ຍີ່ປຸ່ນພົບພະຍາດຕິດເຊື້ອໄວຣັສຊະນິດໃໝ່ ຕິດຈາກສັດສູ່ຄົນ

ທີມນັກວິໄຈຈາກມະຫາວິທະຍາໄລຮອກໄກໂດຂອງຍີ່ປຸ່ນ ພົບເຊື້ອໄວຣັສຊະນິດໃໝ່ທີ່ຕັ້ງຊື່ໃຫ້ວ່າ: ເອໂຊະໄວຣັສ (Yezo virus) ທີ່ແຜ່ເຊື້ອສູ່ມະນຸດຜ່ານການຖືກເຫັບໝັດກັດ ໂດຍຜູ້ຕິດເຊື້ອຈະມີອາການໄຂ້ຂຶ້ນສູງ, ເກັດເລືອດ ແລະ ເມັດເລືອດຂາວທີ່ເຮັດໜ້າທີ່ຕໍ່ສູ້ກັບສິ່ງແປກປອມເຂົ້າສູ່ຮ່າງກາຍຫລຸດຕໍ່າ.
ໄວຣັສຊະນິດນີ້ຖືກພົບເມື່ອປີ 2019 ຫລັງຈາກຊາຍອາຍຸ 41 ປີ ເຂົ້າຮັບການປິ່ນປົວໃນໂຮງໝໍດ້ວຍອາການໄຂ້ ແລະ ປວດຂາ ຫລັງຈາກລາວຖືກສັດທີ່ຄາດວ່າອາດຈະເປັນເຫັບໝັດກັດລະຫວ່າງໄປຍ່າງປ່າຢູ່ຮອກໄກໂດ.
ຊາຍຄົນນີ້ມີຜົນກວດເຊື້ອໄວຣັສທຸກຊະນິດທີ່ມີເຫັບໝັດເປັນພາຫະເປັນລົບ ແລະ ໄດ້ຮັບອະນຸຍາດໃຫ້ອອກຈາກໂຮງໝໍຫລັງປິ່ນປົວ 2 ອາທິດ. ຈາກນັ້ນໃນປີ 2020 ໄດ້ພົບຜູ້ປ່ວຍອີກ 1 ຄົນທີ່ເຂົ້າປິ່ນປົວດ້ວຍອາການຄ້າຍຄືກັບຊາຍຄົນທຳອິດ ແລະ ຖືກເຫັບໝັດກັດເຊັ່ນກັນ.
ທີມນັກວິໄຈຈຶ່ງວິເຄາະຢີນຈາກຕົວຢ່າງເລືອດຂອງຜູ້ປ່ວຍທັງສອງຄົນ ແລະ ພົບໄວຣັສຊະນິດໃໝ່ຄື orthonairovirus ເຊິ່ງຢູ່ໃນຕະກູນຂອງ nairovirus ທີ່ລວມທັງໄວຣັສທີ່ກໍ່ໃຫ້ເກີດພະຍາດໄຂ້ເລືອດອອກໄຄຣເມຍ-ຄອງໂກ ເຊິ່ງຕິດຕໍ່ຜ່ານການຖືກເຫັບໝັດກັດເຊັ່ນກັນ.
ຫລັງຈາກນັ້ນ ທີມນັກວິໄຈຈຶ່ງເລີ່ມຕິດຕາມຫາເຊື້ອໄວຣັສດັ່ງກ່າວໃນຕົວຢ່າງເລືອດຂອງຜູ້ປ່ວຍທີ່ເຂົ້າປິ່ນປົວໃນໂຮງໝໍນັບແຕ່ປີ 2014 ດ້ວຍອາການຄ້າຍຄືກັນນີ້ ແລະ ພົບເຊື້ອໄວຣັສເອໂຊະໃນຜູ້ປ່ວຍຢ່າງໜ້ອຍ 5 ຄົນ ໂດຍທຸກຄົນມີອາການໄຂ້ຂຶ້ນສູງ, ເກັດເລືອດ ແລະ ຈຸລັງເມັດເລືອດຂາວຫລຸດ ລວມທັງຕັບເຮັດວຽກຜິດປົກກະຕິ.
ເຄອິຕະ ມັດສຸໂນະ ນັກໄວຣັສວິທະຍາ ເຊິ່ງເປັນໜຶ່ງໃນທີມວິໄຈ ເປີດເຜີຍວ່າ: “ຄົນໄຂ້ຢ່າງໜ້ອຍ 7 ຄົນຕິດເຊື້ອໄວຣັສຊະນິດໃໝ່ນີ້ໃນຍີ່ປຸ່ນ ນັບແຕ່ປີ 2014 ແຕ່ຮອດປັດຈຸບັນຍັງບໍ່ມີການຢືນຢັນການເສຍຊີວິດ”.
ນອກຈາກນີ້ ທີມວິໄຈຍັງກວດສອບຕົວຢ່າງເລືອດທີ່ເກັບຈາກສັດປ່າໃນຮອບ 10 ປີ ນັບແຕ່ປີ 2010 ໂດຍພົບແອນຕິບໍດີຂອງເອໂຊະໄວຣັສໃນແຣກຄູນ ແລະ ກວາງຊີກາຮອກໄກໂດ ເຊິ່ງເປັນສັດພື້ນເມືອງຂອງຮອກໄກໂດ ແລະ ຍັງພົບອາຣເອັນເອຂອງເອໂຊະໄວຣັສໃນເຫັບໝັດ 3 ສະປິຊິໃຫຍ່ທົ່ວເກາະຮອກໄກໂດ.
ມັດສຸໂນະ ເຜີຍວ່າ: “ເບິ່ງຄືວ່າເອໂຊະໄວຣັສຈະເລີ່ມແຜ່ລະບາດຈາກຮອກໄກໂດ ແລະ ມີຄວາມເປັນໄປໄດ້ສູງທີ່ໄວຣັສຈະກໍ່ໃຫ້ເກີດພະຍາດເມື່ອມັນຕິດຕໍ່ຈາກສັດສູ່ຄົນຜ່ານເຫັບໝັດ… ທຸກກໍລະນີທີ່ຕິດເຊື້ອເອໂຊະໄວຣັສທີ່ເຮົາຮູ້ຈົນຮອດປັດຈຸບັນຍັງບໍ່ມີຜູ້ເສຍຊີວິດ, ແຕ່ເປັນໄປໄດ້ສູງວ່າພະຍາດນີ້ແຜ່ອອກໄປນອກຮອກໄກໂດແລ້ວ”.
ທັງນີ້, ເອໂຊະໄວຣັສຖືກຕັ້ງຊື່ຕາມຊື່ບູຮານຂອງເກາະຮອກໄກໂດ ເຊິ່ງພົບເຊື້ອໄວຣັສນີ້ຄັ້ງທຳອິດ ໂດຍໄວຣັສຊະນິດໃໝ່ນີ້ມີການກ່ຽວຂ້ອງຢ່າງໃກ້ຊິດກັບຊັລລິນາໄວຣັສ (Sulina virus) ແລະ ແທມດີໄວຣັສ (Tamdy virus) ເຊິ່ງພົບໃນໂຣມາເນຍ ແລະ ອຸສເບກິດສະຖານ ຕາມລຳດັບ ເຊິ່ງມີລາຍງານວ່າແທມດີໄວຣັສເຮັດໃຫ້ມະນຸດເປັນໄຂ້ກະທັນຫັນໃນຈີນເມື່ອມໍ່ໆນີ້.
ຜົນການວິໄຈດັ່ງກ່າວຕີພິມໃນວາລະສານ Nature Communications
ອ້າງອີງ:
https://www.posttoday.com/world/664939

