ອິນເດຍ​ເຜົາ​ “ນໍແຮດ”​ 2000​ ນໍ​ ທີ່ຢຶດໄດ້ຈາກຜູ້ລັກລອບລ່າສັດ

ອີງຕາມການ​ລາຍງານຂ່າວ​ ຂອງ​ສຳນັກຂ່າວ​ ຊິນຫົວ​ ວັນທີ​ 22​ ກັນຍາ​ 2021​ ນີ້ໃຫ້ຮູ້ວ່າ: ເຈົ້າໜ້າທີ່ກົມປ່າໄມ້ຂອງອິນເດຍ ໄດ້ທຳການເຜົາທຳລາຍນໍແຮດ​ ທີ່ຢຶດໄດ້ຈາກການຈັບຜູ້ລັກລອບລ່າສັດປ່າ​ 2000​ ນໍ​ ເຊິ່ງສາເຫດທີ່ນຳມາເຜົາຍ້ອນບໍ່ເຫັນຄ່າທາງຢາຕາມຄວາມເຊື່ອ ແລະ​ ຕ້ອງປາບປາມຢ່າງຈິງຈັງ​ ເຫັນຄ່າຊີວິດແຮດຫຼາຍກວ່າ.​
ພິທີເຜົາຈັດຂຶ້ນທີ່ສະໜາມກິລາໂບກາກັດ ເຂດລັດອັດສຳ ພາກຕາເວັນອອກສຽງເໜືອຂອງອິນເດຍ ເພື່ອເປັນການລະນຶກເຖິງວັນແຮດໂລກ ວັນທີ 22 ກັນຍາ ນັ້ນເອງ.​