ຈີນຫ້າມເດັກອາຍຸຕໍ່າກວ່າ 14 ປີ ຫລິ້ນ TikTok ເກີນ 40 ນາທີຕໍ່ວັນ

ຈີນຄວບຄຸມເຍົາວະຊົນອາຍຸຕໍ່າກວ່າ 14 ປີ ຫລິ້ນ “TikTok” ໄດ້ບໍ່ເກີນ 40 ນາທີຕໍ່ວັນ, ຫ້າມຫລິ້ນຕອນກາງຄືນ ແລະ ຕ້ອງລົງທະບຽນດ້ວຍຊື່ແທ້ເທົ່ານັ້ນ.
ວັນທີ 21 ກັນຍາ 2021, ເວັບໄຊ Engadget ລາຍງານວ່າ: ທາງການຈີນອອກຂໍ້ກຳນົດໃໝ່ບັງຄັບໃຫ້ເຍົາວະຊົນອາຍຸຕໍ່າກວ່າ 14 ປີ ໃຫ້ສາມາດຫລິ້ນແອັບພລິເຄຊັນ Douyin ເຊິ່ງເປັນແອັບ TikTok ເວີຊັນຈີນ ໄດ້ວັນລະ 40 ນາທີ ແລະ ບໍ່ສາມາດຫລິ້ນໄດ້ໃນຕອນກາງຄືນ ນັບແຕ່ເວລາ 22:00 ໂມງ ເຖິງ 6:00 ໂມງ ໃນມື້ຕໍ່ມາ.
ການບັງຄັບໃຊ້ມາດຕະການໃໝ່ນີ້ມາພ້ອມກັບຂໍ້ກຳນົດໃຫ້ເຍົາວະຊົນຕ້ອງລົງທະບຽນເຂົ້າໃຊ້ງານດ້ວຍຊື່ແທ້ເທົ່ານັ້ນ ໂດຍເຍົາວະຊົນທີ່ມີອາຍຸຕໍ່າກວ່າ 18 ປີ ຕ້ອງສະແດງຫລັກຖານຍິນຍອມຈາກຜູ້ປົກຄອງ, ສ່ວນທາງບໍລິສັດ ByteDance ຜູ້ພັດທະນາແອັບດັ່ງກ່າວ ກໍໃຫ້ຄຳໝັ້ນວ່າທາງບໍລິສັດຈະເພີ່ມເນື້ອຫາກ່ຽວກັບປະຫວັດສາດ, ວິທະຍາສາດ ຫລື ດ້ານວິຊາການອື່ນໆຫລາຍຂຶ້ນ.
ຂໍ້ກຳນົດຫລ້າສຸດສະທ້ອນມາດຕະການຂອງລັດຖະບານຈີນທີ່ເຂັ້ມງວດໃຊ້ໂລກອອນລາຍຂອງເຍົາວະຊົນຫລາຍຂຶ້ນ ທ່າມກາງຄວາມກັງວົນວ່າ: ເຍົາວະຊົນອາດຖືກໂລກອອນລາຍມອມເມົາຈົນຕິດຄືຢາເສບຕິດ ເຊິ່ງຂໍ້ມູນການວິໄຈລະບຸວ່າ: ປັດຈຸບັນ ປະຊາຊົນຈີນຢູ່ໃນໂລກອອນລາຍສູງເຖິງ 5 ຊົ່ວໂມງຕໍ່ວັນ ແລະ ໃຊ້ງານໂຊຊຽວມີເດຍສະເລ່ຍວັນລະ 2 ຊົ່ວໂມງ.
ຂະນະທີ່ຜູ້ພັດທະນາແອັບຢືນຢັນວ່າ: ມາດຕະການເຂັ້ມງວດການໃຊ້ງານໃນກຸ່ມເດັກບໍ່ສົ່ງຜົນຕໍ່ບໍລິສັດຫລາຍ ໂດຍອ້າງຂໍ້ມູນວ່າ: ປັດຈຸບັນມີຜູ້ໃຊ້ແອັບ Douyin ທີ່ມີອາຍຸຕໍ່າກວ່າ 12 ປີພຽງ 0,34% ແລະ ມີຜູ້ໃຊ້ພຽງ 4,18% ເທົ່ານັ້ນທີ່ມີອາຍຸ 13-19 ປີ.
ກ່ອນໜ້ານີ້ ທາງການຈີນຫາກໍສັ່ງຫ້າມເຍົາວະຊົນຫລິ້ນເກມອອນລາຍໃນມື້ທຳມະດາ ໂດຍສາມາດຫລິ້ນໄດ້ໃນມື້ພັກທ້າຍອາທິດ ວັນລະ 3 ຊົ່ວໂມງ ໃນຊ່ວງເວລາທີ່ກຳນົດເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ຫລາຍຝ່າຍເບິ່ງວ່າມາດຕະການເຫລົ່ານີ້ຍາກທີ່ຈະບັງຄັບໃຊ້ໄດ້ ເນື່ອງຈາກເຕັກໂນໂລຊີໃນປັດຈຸບັນມີຊ່ອງທາງຫລີກລ່ຽງໄດ້ຫລາຍຮູບແບບ.
ອ້າງອີງ:
