ກົມຄຸ້ມຄອງບັນຊີຮ່ວມກັບບໍລິສັດ E&Yຝຶກອົບຮົມກ່ຽວກັບການຈັດຕັ້ງປະຕິບັດວຽກບັນຊີ

ໃນຫວ່າງບໍ່ດົນມານີ້, ກົມຄຸ້ມຄອງບັນຊີ ກະຊວງການເງິນຮ່ວມກັບບໍລິສັດ E&Y ໄດ້ຈັດກອງປະຊຸມເຜີຍ ແຜ່ ຝຶກອົບຮົມ ນິຕິກໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານບັນຊີ ໃຫ້ວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະຂຶ້ນ, ໂດຍຜ່ານລະບົບກອງປະຊຸມທາງໄກໂດຍການເປັນປະທານຂອງທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງບັນຊີ, ມີ ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມຄຸ້ມຄອງບັນຊີ, ທ່ານ ແອ໋ງ ຫວງ ຈິກ ຜູ້ບໍລິຫານສູງສຸດ ບໍລິສັດ ເອີນແອນຢັງ, ມີຄະນະພະແນກ, ພະນັກງານວິຊາການ, ວິທະຍາກອນຂອງກົມຄຸ້ມຄອງບັນຊີ ແລະ ທີມງານຂອງບໍລິສັດ ເອີນແອນຢັງ ແລະ ບັນດານັກສໍາມະນາກອນຫົວໜ່ວຍທຸລະກິດ ເຂົ້າຮ່ວມ.

ໂອກາດນີ້,ທ່ານ ນາງ ດາວອນ ທອງຈັນ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ ກົມຄຸ້ມຄອງບັນຊີ ແລະ ບໍລິສັດ ເອີນແອນຢັງ ລາວ ໄດ້ຮ່ວມມືກັນໃນການເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດວຽກງານບັນຊີໃຫ້ບັນ ດາຫົວໜ່ວຍທຸລະກິດໃຫ້ຮັບຊາບ ແລະ ເຂົ້າໃຈແຈ້ງ ແນ່ໃສ່ເພື່ອເປັນການກະກຽມຄວາມພ້ອມໃນການຂ້າມໄປສູ່ ການປະຕິບັດມາດຕະຖານ ການລາຍງານການເງິນ ສໍາລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະ ເປັນຄັ້ງທໍາອິດ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ຕາມທີ່ໄດ້ກໍານົດໄວ້ໃນໝວດທີ 35 ຂອງມາດຕະຖານ ການລາຍງານການເງິນ ສໍາລັບວິສາຫະກິດທີ່ບໍ່ຮັບໃຊ້ຜົນປະໂຫຍດສາທາລະນະ.

ທັງນີ້, ກໍ່ເພື່ອເປັນການປັບປຸງກົນໄກການຊຸກຍູ້ ແລະ ສົ່ງເສີມຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ, ກາງ ແລະ ໃຫ່ຍ ຖືບັນຊີໃຫ້ຖືກຕ້ອງ,ຄົບຖ້ວນຕາມກົດໝາຍບັນຊີ ແລະ ລະບຽບການທີ່ກ່ຽວຂ້ອງ ພ້ອມທັງລົບລ້າງ ການແກ້ໄຂການຖືບັນຊີ 2 ລະບົບ (ຫ້າມນໍາໃຊ້ຫຼາຍມາດຕະຖານບັນຊີໃນໜຶ່ງຫົວໜ່ວຍຖືບັນຊີ), ການຄຸ້ມຄອງ, ກວດກາ, ປະເມີນ ແລະ ດັດສົມ ບັນດາວິສາຫະກິດບັນຊີ (ບໍລິສັດທີ່ປຶກສາບັນຊີ) ແລະ ວິສາຫະກິດກວດສອບ ໃຫ້ປະຕິບັດກົດໝາຍ ແລະ ນິຕິກກໍາໃຕ້ກົດໝາຍຢ່າງເຄັ່ງຄັດ, ສ້າງແຮງຈູງໃຈ ໃຫ້ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ເປັນຜູ້ຕາງໜ້າຕົວແທນຂອງພາກລັດ ເພື່ອສົ່ງເສີມ ແລະ ແນະນໍາໃຫ້ຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ໃຫ້ຖືບັນຊີ ແລະ ສ້າງບົດລາຍງານການເງິນ ແລະ ບັນຊີໃຫ້ຖືກຕ້ອງຕາມມາດຕະຖານ.