງສື່ສັງຄົມອອນລາຍໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ.
3.ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

