ມື້ວານນີ້! ມີການເດີນທາງເຂົ້າມາ ສປປ ລາວ ຕາມຈຸດຜ່ານແດນທົ່ວປະເທດ 2,466 ຄົນ

ອີງຕາມການຖະແຫລງຂ່າວຂອງທ່ານ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ວັນທີ 19 ພະຈິກ 2021 ຜ່ານມາ, ມີຄົນເດີນທາງຜ່ານດ່ານເຂົ້າມາ ສປປ ລາວ ຈໍານວນ ທັງໝົດ 2,466 ຄົນ, ທຸກຄົນແມ່ນໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ໃຫ້ເດີນທາງເຂົ້າມາ ເພື່ອປະຕິບັດໜ້າທີ່ ຈຳເປັນ ແລະ ຮີບດ່ວນ ໃນ ສປປ ລາວ ທີ່ພົວພັນກັບພັນທະກຳນົດໝາຍຂອງວຽກງານທີ່ ຮັບຜີດຊອບ ຄົນເຈັບກັບມາແຕ່ປິນປົວ ແລະ ນັກສຶກສາ.
ສະພາບສະຖານທີ່ຈຳກັດບໍລິເວນໃນທົວປະເທດ ສະຖານທີ່ຈໍາກັດບໍລິເວນທີ່ຍັງເປີດຢູ່ມີ 86 ສູນ, ປະຈຸບັນມີຜູ້ຈຳກັດບໍລິເວນຢູ່ສູນ 3.103 ຄົນ ແລະ ຍັງສາມາດຮອງຮັບໄດ້ຕື່ມອີກ 9.945 ຄົນ. ສ່ວນໂຮງແຮມສຳລັບຈຳກັດບໍລິເວນ ທີຍັງນຳໃຊ້ 59 ແຫ່ງ ປະຈຸບັນມີຜູ້ຈຳກັດບໍລິເວນ 1.757 ຄົນ ແລະ ສາມາດຮອງຮັບໄດ້ຕື່ມອີກ 7.847 ຄົນ.

