ທ່ານ ກິມຈອງອຸນ ເຜີຍແຜນພັດທະນາປະເທດສະບັບໃໝ່ໄລຍະ 5 ປີ ກຽມປັບປຸງຄຸນນະພາບຊີວິດຊາວ ສປປ ເກົາຫລີ

ວັນທີ 11 ຕຸລາ 2021, ສຳນັກຂ່າວກາງຂອງ ສປປ ເກົາຫລີ ຄື KCNA ເປີດເຜີຍວ່າ: ທ່ານ ກິມຈອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ກຽມໃຊ້ແຜນພັດທະນາສະບັບໃໝ່ໄລຍະ 5 ປີ ໃນເວລາຂຶ້ນກ່າວສູນທອນພົດໃນງານຄົບຮອບ 76 ປີການສ້າງຕັ້ງພັກແຮງງານເກົາຫລີ ໃນວັນທີ 10 ຕຸລາຜ່ານມາ ຫລັງຍອມຮັບວ່າແຜນພັດທະນາສະບັບກ່ອນໜ້າບໍ່ປະສົບຜົນສຳເລັດ ກຽມປັບປຸງຄຸນນະພາບຊີວິດຊາວ ສປປ ເກົາຫລີ.
ໂດຍແຜນພັດທະນາດັ່ງກ່າວຈະເນັ້ນຟື້ນຟູບັນຫາທາງດ້ານເສດຖະກິດຂອງປະເທດ, ແກ້ໄຂວິກິດດ້ານອາຫານ, ເສື້ອຜ້າເຄື່ອງນຸ່ງຫົ່ມ ແລະ ທີ່ພັກອາໄສຂອງປະຊາຊົນພາຍໃນປະເທດ 5 ປີຕໍ່ຈາກນີ້. ຊີ້ຄວາມເປັນອັນໜຶ່ງອັນດຽວກັນຈະຊ່ວຍໃຫ້ ສປປ ເກົາຫລີ ກ້າວຜ່ານອຸປະສັກຕ່າງໆໄປໄດ້.
ນັກວິເຄາະເບິ່ງວ່າ: ທ່ານ ກິມຈອງອຸນ ກຳລັງຜະເຊີນກັບໄລຍະເວລາທີ່ຍາກລຳບາກທີ່ສຸດ ຫລັງກ້າວຂຶ້ນດຳລົງຕຳແໜ່ງຜູ້ນຳ ສປປ ເກົາຫລີ. ນອກຈາກຈະບໍ່ບັນລຸຜົນໃນການເຈລະຈາກັບລັດຖະບານອາເມລິກາ ໃນການຜ່ອນຄາຍມາດຕະການຂວ້ຳບາດກົດດັນ ສປປ ເກົາຫລີ ກ່ຽວກັບການພັດທະນາອາວຸດນິວເຄຼຍກັບອະດີດປະທານາທິບໍດີ ໂດນັລ ທຣຳ ເມື່ອປີ 2018 ແລະ 2019 ກ່ອນຈະຜະເຊີນກັບຜົນກະທົບຂອງການແຜ່ລະບາດຂອງໂຄວິດ ສົ່ງຜົນໃຫ້ຕ້ອງປິດຊາຍແດນປະເທດເພື່ອຮັບມືພະຍາດລະບາດ.
ເບື້ອງຕົ້ນທາງການ ສປປ ເກົາຫລີ ປະຕິເສດຈະກັບມາເຈລະຈາກັບລັດຖະບານອາເມລິກາ ຖ້າທາງການອາເມລິກາຍັງບໍ່ປະຖິ້ມແນວທາງນະໂຍບາຍທີ່ເປັນປໍລະປັກກັບ ສປປ ເກົາຫລີ ໂດຍສະເພາະການດຳເນີນມາດຕະການຂວ້ຳບາດ ແລະ ການຮ່ວມຊ້ອມຮົບທາງທະຫານກັບ ສ.ເກົາຫລີ ແລະ ເຖິງວ່າທາງການ ສປປ ເກົາຫລີ ແລະ ສ.ເກົາຫລີ ຈະຫາກໍກັບມາເປີດຊ່ອງທາງຕໍ່ສາຍຕົງລະຫວ່າງກັນອີກ, ແຕ່ກ້າວຕໍ່ໄປໃນການຈະພັດທະນາການພົວພັນແບບທະວີພາຄີລະຫວ່າງ 2 ປະເທດ ສ.ເກົາຫລີ ຈຳເປັນຕ້ອງປະຖິ້ມການຕີສອງໜ້າ ແລະ ມຸມມອງທີ່ເປັນສັດຕູກັບ ສປປ ເກົາຫລີ.
ອ້າງອີງ:

