ປະທານາທິບໍດີ ສ.ເກົາຫລີ ກ່າວ ອາດເຖິງເວລາ ພິຈາລະນາຫ້າມບໍລິໂພກຊີ້ນໝາໃນປະເທດ

ປະທານາທິບໍດີ ມຸນແຈອິນ ຂອງ ສ.ເກົາຫລີ ກ່າວວ່າ: ອາດເຖິງເວລາແລ້ວທີ່ຈະຕ້ອງຫ້າມການບໍລິໂພກຊີ້ນໝາ ທ່າມກາງກະແສສັງຄົມທີ່ຍັງແຕກອອກເປັນສອງຝ່າຍ ແລະ ການຮຽກຮ້ອງສິດທິສັດເພີ່ມຂຶ້ນ.
ທ່ານ ມຸນແຈອິນ ກ່າວເຖິງເລື່ອງດັ່ງກ່າວຫລັງໄດ້ຮັບຟັງການບັນຍາຍສະຫລຸບຈາກນາຍົກລັດຖະມົນຕີ ກິມບູກຍອມ ກ່ຽວກັບຄວາມພະຍາຍາມຂອງລັດຖະບານໃນການປັບປຸງການແກ້ໄຂສັດທີ່ຖືກປະຖິ້ມ ແລະ ລະບົບການຂຶ້ນທະບຽນໝາ ເຖິງວ່າຈະບໍ່ແມ່ນເລື່ອງທີ່ພົບເຫັນໂດຍທົ່ວໄປໃນ ສ.ເກົາຫລີ ຄືເມື່ອກ່ອນແລ້ວ, ແຕ່ເຖິງຢ່າງນັ້ນ ກໍຍັງມີການຮັບປະທານຊີ້ນໝາໃນກຸ່ມຜູ້ສູງອາຍຸ ລວມທັງມີໃຫ້ບໍລິການໃນຮ້ານອາຫານບາງແຫ່ງ ແລະ ສາມາດຫາຊື້ໄດ້ໃນຕະຫລາດສະເພາະ.
“ຫລັງຈາກການບັນຍາຍສະຫລຸບ, ປະທານາທິບໍດີ ໄດ້ກ່າວວ່າ: ເຖິງເວລາແລ້ວທີ່ຕ້ອງພິຈາລະນາຢ່າງຮອບຄອບເລື່ອງການສັ່ງຫ້າມຮັບປະທານຊີ້ນໝາ” ໂຄສົກຂອງປະທານາທິບໍດີ ສ.ເກົາຫລີ ກ່າວໃນຖະແຫລງການ.
ຖືເປັນຄັ້ງທຳອິດທີ່ທ່ານ ມຸນແຈອິນ ຍົກເອົາຄຳສັ່ງຫ້າມດັ່ງກ່າວຂຶ້ນມາພິຈາລະນາ ເຊິ່ງອາດຈະກໍ່ໃຫ້ເກີດແຮງຮືຮາຄັ້ງໃໝ່ຕໍ່ບັນຫາທີ່ຍັງເປັນການໂຕ້ຖຽງກັນວ່າ: ຄວນຈະຫລຸດການຮັບປະທານຊີ້ນໝາ ຫລື ບໍ່.
ເພື່ອເພີ່ມຄະແນນນິຍົມໃຫ້ຕົນເອງ, ຜູ້ສະໝັກຊີງຕຳແໜ່ງປະທານາທິບໍດີຫລາຍຄົນໄດ້ໃຫ້ຄຳໝັ້ນຈະຫ້າມບໍລິໂພກຊີ້ນໝາໃນໄລຍະຜ່ານມ ໂດຍສະເພາະເມື່ອປະຊາຊົນນິຍົມລ້ຽງໝາເປັນສັດລ້ຽງຫລາຍຂຶ້ນ ຕະຫລອດຈົນບັນດາກຸ່ມເຄື່ອນໄຫວເພື່ອສິດທິສັດໄດ້ອອກມາຮຽກຮ້ອງໃຫ້ ສ.ເກົາຫລີ ປິດຮ້ານອາຫານ ແລະ ຕະຫລາດທີ່ຂາຍຊີ້ນໝາ.
ການສຳຫລວດທີ່ເຮັດໂດຍກຸ່ມສະຫວັດດີພາບສັດ Aware ແລະ ເຜີຍແຜ່ໃນເດືອນນີ້ ພົບວ່າ 78% ຂອງຜູ້ຕອບແບບສອບຖາມເຊື່ອວ່າການຜະລິດ ແລະ ຈຳໜ່າຍຊີ້ນໝາ ແລະ ແມວຄວນເປັນສິ່ງຕ້ອງຫ້າມ ແລະ 49% ສະໜັບສະໜູນການຫ້າມບໍລິໂພກ.
ເຖິງຢ່າງໃດກໍຕາມ, ອີກການສຳຫລວດໜຶ່ງໂດຍບໍລິສັດເຮັດການສຳຫລວດ Realmeter ສະແດງໃຫ້ເຫັນວ່າປະຊາຊົນສຽງແຕກໃນບັນຫາທີ່ວ່າລັດຖະບານຄວນຫ້າມບໍລິໂພກຊີ້ນໝາ ຫລື ບໍ່ ໂດຍພົບວ່າຜູ້ຕອບແບບສອບຖາມ 59% ສະໜັບສະໜູນຂໍ້ຈຳກັດທາງກົດໝາຍໃນການຂ້າໝາເພື່ອບໍລິໂພກ.
ຂະນະທີ່ບັນດາຜູ້ຂາຍຊີ້ນໝາຢືນຢັນວ່າ ພວກຕົນມີສິດໃນການປະກອບອາຊີບ ໂດຍກ່າວວ່າການທຳມາຫາລ້ຽງຊີບຂອງພວກເຂົາກຳລັງຕົກຢູ່ໃນຄວາມສ່ຽງ.
ອ້າງອີງ:

