ສິງກະໂປຕິດໂຄວິດເຖິງ 5 ພັນຄັ້ງທຳອິດ ນັບແຕ່ພົບການລະບາດໃນປະເທດ ສາທາຕິດຕາມຍອດຕິດເຊື້ອສູງຜິດປົກກະຕິ

ສິງກະໂປພົບຜູ້ຕິດເຊື້ອໂຄວິດ-19 ເຖິງ 5.000 ຄົນຄັ້ງທຳອິດ ນັບແຕ່ມີການລະບາດໃນປະເທດ, ກະຊວງສາທາລະນະສຸກຊີ້ຕົວເລກສູງຜິດປົກກະຕິ ຕ້ອງຕິດຕາມໃກ້ຊິດ ເຖິງວ່າຜູ້ຕິດເຊື້ອສ່ວນຫລາຍອາການບໍ່ໜັກ, ຂະນະສັກວັກຊີນໃຫ້ປະຊາຊົນຄົບ 2 ເຂັມເກີນ 80% ແລ້ວ.
ວັນທີ 28 ຕຸລາ 2021, ກະຊວງສາທາລະນະສຸກສິງກະໂປລາຍງານພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ເກີນ 5.000 ຄົນຕໍ່ວັນເປັນຄັ້ງທຳອິດ ນັບແຕ່ພົບການລະບາດໃນປະເທດ ໂດຍໃນວັນທີ 27 ຕຸລາ ພົບຜູ້ຕິດເຊື້ອເຖິງ 5.324 ຄົນ ເພີ່ມຂຶ້ນຈາກວັນທີ 26 ຕຸລາ ທີ່ມີຜູ້ຕິດເຊື້ອ 3.277 ຄົນ, ສ່ວນຈຳນວນຜູ້ເສຍຊີວິດໃນວັນທີ 27 ມີ 10 ຄົນ ສົ່ງຜົນໃຫ້ຍອດລວມຜູ້ເສຍຊີວິດສະສົມໃນປະເທດເພີ່ມເປັນ 349 ຄົນ.
ເຖິງວ່າຕົວເລກຜູ້ຕິດເຊື້ອໃໝ່ທີ່ເພີ່ມຂຶ້ນໃນໄລຍະ 1 ເດືອນຜ່ານມາຈະຢູ່ໃນລະດັບທີ່ໜ້າກັງວົນ, ແຕ່ກະຊວງສາທາລະນະສຸກລະບຸວ່າ: ເກືອບ 98,7% ຂອງຜູ້ຕິດເຊື້ອຈຳນວນ 90.203 ຄົນ ທີ່ພົບໃນໄລຍະເວລາດັ່ງກ່າວ ມີອາການເລັກໜ້ອຍ ຫລື ເກືອບບໍ່ມີອາການເລີຍ. ຂະນະທີ່ອັດຕາການເສຍຊີວິດມີພຽງ 0,1%. ສ່ວນຜູ້ຕິດເຊື້ອອາການໜັກທີ່ຕ້ອງປິ່ນປົວຢູ່ຫ້ອງໄອຊີຢູປັດຈຸບັນມີ 142 ຄົນ ຄິດເປັນອັດຕາສ່ວນການຄອງຕຽງ 79,8% ໂດຍຍັງເຫລືອຕຽງທີ່ຮອງຮັບຜູດຕິດເຊື້ອອາການໜັກໄດ້ອີກ 72 ຕຽງ.
ສຳລັບສາເຫດທີ່ຜູ້ຕິດເຊື້ອສ່ວນຫລາຍມີອາການບໍ່ໜັກ ເປັນເພາະສິງກະໂປມີອັດຕາການສັກວັກຊີນໃຫ້ປະຊາຊົນໃນປະເທດສູງທີ່ສຸດປະເທດໜຶ່ງຂອງໂລກ ໂດຍປັດຈຸບັນມີຜູ້ໄດ້ຮັບວັກຊີນຄົບ 2 ເຂັມແລ້ວ 84% ຂອງປະຊາກອນທັງໝົດ ແລະ 14% ສັກວັກຊີນກະຕຸ້ນເຂັມທີ 3 ແລ້ວ.
ໃນອາທິດຜ່ານມາ, ລັດຖະບານສິງກະໂປໄດ້ຂະຫຍາຍເວລາບັງຄັບໃຊ້ມາດຕະການເຂັ້ມງວດທາງສັງຄົມ ເພື່ອຄວບຄຸມການແຜ່ລະບາດຕໍ່ໄປອີກປະມານ 1 ເດືອນ ເພື່ອຫລຸດແຮງກົດດັນຕໍ່ລະບົບສາທາລະນະສຸກຂອງປະເທດໃນການຮອງຮັບການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໂດຍມາດຕະການທີ່ຍັງມີການບັງຄັບໃຊ້ຕໍ່ໄປ ລວມທັງການຈຳກັດການລວມກຸ່ມໃນສັງຄົມ ແລະ ກຳນົດໃຫ້ນັ່ງຮັບປະທານອາຫານນອກເຮືອນຮ່ວມກັນໄດ້ພຽງໂຕະລະ 2 ຄົນ.
ອ້າງອີງ:

