ກອງພັນປ້ອງກັນເຄື່ອນທີ່ໄວ ນວ ກັກຕົວກຸ່ມລັກລົດຈັກ ແລະ ບຸກຄົນມີຢາເສບຕິດໄວ້ໃນຄອບຄອງ 3 ຄົນ

ຕາມການລາຍງານຂອງກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ (ນວ) ໃຫ້ຮູ້ວ່າ: ໃນຄືນວັນທີ 19 ກັນຍາ 2021, ກອງພັນປ້ອງກັນເຄື່ອນທີ່ໄວ ນວ ອອກກວດກາລາດຕະເວນ ຕາມພື້ນທີ່ຄວາມຮັບຜິດຊອບ ພໍຮອດເຂດຕະຫລາດໂນນຄໍ້ ເມືອງໄຊເສດຖາ ນວ ເວລາ ປະມານ 23:55 ໂມງ ພົບເຫັນກຸ່ມຄົນຮ້ອງຂໍຄວາມຊ່ວຍເຫລືອຈາກ ເຈົ້າໜ້າທີ່ຕໍາຫລວດສາຍກວດວ່າ: ມີຄົນລັກລົດຈັກ ເຈົ້າໜ້າທີ່ ຈຶ່ງຂັບຂີ່ລົດໄລ່ຕາມ ສາມາດກັກຕົວ ທ້າວ ແຊມ ອາຍຸ 20 ປີ ອາຊີບ ກໍາມະກອນ ປັດຈຸບັນ ພັກເຊົາຢູ່ ບ້ານຫົວຂົວ ເມືອງໄຊເສດຖາ ພ້ອມຂອງກາງ ລົດຈັກເວບ 100 ສີຟ້າດໍາ ບໍ່ມີປ້າຍທະບຽນພາຍຫລັງກັກຕົວໄດ້ ກໍສົ່ງຜູ້ກ່ຽວໃຫ້ ກອງບັນຊາການ ປກສ ເມືອງໄຊເສດຖາ ດໍາເນີນຄະດີຕາມລະບຽບກົດໝາຍ.
ເວລາຕໍ່ມາໄດ້ກັກຕົວ ທ້າວ ໄຊຊະນະ ອາຍຸ 29 ປີ ອາຊີບ ກໍາມະກອນ ຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ຢູ່ຖະໜົນກໍາແພງເມືອງ ເຂດບ້ານໂພນປ່າເປົ້າ ພ້ອມຂອງກາງຢາບ້າ 3 ເມັດ ສົ່ງໃຫ້ກອງບັນຊາການ ປກສ ເມືອງໄຊເສດຖາ ດໍາເນີນຄະດີ ແລະ ໃນເວລານໍາສົ່ງທ້າວໄຊຊະນະໃຫ້ ກອງບັນຊາການ ປກສ ເມືອງໄຊເສດຖາ ແລ້ວເຈົ້າໜ້າທີ່ ກອງພັນປ້ອງກັນເຄື່ອນທີ່ໄວ ຍັງສາມາດກັກຕົວຜູ້ຖືກຫາ ໄດ້ອີກ 1 ຄົນ ຄື: ທ້າວ ອຸ້ຍ ອາຍຸ 40 ປີ ອາຊີບ ກໍາມະກອນ ຢູ່ບ້ານໂພນພະເນົາ ເມືອງໄຊເຊດຖາ ພ້ອມຂອງກາງຢາບ້າ 7 ເມັດ ສົ່ງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ນວ ດໍາເນີນຄະດີ.
ດັ່ງນັ້ນ, ກອງບັນຊາການ ປກສ ນວ ຮຽກຮ້ອງ ມາຍັງທຸກຄົນໃນສັງຄົມ ໃຫ້ປະຕິບັດພັນທະຂອງຕົນປະກອບສວນເຂົ້າໃນວຽກງານຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຖ້າພົບຫັນບັນຫາທີ່ເປັນໜໍ່ແໜງ ຂອງການກະທໍາຜິດທາງອາຍາ ຫລື ການກະທໍາທີ່ເຕະຕ້ອງເຖິງການພົວພັນຂອງສັງຄົມທີ່ກົດໝາຍ ແລະ ລະບຽບການກໍານົດໄວ້ ຂໍຄວາມຮ່ວມມື ແຈ້ງມາທີ່ເບີວອດແອັບ ປກສ ນວ 020 2889 9774.

