ບົດຖະແຫຼງການຮ່ວມໂດຍຄູ່ຮ່ວມພັດທະນາທີມເອີຣົບໃນ ສປປ ລາວ ທີ່ກອງປະຊຸມໂຕະມົນລະດັບສູງໃນວັນທີ 17 ພະຈິກ 2021

ບົດຖະແຫຼງການຮ່ວມໂດຍຄູ່ຮ່ວມພັດທະນາທີມເອີຣົບໃນ ສປປ ລາວ ທີ່ກອງປະຊຸມໂຕະມົນລະດັບສູງໃນວັນທີ 17 ພະຈິກ 2021

ຍຸດທະສາດທີມເອີຣົບໃໝ່ ໃນ ສປປ ລາວ 2021-2025…

  1. ຄູ່ຮ່ວມພັດທະນາທີມເອີຣົບໃນ ສປປ ລາວ(ສະຫະພາບເອີຣົບ, ປະເທດຝຣັ່ງ, ເຢຍລະມັນ, ຮັງກາຣີ, ລຸກຊຳບວກ, ແລະ ສະວິດເຊີລັງ) ໄດ້ຍົກສູງການຮ່ວມມືກັບ ສປປ ລາວ ແລະ ມີຄວາມມຸ່ງຫວັງທີ່ຈະຍົກລະດັບແໜ້ນແຟ້ນຄວາມສຳພັນທາງເສດຖະ​ກິດ ແລະ ການເມືອງການປົກຄອງ ພາຍໃຕ້ແຜນພັດທະນາແບບຍືນຍົງທີ່ສອດຄ່ອງກັນ. ໃນເດືອນທັນວາ ປີ 2020ທີ່ຜ່ານມາ, ສະຫະພາບເອີຣົບຍົກລະດັບສາຍສຳພັນທີ່ສືບຕໍ່ຍາວນານກັບ ອາຊ້ຽນ ດ້ວຍການຫັນເປັນຄູ່ຮ່ວມມືທາງຍຸດທະສາດ. ໃນເດືອນກັນຍາ ປີ 2020 ທີ່ຜ່ານມາ, ສະຫະພາບເອີຣົບໄດ້ເປີດເຜີຍ ຍຸດທະສາດໃນການຮ່ວມມື ອິນໂດ-ປາຊີຟິກ ອັນ  ໃໝ່. ສິ່ງນີ້ໄດ້ສະແດງໃຫ້ເຫັັນຄວາມສຳຄັນຂອງທີມເອີຣົບ ຕໍ່ກັບພາກພື້ນທີ່ແຕກຕ່າງຫຼາກຫຼາຍແຫ່ງນີ້.
  2. ໃນກອບກຳນົດຂອງຂອບເຂດນະໂຍບາຍທາງພາກພື້ນອັນໃໝ່ນີ້ ພ້ອມທັງຄຽງຄູ່ຂະໜານໄປກັບກຳນົດການຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9, ຄູ່ຮ່ວມພັດທະນາເອີຣົບໃນ ສປປ ລາວ ໄດ້ບັນຍັດຮ່ວມ ຍຸດທະສາດທີມເອີຣົບ ໃນ ສປປ ລາວ ປີ 2021-2025. ໂດຍອີງຕາມການດຳເນີນໂຄງການຮ່ວມກັນ ແລະ ການບັນຍັດໂຄງການຮ່ວມທຶນຕ່າງໆ, ຄູ່ຮ່ວມພັດທະນາເອີຣົບໄດ້ຊອກຫາທຸກວິທີການເພື່ອປັບປຸງຄວາມຕໍ່ເນື່ອງ ແລະ ປະສິດທິຜົນຂອງການຮ່ວມມືໃນການພັດທະນາຂອງພວກເຂົາ ທີ່ສອດຄ່ອງກັບຫຼັກການຂອງ ຖະແຫຼງການວຽງຈັນ ວ່າດ້ວຍປະສິດທິຜົນຂອງການຊ່ວຍເຫຼືອ.
  3. ຍຸດທະສາດຂອງທີມເອີຣົບໄດ້ສອດຄ່ອງໄປກັບເປົ້າໝາຍ ແລະ ຜົນໄດ້ຮັບຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ພ້ອມທັງຈະໄດ້ສຸມໃສ່ໂດຍສະເພາະແມ່ນ 1) ການຊຸກຍູ້ເສດຖະກິດສີຂຽວ ແລະ ເສດຖະກິດທີ່ທຸກຄົນສາມາດເຂົ້າຮ່ວມໄດ້; 2) ເສີມສ້າງຄວາມເຂັ້ມແຂງຂອງຕົ້ນທຶນທາງດ້ານບຸກຄະລາກອນ; ແລະ 3) ສົ່ງເສີມການປົກຄອງທີ່ດີ. ຄູ່ຮ່ວມພັດທະນາທີມເອີຣົບກຳລັງຈັດສັນເງິນທຶນຈຳນວນ550 ລ້ານເອີໂຣ(ປະມານ 6,600 ຕີ້ກີບ) ໃຫ້ແກ່ຍຸດທະສາດນີ້ ເພື່ອເປັນການສະໜັບສະໜູນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9.

ໃນ​ກອບ​ຂອງຍຸດທະສາດການ​ເຕີບ​ໂຕ​ຂຽວ​ຂອງ ສ​ປ​ປ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ວຽກງານຮັບມືກັບໂຄວິດ19 ແລະ ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ

  1. ໃນຖານະຂອງການເປັນສ່ວນໜຶ່ງຂອງຍຸດທະສາດນີ້, ຄູ່ຮ່ວມພັດທະນາທີມເອີຣົບມີຄວາມຕ້ອງການທີ່ຈະສະແດງໃຫ້ເຫັນຄຳໝັ້ນສັນຍາຂອງພວກເຂົາໃນການຊ່ວຍ ເຫຼືອ ຍຸດທະສາດການພັດທະນາສີຂຽວຂອງ ສປປ ລາວແລະ ເປົ້າໝາຍການພັດທະນາແບບຍືນຍົງທີ່ກ່ຽວຂ້ອງກັບການບໍລິໂພກ ແລະ ການຜະລິດແບບຍືນຍົງ, ການປ່ຽນແປງຂອງສະພາບອາກາດ, ສິ່ງແວດລ້ອມ, ປ່າໄມ້ ແລະ ຄວາມຫຼາກຫຼາຍທາງຊີວະນາໆພັນ. ພວກເຮົາສະເໜີໃຫ້ມີການປະສານງານກັບ ສປປ ລາວ ໃນການສົ່ງເສີມການແລກປ່ຽນຄ້າຂາຍ ແລະ ການລົງທຶນໃນຂົງເຂດສີຂຽວເຊັ່ນ ການກະສິກຳ, ປ່າໄມ້ ແລະ ການທ່ອງທ່ຽວດ້ານລະບົບນິເວດແບບຍືນຍົງ. ພວກເຮົາຈະສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ, ສັງຄົມພົນລະເຮືອນ ແລະ ຊຸມຊົນ ເພື່ອຕໍ່ສູ້ກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມຫຼາກຫຼາຍທາງຊີວະພັນທີ່ເປັນເອກະລັກຂອງ ສປປ ລາວ, ແລະ ເພື່ອສ້າງຄວາມຢືດຢຸ່ນຕໍ່ກັບໄພພິບັດຕ່າງໆ. ພວກເຮົາຈະຊ່ວຍເຫຼືອໃນການເພີ່ມຂີດຄວາມສາມາດຂອງຊັບພະຍາກອນມະນຸດໃນ ສປປ ລາວ ທີ່ກ່ຽວພັນກັບການຫັນປ່ຽນສີຂຽວ ແລະ ປະຕິບັດວຽກງານສີຂຽວ.
  2. ທີມເອີຣົບມີຄວາມປິຕິຍິນດີຢ່າງຍິ່ງທີ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 ສະບັບສຸດທ້າຍໄດ້ປະກອບເອົາຄຳເຫັນສ່ວນຫຼາຍທີ່ໄດ້ຮັບຈາກ ການປະຊຸມປຶກສາຫາລື ແລະ ການແລກປ່ຽນຄວາມຄິດຄວາມເຫັນຕ່າງໆໃນໄລຍະ 2 ປີທີ່ຜ່ານມາ. ພວກເຮົາຍັງໃຫ້ຄຸນຄ່າການເນັ້ນໜັກເຖິງຄວາມຍືນຍົງ, ສີຂຽວ, ການມີສ່ວນຮ່ວມ ແລະ ການເຕີບໃຫຍ່ຂະຫຍາຍຕົວທີ່ມີຄຸນະພາບ ເພື່ອເປັນການສົ່ງເສີມການລົງທຶນແບບມີຄວາມຮັບຜິດຊອບ, ເພື່ອເປັນການຊີ້ໃຫ້ເຫັນຄວາມຕ້ອງການ ແລະ ການປະກອບສ່ວນຂອງຊາວໜຸ່ມ ແລະ ແມ່ຍິງ, ແລະ ເພື່ອເປັນການສ້າງຄວາມຮັບຮູ້ຕໍ່ກັບພາລະບົດບາດທີ່ສຳຄັນຂອງອົງການຈັດຕັ້ງທາງສັງຄົມ ໃນການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມໃນ ສປປ ລາວ ໂດຍສະເພາະແມ່ນປະຊາຊົນທີ່ດ້ອຍໂອກາດ ແລະ ປະຊາຊົນໃນເຂດຫ່າງໄກສອກຫຼີກ.
  3. ທີມເອີຣົບຂໍສະແດງຄວາມຍິນດີກັບ ສປປ ລາວ ທີ່ໄດ້ລຸລ່ວງ 3 ເງື່ອນໄຂໃນການຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາ. ສິ່ງດັ່ງກ່າວໄດ້ສະທ້ອນໃຫ້ເຫັນເຖິງຄວາມຈະເລີນກ້າວໜ້າອັນໃຫຍ່ຫຼວງໃນການພັດທະນາສັງຄົມ ແລະ ເສດຖະກິດໃນ ສປປ ລາວ ໃນໄລຍະຫຼາຍສິບປີທີ່ຜ່ານມາ ເຖິງແມ່ນວ່າແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຈະຮັບຮູ້ເຖິງຄວາມຈຳເປັນໃນການແບ່ງປັນຜົນປະໂຫຍດຂອງການພັດທະນາເສດຖະກິດທີ່ເທົ່າທຽມ.
  4. ພວກເຮົາຍັງຮັບຮູ້ເຖິງວຽກງານທີ່ກຳລັງປະຕິບັດ ເພື່ອເປັນການທົບທວນການເຕີບໃຫຍ່ຂະຫຍາຍຕົວ, ການເງິນ, ແລະ ສະຖານະພາບການໃຊ້ຈ່າຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9.ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄດ້ມີການລິເລີ່ມໃນສະພາບທີ່ມີຄວາມທ້າທາຍ, ເຊິ່ງມັນສົ່ງຜົນໃຫ້ເກີດຄວາມຫຍຸ້ງຍາກໃນການວາງແຜນ ໃນໄລຍະເວລາທີ່ສະຖານະການມີການປ່ຽນແປງຢູ່ຕະຫຼອດເວລາ ແລະ ການຂະຫຍາຍຕົວຊັກຊ້າກວ່າທີ່ຄາດໄວ້. ລັດຖະບານໄດ້ພົບພໍ້ກັບຄວາມທ້າທາຍທາງດ້ານເສດຖະສາດມະຫາພາກ ແລະ ດ້ານງົບປະມານທຽບກັບຫຼາຍສິບປີທີ່ຜ່ານມາ ດ້ວຍຜົນກະທົບຈາກອັດຕາໜີ້ສາທາລະນະທີ່ສູງ ແລະ ການລະບາດຂອງເຊື້ອພະຍາດໂຄວິດ-19. ການແຜ່ລະບາດຂອງເຊື້ອດັ່ງກ່າວໄດ້ສົ່ງຜົນສະທ້ອນມະຫາສານໃຫ້ແກ່ຫົວໜ່ວຍທຸລະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.
  5. ທີມເອີຣົບໄດ້ປະກອບສ່ວນ ດ້ວຍການໃຫ້ງົບປະມານເກືອບ 3 ຕື້ເອີໂຣໃຫ້ແກ່ອົງການໂຄແວັກແລະ ດ້ວຍການໃຫ້ທຶນຊ່ວຍເຫຼືອອັນມະຫາສານແກ່ຄວາມພະຍາຍາມໃນການແກ້ໄຂສະຖານະການຂອງລັດຖະບານລາວ. ນອກຈາກນີ້ ພວກເຮົາຍັງໄດ້ສະໜັບສະໜູນຄວາມສາມາດໃນການເຝົ້າລະວັງ ແລະ ການທົດລອງ, ການຈັດຫາອຸປະກອນປ້ອງກັນ, ອຸປະກອນທາງການແພດ ແລະ ອຸປະກອນໃນຫ້ອງທົດລອງ, ການສະໜອງອາຫານ ແລະ ການບໍລິການອື່ນໆໃຫ້ແກ່ສູນກັກກັນ, ທັງສະໜັບສະໜູນການພັດທະນາການສົ່ງເສີມສຸຂະອະນາໄມ ແລະ ການໂຄສະນາການສີດວັກຊີນ ພ້ອມທັງການພັດທະນາແນວທາງການຮຽນການສອນທາງດິຈິຕ້ອນ ເພື່ອໃຫ້ໄດ້ມີການສືບຕໍ່ການສຶກສາຂອງນັກຮຽນ. ພວກເຮົາຂໍຢືນຢັນເຖິງ ຄຳໝັ້ນສັນຍາຂອງທີມເອີຣົບໃນການຊ່ວຍເຫຼືອແຜນການຟື້ນຟູໂຄວິດ-19 ຂອງ ສປປ ລາວ ແລະ ພວກເຮົາຫວັງຢ່າງຍິ່ງວ່າຈະໄດ້ເຫັນແສງຈາກປາຍອຸໂມງໃນໄວໆນີ້, ເພື່ອໃຫ້ຫົວໜ່ວຍເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວໄດ້ກັບມາຈະເລີນກ້າວໜ້າອີກຄັ້ງ.

ການ​ຮ່ວມ​ມື​ທີ່​ເຂັ້ມ​ແຂງ​ໂດຍ​ສຸມ​ໃສ່​ຍຸດທະສາດການເຕີບ​ໂຕ​ແບບ​ຂຽວ ​ແລະ​ ແບບມີສ່ວນຮ່ວມ​ຊັບພະຍາກອນມະນຸດ​ ແລະ​ ການ​ປົກ​ຄອງ​ທີ່​ດີ

  1. ຄູ່ຮ່ວມພັດທະນາເອີຣົບມີຄວາມມຸ່ງຫວັງຕັ້ງໃຈທີ່ຈະສ່ອງແສງເຖິງປັດໃຈຕ່າງໆທີ່ກ່ຽວຂ້ອງກັບ 3 ຂົງເຂດຕົ້ນຕໍຂອງແຜນຍຸດທະສາດທີມເອີຣົບໃນ ສປປ ລາວດັ່ງນີ້:
  2. ທຳອິດ, ອີງຕາມການຂະຫຍາຍໂຕສີຂຽວ ແລະ ການຂະຫຍາຍໂຕແບບມີສ່ວນຮ່ວມທີມເອີຣົບຈະພະຍາຍາມສຸດຄວາມສາມາດໃນການໃຫ້ການຊ່ວຍເຫຼືອເປົ້າໝາຍຂອງລັດຖະບານໃນການສ້າງຄວາມດຸ່ນດ່ຽງຂອງຈຸດປະສົງສີຂຽວຕ່າງໆ ແລະ ການກ້າວໄປສູ່ການຢຸດການປົດປ່ອຍອາຍພິດ ກັບ ການພັດທະນາອຸດສາຫະກຳ, ພ້ອມທັງການສົ່ງເສີມການລົງທຶນທີ່ໃຫ້ຄວາມສຳຄັນກັບພະນັກງານ, ສິ່ງແວດລ້ອມ ແລະ ຊຸມຊົນ. ຍ້ອນແນວນີ້ເອງ ພວກເຮົາຈິ່ງໄດ້ສະແດງຄວາມກັງວົນກັບການສ້າງຕັ້ງໂຮງງານໄຟຟ້າຖ່ານຫີນແຫ່ງໃໝ່ຂອງ ສປປ ລາວ ໃນຂະນະທີ່ແຫຼ່ງພະລັງງານທີ່ເຕັມໄປດ້ວຍມົນລະພິດປະເພດນີ້ກຳລັງຫາຍໄປຈາກໂລກຂອງເຮົາ. ນັກລົງທຶນຈາກເອີຣົບຈຳນວນຫຼາຍແມ່ນມີຄວາມພ້ອມທີ່ຈະເຂົ້າມາລົງທຶນກ່ຽວກັບພະລັງງານທົດແທນ ແລະ ແຫຼ່ງພະລັງງານແບບຍືນຍົງເຊັ່ນ ພະລັງງານແສງອາທິດໃນ ສປປ ລາວ.

ອີງຕາມສະຖານະການທາງການເງິນປະຈຸບັນຂອງລັດຖະບານ, ການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການຟື້ນຟູໂຄວິດ-19 ຈຳເປັນຈະຕ້ອງໄດ້ອີງໃສ່ການລົງທຶນຈາກພາກເອກະຊົນຢ່າງມະຫາສານ. ພວກເຮົາຈິ່ງຖືໂອກາດນີ້ໃນການສືບຕໍ່ຊຸກຍູ້ສົ່ງເສີມໃຫ້ລັດຖະບານປະຕິບັດສິ່ງທີ່ໄດ້ຖະແຫຼງໄວ້ ເພື່ອດຳເນີນການປະຕິຮູບການອຳນວຍຄວາມສະດວກໃຫ້ແກ່ຫົວ ໜ່ວຍທຸລະກິດຢ່າງເປັນຮູບປະທຳ ແລະ ລົບລ້າງບັນດາອຸປະສັກຕ່າງໆຂອງການລົງທຶນພາກເອກະຊົນ. ທີມເອີຣົບມີຄວາມພ້ອມໃນການຊຸກຍູ້ບັນດາຜູ້ລົງທຶນຈາກເອີຣົບໃຫ້ມາລົງທຶນທີ່ ສປປ ລາວ ແລະ ເພີ່ມທະວີການແລກປ່ຽນກັບ ສປປ ລາວ, ແຕ່ມັນກໍຈຳເປັນຕ້ອງມີການປະຕິຮູບສິ່ງແວດລ້ອມດ້ານທຸລະກິດທີ່ວ່ອງໄວກວ່າເກົ່າ.

  1. ອັນທີສອງ, ອີງໃສ່ຊັບພະຍາກອນມະນຸດ, ເຊື້ອພະຍາດໂຄວິດ-19 ໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການລົງທຶນໃສ່ຂົງເຂດສາທາລະນະສຸກໃຫ້ຫຼາຍຂຶ້ນເພື່ອເປັນການສ້າງຄວາມຢືດຢຸ່ນ ແລະ ປົກປ້ອງເສດຖະກິດ. ລັດຖະບານມີຄວາມຈຳເປັນຕ້ອງໄດ້ລົງທຶນໃສ່ການແຊກແຊງທາງດ້ານໂພຊະນາການໃຫ້ຫຼາຍຂຶ້ນ ແທນທີ່ຈະປ່ອຍໃຫ້ເປັນໜ້າທີ່ຂອງຄູ່ຮ່ວມພັດທະນາຝ່າຍດຽວ. ເນື່ອງຈາກວ່າປັນຫາການຂາດສານອາຫານ ແມ່ນມີຜົນກະທົບອັນໃຫຍ່ຫຼວງຕໍ່ເສດຖະກິດ.

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງໃຫ້ແກ່ຂົງເຂດການສຶກສາທີ່ໄດ້ຮັບການສະໜັບສະໜູນທາງການເງິນຈຳນວນໜ້ອຍກ່ອນຢູ່ແລ້ວ ຈາກແຜນງົບປະມານປະຈຳປີເມື່ອທຽບໃສ່ກົດໝາຍງົບປະມານ. ງົບປະມານທີ່ໜ້ອຍກວ່າທີ່ຄວນຂອງຂະແໜງການສຶກສາ ໄດ້ສົ່ງຜົນກະທົບທີ່ ໜ້າເສຍດາຍ ທີ່ເຮັດໃຫ້ຜົນຕອບຮັບບໍ່ໄດ້ດີເທົ່າທີ່ຄວນ ດັ່ງທີ່ໄດ້ສະທ້ອນໃຫ້ເຫັນໃນຜົນການສອບເສັງຂອງນັກຮຽນລາວທີ່ຄ່ອນຂ້າງມີປະສິດທິພາບຕ່ຳ. ນອກຈາກນີ້ ຍັງປະກົດມີຊ່ອງວ່າງທາງດ້ານທັກສະທີ່ສຳຄັນທີ່ຈຳເປັນຕ້ອງມີການພັດທະນາສີມືແຮງງານ. ທີມງານເອີຣົບຈິ່ງຢາກຂໍວິງວອນມາຍັງລັດຖະບານ ແລະ ສະພາແຫ່ງຊາດໃນການກວດສອບການຈັດສັນງົບປະມານແຫ່ງຊາດໃຫ້ແກ່ຂົງເຂດການສຶກສາໃຫ້ລະອຽດຂຶ້ນກວ່າເກົ່າ ທັງພິຈາລະນາຈັດສັນງົບປະມານໃນການຮັບສະໝັກ ແລະ ຝຶກອົບຮົມຄູໃຫ້ຫຼາຍຂຶ້ນ ເພື່ອໃຫ້ເປັນ ບຸລິມະສິດແຫ່ງຊາດ.

ຖ້າຫາກ ສປປ ລາວ ຢາກທີ່ຈະປະສົບຜົນສຳເລັດໃນຄວາມມຸ່ງຫວັງຕັ້ງໃຈທີ່ກ່າວໄວ້ໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9, ເຮົາຈຳເປັນຕ້ອງໄດ້ລົງທຶນຢ່າງມະຫາສານໃນການພັດທະນາຊັບພະຍາກອນມະນຸດ ຄືກັນກັບທີ່ບັນດາປະເທດໃນອາຊ້ຽນອື່ນໆໄດ້ເຮັດຜ່ານມາ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງພວກເຂົາ. ການລົງທຶນໃນດ້ານໂພຊະນາການ ແລະ ການສຶກສາແມ່ນການລົງທຶນທີ່ຈະໃຫ້ຜົນຕອບແທນໃນໄລຍະຍາວ ແລະ ຮັບປະກັນວ່າຈະບໍ່ມີໃຜຖືກຖິ້ມໄວ້ທາງຫຼັງ.

  1. ອັນທີສາມ, ອີງໃສ່ການປົກຄອງທີ່ດີ, ທີມເອີຣົບມີຄວາມຍິນດີທີ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄດ້ລວມເອົາປັນຫາການປົກຄອງມາເປັນປັນຫາຫຼັກແຫຼ່ງ. ພວກເຮົາສະໜັບສະໜູນປັນຫາບູລິມະສິດນີ້ ເພື່ອເປັນການພັດທະນາຄຸນະພາບຂອງການບໍລິການສາທາລະນະໄດ້ແກ່ ການຈັດຕັ້ງປະຕິບັດນະໂຍບາຍ 3 ສ້າງ ເຊິ່ງພວກເຮົາກໍເລັງເຫັນຄວາມຈຳເປັນໃນການຮັບປະກັນ ທັກສະ ແລະ ຊັບພະຍາກອນທາງການເງິນທີ່ພຽງພໍ ໃຫ້ແກ່ພະນັກງານລັດໃນຂັ້ນທ້ອງຖິ່ນ. ທີມເອີຣົບຕ້ອງການຢຳ້ໃຫ້ເຫັນເຖິງຄວາມສຳຄັນຂອງບົດບາດພົນລະເມືອງໃນການໃຫ້ບໍລິການແກ່ກຸ່ມປະຊາກອນທີ່ດ້ອຍໂອກາດ ພ້ອມທັງເລັງເຫັນຄວາມສຳຄັນຂອງກອບ ແລະ ການຮ່ວມມືລະຫວ່າງລັດ ແລະ ປະຊາຊົນທີ່ເອື້ອອຳນວຍໃຫ້ສຳເລັດເປົ້າໝາຍນີ້ໄດ້. ທີມເອີຣົບຕ້ອງການທີ່ຈະຢຳ້ຄືນຄຳໝັ້ນສັນຍາທີ່ວ່າ ຈະສະໜັບສະໜູນຊ່ວຍເຫຼືອລັດຖະບານໃນການຊຸກຍູ້ນຳໃຊ້ລະບຽບກົດໝາຍ ຜ່າຍການຈັດຕັ້ງປະຕິບັດ ແລະ ການບັງຄັບໃຊ້ກົດໝາຍ ທັງເປັນການຮັບປະກັນໃຫ້ມີການເຂົ້າເຖິງຄວາມຍຸດຕິທຳຢ່າງເທົ່າທຽມກັນຂອງປະຊາຊົນລາວທຸກໆຄົນ. ພວກເຮົາຍັງມີຄວາມຍິນດີທີ່ລັດຖະບານລາວໄດ້ອະນຸມັດຄຳແນະນຳ 160 ອັນ ຈາກຂະບວນການທົບທວນຄືນປະຈຳໄລຍະ. ພວກເຮົາຂໍຊຸກຍູ້ຢ່າງສຸດໃຈ ແລະ ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອໃຫ້ແກ່ລັດຖະບານ ໃນການຈັດຕັ້ງປະຕິບັດຄຳແນະນຳທີ່ໄດ້ຮັບການເຫັນດີເຫຼົ່ານັ້ນໃຫ້ໄດ້ປະສິດທິຜົນສູງສຸດ.
  2. ສຸດທ້າຍນີ້, ສຳລັບປັນຫາທີ່ຖືກກ່າວຂ້າມທົ່ວໄປ, ທີມເອີຣົບມີຄວາມຕ້ອງການທີ່ຈະຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງການເກັບກຳ ແລະ ການກວດສອບຂໍ້ມູນພ້ອມທັງຄວາມສຳຄັນຂອງການສອດປະສານຄວາມຈຳເປັນ ແລະ ການປະກອບສ່ວນຂອງຊາວໜຸ່ມ ແລະ ແມ່ຍິງໃນແຕ່ລະນະໂຍບາຍ ແລະ ແຜນງານພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9.

ການຮ່ວມມືເພື່ອຜົນປະໂຫຍດຮ່ວມກັນຂອງພວກເຮົາ

  1. ຄູ່ຮ່ວມພັດທະນາເອີຣົບຂໍເອົາໂອກາດນີ້ເພື່ອຢຳ້ຄືນຄຳໝັ້ນສັນຍາທີ່ຈະສ້າງທີມເອີຣົບໃຫ້ເຂັ້ມແຂງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືກັນກັບ ສປປ ລາວ ພາຍໃຕ້ກອບຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9.ການຮ່ວມມືກັນທີ່ເລັງເຫັນຜົນປະໂຫຍດສ່ວນລວມໄດ້ຊຸກຍູ້ສົ່ງເສີມເປົ້າໝາຍຮ່ວມຂອງພວກເຮົາສຳລັບການຂະຫຍາຍໂຕສີຂຽວ ແລະ ການຂະຫຍາຍໂຕຢ່າງມີສ່ວນຮ່ວມ ພ້ອມທັງການແລກປ່ຽນສິນຄ້າ ແລະ ການລົງທຶນພາກເອກະຊົນທີ່ມີຄວາມຮັບຜິດຊອບກວ່າເກົ່າ.

 

Joint Statement by Team Europe Partners in Lao PDR at the High-Level Round Table Meeting on 17 November 2021

A new Team Europe Strategy in Lao PDR 2021-2025…

  1. Team Europe Partners present in Lao PDR(the European Union, France, Germany, Hungary, Luxembourg and Switzerland) value their partnership with Lao PDR and want to take it to a next level of intensified economic and political relations, in the context of the common SDG agenda for sustainable development. In December 2020, the EU elevated its longstanding relationship with ASEAN by becoming strategic partners. In September 2021, the EU unveiled its new Strategy for cooperation in the Indo-Pacific. This shows the importance that Team Europe attaches to this very dynamic region.
  2. In the framework of this new regional policy framework, and in parallel to the formulation of the 9thNational Socio-Economic Development Plan (NSEDP), European Partners in Lao PDR have formulated together the Team Europe Strategy in Lao PDR for 2021-2025. By programming together and formulating co-financed projects, European Partners seek to improve the coherence and effectiveness of their development cooperation in line with the principles of the Vientiane Declaration on Aid Effectiveness.
  3. The Team Europe strategy is fully aligned with the goals and outcomes of the NSEDP, and will focus particularly on 1) fostering a green and inclusive economy; 2) strengthening human capital and; 3) promoting good governance. Team Europe Partners are allocating an indicative estimated total amount of 550 million EUR(about 6.6 trillion Kips) to this strategy in support of the 9thNSEDP.

… in the framework of Lao PDR’s Green Growth, 9th NSEDP, COVID-19 recovery, and LDC Graduation

  1. As part of this Strategy, Team Europe Partners want to flag their commitment to support the Lao PDR Green Growth Strategyand the SDGs related to sustainable consumption and production, climate change, environment, forestry and biodiversity. We propose to work with Lao PDR on increasing trade and investment in green sectors such as sustainable agriculture, forestry and eco-tourism. We will support the efforts of the Government, civil society and communities to fight climate change, to protect the environment and Lao PDR’s unique biodiversity, and to build resilience to disasters. We will help capacitating human resources in Lao PDR in relation to the green transition and to work in green jobs.
  2. Team Europe really appreciates that the final draft of the 9thNSEDP has integrated the majority of the comments that were provided in various consultation meetings and exchanges in the last 2 years. We particularly value the emphasis on sustainable, green, inclusive and quality growth, on promoting responsible investment, on highlighting the needs and contribution of the Youth and women, and on acknowledging the important role played by civil society organisations to support socio-economic development in Lao PDR, especially among marginalised populations and in remote areas.
  3. Team Europe congratulates the Lao PDR for meeting the 3 criteria for LDC graduation. This reflects a considerable improvement in the social and economic development in Lao PDR in the last decades, although the NSEDP recognises the needs to share more equitably the benefits of economic growth.
  4. We also acknowledge the ongoing work to revise the growth, financing and costing scenario of the 9thNSEDP. The NSEDP has indeed started in a very challenging context, and it is a very harsh task to plan in this ever-changing situation with a much lower growth than forecasted. The Government is facing its most difficult macroeconomic and fiscal challenges in many decades, due to the high public debt and the COVID-19 pandemic and high public debt. The pandemic has had a dire impact on businesses and people’s life.
  5. Team Europe has been doing its share by contributing close to 3 billion Euros to the COVAX initiativeand by financing heavily the Lao Government’s efforts to respond to the crisis. In Lao PDR we supported, amongst others, the surveillance and testing capacities, the procurement of protective, medical and laboratory equipment, the provision of food and other services to quarantine centres and isolation facilities, the development of hygiene promotion and vaccination campaigns, and digital solutions for continued leaning. We are hereby confirming Team Europe’s commitment to support Lao PDR’s COVID-19 Recovery Plan and we are all hoping to see soon the light at the end of the tunnel, so that Lao PDR’s businesses and people can thrive again.

A strong partnership focusing on green and inclusive growth, human capital and good governance

  1. European Partners would like to highlight the following points with regard to the 3 priority areas of our Team Europe Strategy in Lao PDR:
  2. First, with regard to green and inclusive growth, Team Europe will do its outmost to support the Government’s objectives tobalance green objectives and reaching net zero emissions versus industrial development, as well as to promote investments that take care of their employees, of the environment, and of the communities. In this regard, we already expressed our concerns to see Lao PDR engaging in new coal power plants, when this very polluting energy source is being gradually phased out in the world. European investors are ready to engage in alternative renewable and sustainable energy sources, like solar energy in Lao PDR.

Given the Government’s current financial constraints, the implementation of the NSEDP and covid-19 recovery frameworks will need to rely on massive private investments. We therefore take this opportunity to continue to encourage the Government to walk the talk to implement concrete business facilitation reforms and eliminate obstacles to private investment. Team Europe is ready to encourage more European Investors to come to Lao PDR and to increase our trade with Lao PDR, but this requires a faster pace of business environment reforms.

  1. Second, with regard to Human Capital, the COVID-19 has shown the importance of investing more in the health sectorto build resilience and protect the economy. The Government also needs to invest more in nutrition interventions rather than leaving it to the Development Partners, as the burden of malnutrition has a huge cost to the economy.

The COVID-19 pandemic has also impacted heavily the education sector, which is already receiving much less financing from the national budget than it should according to the budget law. This continuous under-funding of the education sector has regrettably resulted in very limited learning outcomes, as reflected in Lao student’s low performance in standard examinations. There are also important skills gaps that call for further investment in technical and vocation education and training (TVET). Team Europe would therefore like to make a plea to the Government and the National Assembly to review carefully the national budget allocation to education, and to consider in particular allocating more resources to recruit and train teachers as a matter of national priority.

If Lao PDR is to achieve the long-term ambitions outlined in the 9th NSEDP, it indeed needs to invest heavily in human capital development, like other ASEAN countries have been doing to boost their socio-economic development. Investing in nutrition and education is an investment that pays off in the long term, ensuring that no one is left behind.

  1. Third, with regard to good governance, Team Europe welcomes the inclusion in the NSEDP of a pillar dedicated to governance issues. We support the priority given to improving the quality of public services, which includes the implementation of the Sam Sang policy, and we recall the need to ensure that sufficient skills and financial resources are available to local authorities. Team Europe underlines the important role ofcivil societyin the delivery of services to disadvantaged population groups, and recalls the importance of a conducive framework and coordination between the State and civil society to achieve this objective. Team Europe would like to reiterate its commitment to support the Government in the promotion of the Rule of Law, through law implementation and law enforcement and ensure equitable access to justice for all Lao citizens. We also welcome the Lao government’s approval of 160 recommendations from the last Universal Periodic Review; we strongly encourage and stand ready to support the Government to implement effectively the agreed recommendations.
  2. Finally, as general cross-cutting issues, Team Europe would like to stress, the importance of data collection and monitoring, and the importance of fully integrating the needs and contribution of the youth and womenin every single policy and programme under the 9thNSEDP.

A partnership in our common interest

  1. European Partners take this opportunity to reiterate their commitment to strengthen, together as Team Europe, our partnership with Lao PDR within the framework of the 9thNSEDP. A partnership in our common interestsupporting notably our shared objectives for green and inclusive growth and more responsible trade and private investment.