ສອບເສັງຮອບທີ II ເອົາລັດຖະກອນໃໝ່ປີ 2021ສາຂາວິຊາການເງິນ-ການບັນຊີ, ເສດຖະສາດ, ກົດໝາຍ

ໃນວັນທີ 18 ກັນຍາ 2021 ທີ່ກະຊວງການເງິນ, ໄດ້ຈັດສອບເສັງຮອບທີ II ໃນ 3 ສາຂາວິຊາຄື: ສາຂາວິຊາການເງິນ-ການບັນຊີ, ສາຂາວິຊາເສດຖະສາດ ແລະ ສາຂາວິຊາກົດໝາຍ, ເພື່ອຄັດເລືອກເອົາຜູ້ທີ່ມີຄະແນນສູງສຸດເຂົ້າສຳພາດ ແລະ ບັນຈຸສັບຊ້ອນເຂົ້າເປັນຖະກອນໃໝ່ຂອງຂະແໜງການເງິນປີ 2021.
ໂດຍການເປັນກຽດເຂົ້າຮ່ວມ ແລະ ຕິດຕາມການສອບເສັງຂອງທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ທັງເປັນຮອງຫົວໜ້າຄະນະຮັບຜິດຊອບການສອບເສັງ, ມີທ່ານ ສົມບູນ ອິນຖະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ມີບັນດາຫົວໜ້າກົມ, ຄະນະພະແນກ ແລະ ຄະນະຮັບຜິດຊອບການສອບເສັງເຂົ້າຮ່ວມ.
ໃນການສອເສັງໃນຄັ້ງນີ້ເປັນການສອບເສັງຮອບທີ II ຊຶ່ງແມ່ນຜູ້ທີ່ຜ່ານການສອບເສັງຮອບທີ I ແລະ ໄດ້ຄະແນນຕາມລະດັບຄາດໝາຍທີ່ກໍານົດໄວ້ຕາມລະບຽບຫຼັກການຂອງການສອບເສັງ, ສຳລັບສາຂາ ວິຊາການເງິນ-ການບັນຊີ ຈໍານວນ 30 ຄົນ, ເພື່ອຄັດເລືອກເອົາຜູ້ທີ່ມີຄະແນນສູງສຸດເຂົ້າສຳພາດ-ບັນຈຸສັບຊ້ອນເຂົ້າເປັນຖະກອນ ໃໝ່ສາຂາວິຊາການເງິນ-ການບັນຊີຈໍານວນ 3 ໂກຕ້າ, ສາຂາວິຊາເສດຖະສາດຈໍານວນ 12 ຄົນ, ຄັດເລືອກເອົາຜູ້ທີ່ມີຄະແນນສູງສຸດເຂົ້າສຳພາດ-ບັນຈຸສັບຊ້ອນເຂົ້າເປັນຖະກອນໃໝ່ຈໍານວນ 1 ໂກຕ້າ ແລະ ສາຂາວິຊາກົດໝາຍຈໍານວນ 12 ຄົນ, ຄັດເລືອກເອົາຜູ້ທີ່ມີຄະແນນສູງສຸດເຂົ້າສຳພາດ-ບັນຈຸສັບຊ້ອນເຂົ້າເປັນຖະກອນໃໝ່ຈໍານວນ 1 ໂກຕ້າ.
ທັງນີ້, ກໍເພື່ອຄັດເລືອກເຟັ້ນເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ຄະແນນໄດ້ຕາມລະດັບຄາດໝາຍຂອງຄະ ນະກຳມະການສອບເສັງ, ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຂະແໜງການເງິນຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່.

