ການເບິ່ງແຍງສຸຂະພາບເພື່ອຮັບມືກັບຍາມໜາວ

 

ໃນຍາມໜາວອາດເຮັດໃຫ້ຫລາຍຄົນປ່ວຍເປັນໄຂ້ຫວັດ, ໄຂ້ຫວັດໃຫຍ່, ແຕ່ສຳລັບບາງຄົນທີ່ເປັນພະຍາດພູມແພ້ ເມື່ອພົບອາກາດເຢັນໆ ຈະເຮັດໃຫ້ມີອາການແພ້ຫລາຍຂຶ້ນ ເຊັ່ນ : ຈາມ, ນ້ຳມູກໄຫລ ຫລື ບາງຄົນທີ່ເປັນພະຍາດຫອບຫືດ, ພະຍາດປອດຊ້ຳເຮື້ອຢູ່ກ່ອນແລ້ວ ກໍອາດມີອາການຫອບຫລາຍຂຶ້ນໄດ້ ໂດຍສະເພາະຢ່າງຍິ່ງຖ້າຕິດໄຂ້ຫວັດ ຫລື ໄຂ້ຫວັດໃຫຍ່ ຮ່ວມນຳ ແມ່ນບໍ່ດີແທ້. ສະນັ້ນແລ້ວ ການເບິ່ງແຍງສຸຂະພາບເປັນສິ່ງສຳຄັນຫລາຍ ເພາະຖ້າສຸຂະພາບດີຈະຫລຸດໂອກາດ ເຈັບປ່ວຍລົງ ລອງປະຕິບັດຕາມ 8 ວິທີໃນການເບິ່ງແຍງສຸຂະພາບ ເພື່ອຮັບມືກັບຍາມໜາວດັ່ງນີ້ :

  1. ເບິ່ງແຍງຮັກສາສຸຂະພາບໃຫ້ແຂງແຮງຢູ່ສະເໝີ ໂດຍການກິນອາຫານທີ່ມີປະໂຫຍດ ຄົບ 5 ໝວດ, ດື່ມນ້ຳຫລາຍໆ, ອອກກຳລັງກາຍສະໝ່ຳສະເໝີ ແລະ ນອນຫລັບພັກຜ່ອນໃຫ້ພຽງພໍ.
  2. ຫລີກເວັ້ນການຢູ່ໃກ້ຊິດກັບຜູ້ທີ່ປ່ວຍເປັນໄຂ້ຫວັດ ຫລື ໄຂ້ຫວັດໃຫຍ່ ແລະ ບໍ່ຄວນໃຊ້ສິ່ງຂອງຮ່ວມກັນ ເຊັ່ນ : ຜ້າເຊັດໜ້າ, ຈອກນ້ຳ, ຖ້ວຍຈານ, ບ່ວງ ເປັນຕົ້ນ.
  3. ຢູ່ໃນບ່ອນທີ່ມີອາກາດຖ່າຍເທ, ບໍ່ເຂົ້າໄປໃນບ່ອນທີ່ແອອັດ.
  4. ຫາກເປັນໄຂ້ຫວັດ ຫລື ໄຂ້ຫວັດໃຫຍ່ ຄວນມີຜ້າອັດປາກ ແລະ ດັງເວລາໄອ – ຈາມ ແລະ ບໍ່ຢູ່ໃກ້ຊິດກັບຜູ້ອື່ນ ແລະ ໝັ່ນລ້າງມືຕະຫລອດ.
  5. ຫລີກເວັ້ນການສູບຢາ, ດື່ມເຫລົ້າ ແລະ ຢາເສບຕິດຕ່າງໆ ເນື່ອງຈາກອາດເຮັດໃຫ້ສຸຂະພາບຮ່າງກາຍເສື່ອມໂຊມ, ມີໂອກາດຕິດເຊື້ອໄດ້ງ່າຍ.
  6. ລ້າງມືເປັນປະຈຳ ເນື່ອງຈາກເຮົາອາດໄປສຳຜັດກັບເຊື້ອພະຍາດທີ່ຢູ່ຕາມສິ່ງຂອງຕ່າງໆ ເຊັ່ນ : ຮາວຂັ້ນໄດ, ລູກບິດປະຕູ, ຈອກນ້ຳ ເປັນຕົ້ນ ໂດຍລ້າງມືດ້ວຍສະບູທຳມະດາ 15 – 20 ວິນາທີ ຫລື ໃຊ້ນ້ຳຢາລ້າງມືອື່ນໆ.
  7. ຮັກສາຮ່າງກາຍໃຫ້ອົບອຸ່ນໃນຍາມໜາວ ຫລື ໄລຍະທີ່ມີອາການປ່ຽນແປງໃນບ່ອນທີ່ໜາວຫລາຍຄວນໃສ່ໝວກ ເພື່ອຫລຸດການຖ່າຍເທຄວາມຮ້ອນອອກຈາກຮ່າງກາຍ.
  8. ເບິ່ງແຍງດູແລເລື່ອງຜິວໜັງ ໂດຍການເຮັດໃຫ້ຮ່າງກາຍອົບອຸ່ນຢູ່ຕະຫລອດເວລາ, ນຸ່ງເຄື່ອງໜາໆ ຖ້າອາກາດໜາວ ຫລາຍ ບໍ່ອາບນ້ຳດົນໆໃນບ່ອນທີ່ໜາວຫລາຍ, ຫລັງອາບນ້ຳແລ້ວຄວນທາຄຣີມບຳລຸງຜິວ ໃນກໍລະນີທີ່ມີບັນຫາຮີມສົບ ແຫ້ງແຕກ ຄວນທາດ້ວຍລິບສະຕິກມັນ ແລະ ບໍ່ຄວນເລຍຮີມສົບຕະຫລອດ.
  • ນອກຈາກນີ້, ຄວນໝັ່ນເບິ່ງແຍງສຸຂະພາບຕະຫລອດເວລາ ເພາະຈະເປັນການປ້ອງກັນພະຍາດທີ່ດີທີ່ສຸດ ແລະ ບໍ່ມີ ໃຜຮູ້ວ່າຄວາມເຈັບປ່ວຍຈະເກີດຂຶ້ນກັບໂຕເຮົາເມື່ອໃດ ການທີ່ເຮົາມີສຸຂະພາບດີ ອາດເຮັດໃຫ້ເຮົາເຈັບປ່ວຍ ໜ້ອຍລົງ ເພາະການບໍ່ມີພະຍາດ ເປັນໂຊກລາບອັນປະເສີດ.