ກອງປະຊຸມປຶກສາຫາລືບາງບັນຫາທີ່ຕິດພັນກັບບໍລິສັດ ພູເບ້ຍມາຍນິງ ແລະ ບໍລິສັດ ບໍ່ແຮ່

ໃນວັນທີ 25 ຕຸລາ 2021 ນີ້, ໄດ້ຈັດກອງປະຊຸມປຶກສາຫາລືບາງບັນຫາທີ່ຕິດພັນກັບບໍລິສັດ ພູເບ້ຍ ມາຍນິງ ແລະ ບໍລິສັດ ສີສະເກດ ສໍາຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຈໍາກັດຜູ້ດຽວ, ໂດຍການເປັນປະທານຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາຄະນະກົມອ້ອມຂ້າງກະຊວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາທີ່ຕິດພັນກັບບໍລິສັດ ພູເບ້ຍ ມາຍນິງ ແລະ ບໍລິສັດ ສີສະເກດ ສໍາຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຈໍາກັດຜູ້ດຽວເປັນຕົ້ນ: ການຊໍາລະເງິນໃນຈໍານວນຕ່າງໆເພື່ອແກ້ໄຂບັນຫາຄົງຄ້າງຜ່ານມາ, ການຈ່າຍຄືນຈໍານວນເງິນພາສີນໍ້າມັນທີ່ໄດ້ຮັບຍົກເວັ້ນ, ການກໍານົດວິທີການທີ່ແທດເໝາະ ເພື່ອດໍາເນີນການຍົກເວັ້ນພາ ສີນໍ້າມັນໃຫ້ບໍລິສັດຈາກດ່ານນໍາເຂົ້າ, ການຈ່າຍພາສີອາກອນເພີ່ມຂຶ້ນທີ່ຕິດພັນກັບພາສີນໍາເຂົ້ານໍ້າມັນ ແລະ ການຈ່າຍເງິນລ່ວງໜ້າຈໍານວນໜຶ່ງຕໍ່ກັບບັນຫາດັ່ງກ່າວຄະນະຮັບຜິດຊອບ ໄດ້ມີການປຶກສາຫາລື ເພື່ອຫາວິທີການແກ້ໄຂໃນການກໍານົດກົນໄກການຄຸ້ມຄອງນໍ້າມັນທີ່ໄດ້ຮັບການຍົກເວັ້ນ, ກໍານົດການເຂົ້າ-ອອກຂອງນໍ້າມັນເປັນຈຸດລະອຽດສະເພາະ ແລະ ຫາຊ່ອງທາງໃນການແກ້ໄຂບັນຫາຕ່າງໆ.

ພ້ອມດຽວກັນນີ້, ຍັງໄດ້ພ້ອມກັນປຶກສາຫາລື ຕາມການສະເໜີພິຈາລະນາການມອບພັນທະການສົ່ງອອກແຮ່ເຫຼັກຂອງບໍລິສັດ ສີສະເກດ ສໍາຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຈໍາກັດຜູ້ດຽວທີ່ສະເໜີໃຫ້ກະຊວງການເງິນ ຄົ້ນຄວ້າທົບທວນການຄິດໄລ່ມອບພັນທະການສົ່ງອອກແຮ່ເຫຼັກຂອງບໍລິສັດຢູ່ສະໜາມສອງ, ເພື່ອໃຫ້ແທດເໝາະກັບສະພາບໃນປັດຈຸບັນໃນການສຸມໃສ່ການພັດທະນາໄປຕາມນະໂຍບາຍຂອງພັກ ແລະ ລັດຖະບານ.