ຜູ້ນຳຣັດເຊຍ-ຈີນ ຮຽກຮ້ອງໃຫ້ປະເທດຕ່າງໆ ເປີດໃຈໃຫ້ແກ່ວັກຊີນຕ້ານໂຄວິດສັນຊາດຕົນ ຫລັງເວທີ G20 ເປີດຂຶ້ນ ເຫັນພ້ອມຊ່ວຍປະເທດລາຍໄດ້ໜ້ອຍ

ວັນທີ 30 ຕຸລາ 2021: ຫລັງຈາກກອງປະຊຸມສຸດຍອດຜູ້ນຳ G20 ໄຂຂຶ້ນຢ່າງເປັນທາງການ ເປີດໂອກາດໃຫ້ຜູ້ນຳ 19 ປະເທດ 1 ສະຫະພາບເອີຣົບ ກັບມາພົບກັນອີກໃນປີນີ້ຢູ່ນະຄອນຫລວງໂຣມ ປະເທດອິຕາລີ ເພື່ອຫາລືບັນຫາສຳຄັນຕ່າງໆ ໂດຍສະເພາະວັກຊີນຕ້ານໂຄວິດ ແລະ ສະຖານະການການປ່ຽນແປງສະພາບອາກາດ.
ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ແລະ ປະທານປະເທດ ສີຈິ້ນຜິງ ຂອງຈີນ ບໍ່ໄດ້ເດີນທາງເຂົ້າຮ່ວມກອງປະຊຸມນີ້ດ້ວຍຕົນເອງ, ແຕ່ປະຊຸມຜ່ານວິດີໂອຄອນເຟີເຣນ ເນື່ອງຈາກຂໍ້ຈຳກັດດ້ານການເດີນທາງຊ່ວງສະຖານະການໂຄວິດພາຍໃນປະເທດຍັງຮຸນແຮງຂຶ້ນ ໂດຍຜູ້ນຳທັງສອງປະເທດຮຽກຮ້ອງໃຫ້ປະເທດຕ່າງໆ ເປີດໃຈໃຫ້ແກ່ວັກຊີນຕ້ານໂຄວິດສັນຊາດຕົນ ເຫັນພ້ອມຊ່ວຍເຫລືອປະເທດລາຍໄດ້ໜ້ອຍ.
ຜູ້ນຳຣັດເຊຍລະບຸວ່າ: “ເຖິງວ່ານີ້ຈະເປັນການຕັດສິນໃຈຂອງ G20, ແຕ່ບໍ່ແມ່ນທຸກປະເທດທີ່ຕ້ອງການວັກຊີນຈະເຂົ້າເຖິງວັກຊີນຕ້ານໂຄວິດທີ່ຈຳເປັນຕ້ອງໃຊ້ ສິ່ງເຫລົ່ານີ້ເກີດຂຶ້ນຈາກສາເຫດຫລັກໆມາຈາກການແຂ່ງຂັນທີ່ບໍ່ກົງໄປກົງມາ, ນະໂຍບາຍການກີດກັນທາງການຄ້າ ລວມທັງມີບາງລັດບາງປະເທດໃນ G20 ບໍ່ພ້ອມຈະເປີດໃຈ ແລະ ຮັບຮອງວັກຊີນຮ່ວມກັນ”.
ກ່ອນໜ້ານີ້, ລັດຖະບານອາຟຣິກາໃຕ້ປະຕິເສດຈະອະນຸມັດການສັກວັກຊີນຈາກຣັດເຊຍ, ເຖິງວ່າສະຖານະການພາຍໃນປະເທດຈະຕ້ອງການວັກຊີນຢ່າງຮີບດ່ວນ ໂດຍອ້າງວ່າວັກຊີນສັນຊາດຣັດເຊຍອາດເພີ່ມຄວາມສ່ຽງໃນການຕິດເຊື້ອ HIV ໃນຜູ້ຊາຍ. ອີກທັງວັກຊີນ Sputnik V ບໍ່ໄດ້ຮັບການອະນຸມັດໃຫ້ສັກໃນເຂດສະຫະພາບເອີຣົບ ແລະ ອາເມລິກາ. ຂະນະທີ່ຜູ້ນຳຂອງຈີນກໍມີຄວາມຄິດເຫັນໄປໃນທິດທາງດຽວກັນກັບຜູ້ນຳຣັດເຊຍ.
ດ້ານນາຍົກລັດຖະມົນຕີ ມາຣິໂອ ດຣາກີ ຂອງອິຕາລີ ລະບຸວ່າ: ປະຊາຄົມໂລກຈະຕ້ອງຕິດຕາມ ແລະ ສະໜັບສະໜູນເປົ້າຂອງອົງການອະນາໄມໂລກ (WHO) ທີ່ຕັ້ງໄວ້ວ່າ: ພົນລະເມືອງໂລກປະມານ 40% ຄວນໄດ້ຮັບວັກຊີນຕ້ານໂຄວິດພາຍໃນປີນີ້ ແລະ ຕ້ອງຊ່ວຍກັນຊຸກຍູ້ໃຫ້ເຖິງ 70% ຂອງພົນລະເມືອງໂລກພາຍໃນກາງປີ 2022.
ອ້າງອີງ:

