ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ  ລົງກວດກາລາຄາສິນຄ້າ ຢູ່ເທດສະບານແຂວງ ເພື່ອບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາໃນໄລຍະມີການແພ່ລະບາດຂອງພະຍາດໂຄວິດ-19

ວັນທີ 1 ຕຸລາ 2021 ນີ້, ທ່ານ ທອງດໍາ ຂຸນອຸດົມ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ສົມທົບກັບຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງອະນຸວົງ ລົງຕິດຕາມ, ກວດກາ ລາຄາສິນຄ້າ ໃນຊ່ວງໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ນີ້ ຢູ່ທີ່ຕະຫລາດແຂວງໄຊສົມບູນ ແລະ ບັນດາຮ້ານຂາຍເຄື່ອງຕ່າງໆ ອ້ອມຂ້າງເທດສະບານແຂວງ.

 

ເພື່ອປະຕິບັດຕາມຄໍາສັ່ງເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ປະຕິບັດຕາມຄໍາສັ່ງ ເລກທີ 295 ຂອງຄະນະສະເພາະກິດແຂວງ ກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແພ່ລະບາດຂອງພະຍາດໂຄວິດ 19 ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ກໍຄືການລົງແນະນໍາບັນດາຫົວໜ່ວຍວິສາຫະກິດທີ່ດໍາເນີນກິດຈະການຈໍາໜ່າຍສິນຄ້າ ຢູ່ແຂວງໄຊສົມບູນ ໃຫ້ປະຕິບັດຕາມມາດຕະການປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນແມ່ນ ຕ້ອງມີການຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ໃສ່ຜ້າປິດປາກ-ປິດດັງ ແລະ ຕ້ອງມີນໍ້າຢາລ້າງມືໄວ້ບໍລິການຢູ່ໜ້າຮ້ານ.

ນອກນັ້ນ ທ່ານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ  ຍັງໄດ້ສອບຖາມກ່ຽວກັບລາຄາສິນຄ້າ ສະບຽງອາຫານ ໂດຍສະເພາະແມ່ນ ປະເພດເຂົ້າສານ, ຊີ້ນ, ປາ, ໄກ່ ແລະ ພຶດຜັກຕ່າງໆ ລວມທັງສິນຄ້າອຸປະໂພກ-ບໍລິໂພກ ແລະ ສິນຄ້າທົ່ວໄປ ເພື່ອຄຸ້ມຄອງໃຫ້ຢູ່ໃນສະພາບປົກກະຕິ ຕາມກົນໄກການຕະຫລາດ ທີ່ມີການຄຸ້ມຄອງດັດສົມຂອງລັດໃນແຕ່ລະໄລຍະ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການ. ທັງນີ້ ກໍເພື່ອບໍ່ໃຫ້ມີຜູ້ປະກອບການ ສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ, ຂຶ້ນຄ່າບໍລິການ ຕາມລໍາພັງໃຈ ຊຶ່ງເປັນການເອົາປຽບຜູ້ບໍລິໂພກໂດຍບໍ່ຊອບທໍາ, ຮັບປະຫກັນໃຫ້ມີສິນຄ້າພຽງພໍ, ມີຄຸນນະພາບ ແລະ ຂາຍໃນລາຄາທີ່ເໝາະສົມ ໃນຊ່ວງໄລຍະ ທີ່ແຂວງໄຊສົມບູນ ກຳລັງປະເຊີນໜ້າກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ນີ້.