ປະທານປະເທດ ເນັ້ນໃຫ້ສະຫະພັນແມ່ຍິງລາວເອົາໃຈໃສ່ພັດທະນາບົດບາດແມ່ຍິງໃຫ້ມີຄວາມເຂັ້ມແຂງກ້າວໜ້າ

ໃນໂອກາດໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ໃນວັນທີ 19 ພະຈິກ 2021 ນີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VII ທີ່ຜ່ານມາ ແລະ ມີຄໍາເຫັນຊີ້ທິດທາງບາງຕອນຄື: ຄະນະສະຫະພັນແມ່ຍິງແຕ່ລະຂັ້ນຕ້ອງຄົ້ນຄວ້າຕື່ມໃນການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ; ສືບຕໍ່ນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃນຖັນແນວສະມາຊິກສະຫະພັນແມ່ຍິງລາວໃຫ້ໜັກແໜ້ນ-ເຂັ້ມແຂງ; ເອົາໃຈໃສ່ປັບປຸງການຈັດຕັ້ງໃຫ້ໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ; ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວເອື້ອຍນ້ອງແມ່ຍິງ; ເອົາໃຈໃສ່ພັດທະນາແມ່ຍິງ ໂດຍສະເພາະແມ່ຍິງທີ່ດ້ອຍໂອກາດ, ເຂດຫ່າງໄກ ດ້ວຍການສ້າງຄວາມເຂັ້ມແຂງສ້າງແຫລ່ງລາຍຮັບທີ່ໝັ້ນຄົງໃຫ້ແກ່ເຂົາເຈົ້າ; ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບອົງການຈັດຕັ້ງແມ່ຍິງບັນດາປະເທດເພື່ອນມິດ ແລະ ອົງການສາກົນ ແລະ ອື່ນໆອີກ.

ພ້ອມທັງສ້າງໂອກາດໃຫ້ແມ່ຍິງຢູ່ຊົນນະບົດໃຫ້ຮູ້ຄ້າຂາຍ, ຜະລິດເປັນສິນຄ້າທີ່ຫລາກຫລາຍຮູບແບບສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ຊຸກຍູ້ສົ່ງເສີມ, ອໍານວຍຄວາມສະດວກໃຫ້ນັກທຸລະກິດ, ຜູ້ປະກອບການລົງເຖິງທ້ອງຖິ່ນຮາກຖານສັ່ງຈອງສິນຄ້າ, ຝຶກສອນເຂົາເຈົ້າໃຫ້ຜະລິດຖືກກັບຄວາມຕ້ອງການຂອງຕະຫລາດ ແລະ ມີການຜູກພັນຮັບຊື້, ສໍາລັບການພົວພັນຮ່ວມມືກັບຕ່າງປະເທດ, ໃຫ້ບັນດາສະຫາຍເພີ່ມທະວີການພົວພັນຮ່ວມມືກັບອົງການຈັດຕັ້ງແມ່ຍິງຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນດ້ວຍຄວາມເປັນເຈົ້າ ແລະ ມີການເລືອກເຟັ້ນຕາມແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ-ລັດເຮົາ, ໃນຜ່ານມາພວກສະຫາຍເຮັດໄດ້ດີພໍສົມຄວນ, ແຕ່ໃນເງື່ອນໄຂເຊື່ອມໂຍງກັບສາກົນໃນຕໍ່ໜ້ານີ້, ພວກເຮົາຍິ່ງຈະຕ້ອງເຮັດໃຫ້ໄດ້ດີກ່ວາເກົ່າ ເພື່ອສືບຕໍ່ຮັກສາຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ເພື່ອຍາດແຍ່ງເອົາບັນດາບົດຮຽນອັນດີເດັ່ນມາໝູນໃຊ້ເຂົ້າໃນການພັດທະນາປະເທດຊາດໃຫ້ມີການກ້າວໜ້າຢ່າງບໍ່ຢຸດຍັ້ງ.

