ອາໂກຍ ! ໄຟໄໝ້ຕະຫລາດຊັ່ງຈຽງກ້ຽງເອີດເຕີດ

ໂດຍ: ກ້ອງສ່ອງ ອິດສະຫລະ
ເວົ້າເລື່ອງໄຟໄໝ້ຕະຫລາດຢູ່ບ້ານເຮົາເທົ່າທີ່ຜູ້ຂຽນໄດ້ຕິດຕາມນັບແຕ່ປີ 2015 ມາຮອດປັດຈຸບັນແມ່ນກ້ຽງໄປຫລາຍບ່ອນແລ້ວ. ເລີ່ມແລກແຮກໝານກໍແມ່ນຕະຫລາດປາກເຊ ຕໍ່ມາກໍອຸດົມໄຊ ມາໃສ່ຕະຫາດຕະຫຼາດຊຽງຄໍ້ ແຂວງຫົວພັນ, ຕະຫລາດດົງໂດກ ນະຄອນຫລວງວຽງຈັນ ແລະ ມາຊ້ຳທ້າຍໃສ່ຕະຫລາດຊັ່ງຈຽງຢູ່ນະຄອນຫລວງວຽງຈັນໃນວັນທີ 14 ກໍລະກົດນີ້. ແຕ່ຖ້າຈະໄລ່ມາແຕ່ຫ້າປີສິບປີຄືນຫລັງ ມັນກໍຍິ່ງໝົດໄປຫລາຍຕະຫລາດ ແລະ ໝົດເງິນຫລາຍຮ້ອຍຫລາຍພັນຕື້ໄປແລ້ວ. ຕາມເຮົາວ່າຖ້າຈະເອົາຕົວເລກມາວັດກັນແມ່ນຢູ່ນະຄອນຫລວງຫລາຍກວ່າໝູ່. ດຽວນີ້ຕະຫລາດທົ່ງຂັນຄໍາຫາກໍສໍາເລັດການກໍ່ສ້າງຄືນໃໝ່ ແລະ ໄດ້ເລີ່ມເປີດບໍລິການຂາຍສິນຄ້າມາປະມານສອງສາມເດືອນກວ່າແລ້ວ ຍັງໄຄແດ່ແຕ່ວ່າໄໝ້ໄປແລ້ວມີການກໍ່ສ້າງຄືນມາໃໝ່ແມ່ນງາມ ແລະ ຄັກກວ່າເກົ່າ.
ກ່າວເຖິງຕະຫລາດຊັ່ງຈຽງ ເປັນສູນການຄ້າຂະໜາດໃຫຍ່ແຫ່ງໜຶ່ງໃນລາວ.ນອກຈາກການຈໍາໜ່າຍສິນຄ້າປະເພດຕ່າງໆແລ້ວ ຍັງໃຫ້ບໍລິການດ້ານອື່ນໆຫລາຍຢ່າງເຊັ່ນ: ຮ້ານກິນດື່ມ, ຄາລາໂອເກະ, ໂຮງແຮມ ແລະ ຮ້ານອາຫານສາລະພັດຢ່າງ. ແຕ່ລະເດືອນແຕ່ລະປີຕະຫລາດດັ່ງກ່າວສາມາດສ້າງມູນຄ່າດ້ານທຸລະກິດໄດ້ຫລາຍພັນຕື້ ໃນນີ້ 70% ແມ່ນບັນດາຫ້າງຮ້ານຂອງພີ່ນ້ອງຊາວຈີນ ແລະ ແຕ່ລະວັນມີຄົນພາຍໃນ ແລະ ຕ່າງປະເທດເຂົ້າມາໃຊ້ບໍລິການຫລາຍພັນຄົນ ນັບແຕ່ຕະຫລາດຊັ່ງຈຽງໄດ້ກໍາເນີດເກີດຂຶ້ນ ແລະ ເປີດນໍາໃຊ້ບໍລິການຢູ່ນະຄອນຫລວງວຽງຈັນ ອັນໂດດເດັ່ນທີ່ສຸດກໍແມ່ນໄດ້ປະກອບສ່ວນເຮັດໃຫ້ເສດຖະກິດຂອງປະເທດຂະຫຍາຍຕົວເພີ່ມຂຶ້ນ ໂດຍສະເພາະແມ່ນຢູ່ນະຄອນຫລວງວຽງຈັນ. ໄປຄຽງຄູ່ກັບທ່າອ່ຽງການຂະຫຍາຍຕົວທີ່ດີກໍຍັງມີສິ່ງທ້າທາຍ ແລະ ຫຍໍ້ທໍ້ຕາມມາສ່ວນໜຶ່ງ ເປັນຕົ້ນຄວາມສັບສົນ ແລະ ຄວາມບໍ່ເປັນລະຮຽບຮ້ອຍ ເຊິ່ງຜ່ານມາເຄີຍມີບັນຫາອາລະວາດຕີກັນ, ຂ້າກັນຕາຍ, ການຄ້າຂາຍເຖື່ອນ, ການພະນັນ ແລະ ອື່ນໆ. ຕໍ່ບັນຫາຕ່າງໆທີ່ຍົກມານີ້, ຜູ້ຂຽນເອງໄດ້ເຂົ້າໄປສໍາຜັດຕົວຈິງຫລາຍຄັ້ງກໍເຫັນວ່າຂ້ອນຂ້າງສັບສົນອີ່ຫລີ, ແຕ່ກໍເຫັນວ່າດ້ວຍຄວາມມານະພະຍາຍາມ ແລະ ຮັບຜິດຊອບສູງຂອງໜ່ວຍງານຄຸ້ມຄອງຈັດສັນໃນຕະຫລາດດັ່ງກ່າວຢ່າງເອົາຈິງເອົາຈັງ ຈຶ່ງສາມາດດໍາເນີນມາໄດ້ເປັນປົກກະຕິຈົນມາຮອດມື້ໄຟໄໝ້.
ຕາມຜູ້ຂຽນວ່າ, ບັນຫາໄຟໄໝ້ຕະຫລາດຢູ່ບ້ານເຮົາໃນຜ່ານມາ ເບິ່ງຢ່າງໜຶ່ງຄືມັນເປັນອາຖັນ. ເປັນຫຍັງຈຶ່ງວ່າແນວນັ້ນ ? ຍ້ອນວ່າໄຟຢູ່ບ້ານເຮົາມັນຄືຈັງໄຮພະຍົດໄປຫາເລາະໄໝ້ແຕ່ຕະຫລາດ, ເມື່ອໄໝ້ແລ້ວຜົນສະຫລຸບອອກມາກໍວ່າຍ້ອນໄຟຟ້າລັດວົງຈອນ. ສ່ວນຜູ້ຖືກເຄາະຮ້າຍກໍຖືກໄປ, ຜູ້ຖືກເສຍຫາຍກໍເສຍໄປ, ຍັງພໍໄຄແດ່ແຕ່ຜູ້ໃດເຂົາເຮັດປະກັນໄພກໍໄດ້ເງິນຈໍານວນໜຶ່ງເພື່ອສືບຕໍ່ຄ້າຂາຍ. ສ່ວນຜູ້ບໍ່ມີອັນຄ້ຳປະກັນນໍາໝູ່ກໍຖືວ່າ “ເຈັ້ງ” ເສຍຫາຍໄປລ້າໆ ແລ້ວກໍຕ້ອງໄດ້ຊອກເອົາທຶນໃໝ່ເພື່ອຕັ້ງໂຕຊື້ຮ້ານ ແລະ ຊື້ສິນຄ້າໃໝ່ທັງໝົດ. ພວກເຮົາຕ້ອງເຂົ້າໃຈວ່າການເກີດໄຟໄໝ້ຢູ່ຕະຫລາດແຫ່ງໜຶ່ງໆແຕ່ລະຄັ້ງ ແມ່ນໝົດເງິນໝົດຄໍາໄປຫລາຍພັນຕື້ ທັງເສຍໂອກາດໃນການຊອກຢູ່ຫາກິນຂອງຜູ້ປະກອບການທຸລະກິດຕ່າງໆຂອງປະເທດ. ນອກຈາກນັ້ນ ກໍເສຍດ້ານລາຍພັນທະອາກອນຂອງຊາດໄປຢ່າງຫລວງຫລາຍ.
ສະເພາະຢູ່ນະຄອນຫລວງວຽງຈັນເຮົາ ເທົ່າທີ່ຜູ້ຂຽນຢູ່ມາໄດ້ 30 ກວ່າປີຖືວ່າຕະຫລາດໃຫຍ່ໆເກືອບທຸກບ່ອນແມ່ນຖືກໄຟໄໝ້ມາແລ້ວເກືອບທຸກໝ້ອງເຊັ່ນ: ຕະຫລາດຂົວດິນ, ຕະຫລາດທາດຫລວງ, ສີໄຄ, ທົ່ງຂັນຄໍາ, ຫົວຂົວ, ດົງໂດກ, ຫລ້າສຸດແມ່ນລາມມາໃສ່ຕະຫລາດຊັ່ງຈຽງນີ້ລະ. ແຕ່ວ່າໃນຂັ້ນຕໍ່ໄປຈະແມ່ນຕະຫລາດໃດນັ້ນພວກເຮົາພ້ອມຄອຍຕິດຕາມເບິ່ງອາດບໍ່ໄວກໍຊ້າ ເພາະໄຟຢູ່ບ້ານເຮົາມັນຂ້ອນຂ້າງຈັງໄຮພະຍົດຫາເລາະໄໝ້ແຕ່ຕະຫລາດຄືດັ່ງວ່າ.
ຕາມເຮົາຄິດ, ອັນສາເຫດຕົ້ນໆມັນກໍອາດເກີດມາຈາກພວກເຮົາເອງ. ເປັນຫຍັງຈຶ່ງວ່າແນວນັ້ນ ? ຍ້ອນວ່າເມື່ອຮອດມື້ວັນສິນວັນພະໄຕ້ທູບໄຕ້ທຽນບູຊາແລ້ວລືມມອດ. ອັນສອງມາການໃຊ້ໄຟຟ້າເກີນກໍານົດລາມພະລາມຈົວມະຍຸມະຍະອັນເປັນບໍ່ເກີດໃຫ້ໄຟຊອດ. ອັນສາມມາເວລາເລີກວຽກເລີກງານ ຫລື ເລີກຈາກຕະຫລາດລືມມອດໄຟ, ລືມຖອດປັກສຽບ, ລືມມອດກົງຕັກກົງເຕີໄຟຕະຫລອດການໃຊ້ແອພັດລົມຕ່າງໆ ໂດຍເລີ່ມຈາກຈຸດນີ້ລະຈຶ່ງເປັນເຫດໃຫ້ໄຟໄໝ້ຢ່າງບໍ່ເລີກບໍ່ແລ້ວ.
ເຖິງຢ່າງໃດກໍດີ, ຕາມຜູ້ຂຽນວ່າຖ້າພວກເຮົາຫາກພ້ອມກັນເປັນເຈົ້າການແລະ ມີສະຕິຮ່ວມກັນເຖິງວິທີຕ້ານ ແລະ ສະກັດກັ້ນອັກຄີໄພ ມັນກໍພໍມີທາງອອກຫລາຍດ້ານເຊັ່ນ: ອັນທີໜຶ່ງ ຕ້ອງຈັດຕັ້ງບັນດາໜ່ວຍງານຄຸ້ມຄອງ ແລະຈັດສັນຢ່າງເປັນລະບົບຄົບຊຸດເຊັ່ນ: ໜ່ວຍງານຮັກສາຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍ, ໜ່ວຍງານອະນາໄມ ແລະ ຮັກສາສິ່ງແວດລ້ອມ,ໜ່ວຍງານຄຸ້ມຄອງໄຟຟ້າ-ນ້ຳປະປາ, ໜ່ວຍງານກໍ່ສ້າງສ້ອມແປງ, ໜ່ວຍງານຄຸ້ມຄອງເສດຖະກິດ-ການເງິນ ແລະ ໜ່ວຍງານອື່ນໆທີ່ເຫັນວ່າຈໍາເປັນ. ໃນແຕ່ລະວັນແຕ່ລະໜ່ວຍງານຕ້ອງເຮັດວຽກຕາມພາລະບົດບາດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ ແລະ ມີລະບົບລາຍງານ ແລະ ຄຸ້ມຄອງບັນຊາເປັນປົກກະຕິຕາມສາຍການຈັດຕັ້ງທີ່ເຂັ້ມແຂງ ເຮົາວ່າຜົນທີ່ໄດ້ຮັບມານັ້ນກໍຄືຄວາມປອດໄພທຸກຢ່າງ. ສ່ວນວ່າອັນສຸດທ້າຍນັ້ນແມ່ນທາງໜ່ວຍງານວິຊາສະເພາະດ້ານມະຫາພາກຕ້ອງໃກ້ຊິດຕິດແທດ, ມີການຕິດຕາມກວດກາ ແລະ ໂຄສະນາຊວນເຊື່ອໃຫ້ທຸກຄົນຍົກສູງສະຕິຄວາມຮັບຜິດຊອບຕໍ່ອັກຄີໄພທີ່ມັນຈະມາທໍາລາຍລ້າງຜານຊັບສິນ ແລະ ຊີວິດອິນຊີຂອງພວກເຮົາ.

