ແມນນີ ປາກຽວ ປະກາດລົງຊີງຕຳແໜ່ງ ປະທານາທິບໍດີຟີລິບປິນ ໃນການເລືອກຕັ້ງປີໜ້າ

ປາກຽວ ຕອບຮັບການສະເໜີຊື່ເປັນຕົວແທນພັກ ເພື່ອລົງເລືອກຕັ້ງປະທານາທິບໍດີ ພ້ອມປະກາດແກ້ໄຂບັນຫາສໍ້ລາດບັງຫລວງ ແລະ ຮັກສາຜົນປະໂຫຍດໃນທະເລຈີນໃຕ້.
ວັນທີ 19 ກັນຍາ 2021, ສຳນັກຂ່າວເອພີ (AP) ລາຍງານວ່າ: ແມນນີ ປາກຽວ ນັກມວຍລະດັບຕຳນານຂອງຟີລິບປິນ ອອກມາປະກາດວ່າພ້ອມຈະລົງຊີງຕຳແໜ່ງປະທານາທິບໍດີຟີລິບປິນ ຕໍ່ຈາກປະທານາທິບໍດີ ໂຣດຣິໂກ ດູເຕີເຕ ໃນການເລືອກຕັ້ງທົ່ວໄປປະຈຳປີ 2022 ພ້ອມປະກາດແກ້ໄຂບັນຫາສໍ້ລາດບັງຫລວງ ລວມທັງປ່ຽນແປງທ່າທີທີ່ປັດຈຸບັນແອນອ່ຽງໄປທາງຈີນ.
ປັດຈຸບັນ ປາກຽວ ດຳລົງຕຳແໜ່ງວຸດທິສະມາຊິກຂອງຟີລິບປິນ ຫລັງຈາກຊະນະການເລືອກຕັ້ງໃນປີ 2016 ແລະ ກ່ອນໜ້ານີ້ ເຄີຍເປັນສະມາຊິກສະພາຜູ້ແທນລາຊະດອນລະຫວ່າງປີ 2010-2016 ໂດຍລະຫວ່າງນັ້ນຍັງໄດ້ລົງແຂ່ງຂັນຊົກມວຍໄປ 16 ຟາຍ.
ໃນກອງປະຊຸມລະດັບປະເທດຂອງພັກ PDP-Laban ເຊິ່ງເປັນພັກລັດຖະບານ, ປາກຽວ ໄດ້ຮັບການສະເໜີຊື່ ໂດຍເພື່ອນສະມາຊິກ ແລະ ລາວກໍຕອບຮັບການສະເໜີຊື່ນັ້ນ ເພື່ອເປັນການຢືນຢັນວ່າ: ລາວພ້ອມຈະລົງຊີງໄຊໃນການເລືອກຕັ້ງປີໜ້າ.
ສ່ວນກຸ່ມທີ່ຍັງສະໜັບສະໜູນປະທານາທິບໍດີ ດູເຕີເຕ ໄດ້ສະເໜີຊື່ວຸດທິສະມາຊິກ ບອງ ໂກ ໃຫ້ເປັນຕົວແທນໃນການລົງຊີງຕຳແໜ່ງປະທານາທິບໍດີ ກ່ອນລາວຈະຕອບປະຕິເສດ. ຂະນະດຽວກັນ ກໍໄດ້ສະເໜີປະທານາທິບໍດີ ດູເຕີເຕ ລົງຊີງຕຳແໜ່ງຮອງປະທານາທິບໍດີນຳ.
ລັດຖະທຳມະນູນຂອງຟີລິບປິນກຳນົດໃຫ້ບຸກຄົນໜຶ່ງສາມາດດຳລົງຕຳແໜ່ງປະທານາທິບໍດີໄດ້ 1 ສະໄໝເທົ່ານັ້ນ ເຮັດໃຫ້ກຸ່ມທ່ານ ດູເຕີເຕ ຕ້ອງສະເໜີຊື່ທ່ານເປັນຮອງປະທານາທິບໍດີແທນ ເຊິ່ງຫລາຍຝ່າຍເບິ່ງວ່ານີ້ເປັນຄວາມພະຍາຍາມໃນການສືບທອດອຳນາດ.
ປາກຽວ ອາຍຸ 42 ປີ ກ່າວໃນກອງປະຊຸມພັກວ່າ: “ຂ້າພະເຈົ້າເປັນນັກສູ້ ແລະ ຈະເປັນນັກສູ້ຢູ່ສະເໝີ ທັງໃນ ແລະ ນອກສັງວຽນ ຕະຫລອດຊີວິດຂອງຂ້າພະເຈົ້າ ບໍ່ເຄີຍຈະໜີຈາກການຕໍ່ສູ້ໃດ ບໍ່ມີຫຍັງເປັນໄປບໍ່ໄດ້ ຖ້າສິ່ງນັ້ນຖືກພະເຈົ້າລິຂິດເອົາໄວ້ແລ້ວ”.
ໄລຍະຜ່ານມາ, ປາກຽວ ໄດ້ວິພາກວິຈານລັດຖະບານ ໂດຍກ່າວມີບັນຫາສໍ້ລາດບັງຫລວງ ແລະ ບໍ່ຍອມຮັກສາຜົນປະໂຫຍດໃນທະເລຈີນໃຕ້.
ອ້າງອີງ:

