ຄວາມສາມັກຄີ ລາວ-ຫວຽດນາມ ຄວາມສໍາພັນແຫ່ງຍອດຕໍານານ

ໂດຍ: ທິດກໍ່າ
ຖ້າຈະເວົ້າເຖິງຄວາມຮັກຄວາມສາມັກຄີລະຫວ່າງສອງປະເທດລາວກັບປະເທດຫວຽດນາມ, ກ່ອນອື່ນໃຫ້ພວກເຮົາວິເຄາະເບິ່ງບົດກະວີຊັ້ນຍອດຂອງປະທານ ໂຮ່ຈິມິງ ທີ່ໄດ້ຂຽນໄວ້ວ່າ: “ຮັກແພງກັນໝາຍໝັ້ນ ຫລາຍສັນພູກໍປີນໄຕ່ ຫລາຍແມ່ນ້ຳໃຫຍ່ໂຄກຄ້ອຍ ພວກເຮົາດັ້ນດຸ່ງໄປ ຍ້ອນວ່າລາວ-ຫວຽດໄດ້ ຝັງຄວາມຮັກຢູ່ໃນໃຈ ຮົ່ງຮ່າທັງແມ່ຂອງ ບໍ່ເລິກປຸນປານໄດ້” ບົດກະວີດັ່ງກ່າວໄດ້ພັນລະນາເຖິງພຶດຕິກໍາຕົວຈິງແຫ່ງສາຍພົວພັນອັນເລິກເຊິ່ງ ເຊິ່ງບໍ່ມີສິ່ງໃດຈະມາປຽບທຽບໄດ້.
ກ່ອນໜ້ານັ້ນ, ພວກເຮົາບໍ່ທັນມີພັກກອມມູນິດອິນດູຈີນ ໝາຍວ່າຍ້ອນຫລັງໄປເກືອບ 200 ປີ ສອງຊາດຊາດລາວ ແລະ ຫວຽດນາມເຄີຍຕົກເປັນຫົວເມືອງຂຶ້ນຂອງສັກດີນາຕ່າງຊາດທີ່ມາຮຸກຮານ ແລະ ຢຶດຄອງ. ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນໃນທ່າມກາງການບຸກລຸກຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ສອງປະເທດກໍຕົກຢູ່ໃນຊາຕາກໍາອັນດຽວກັນຄືເປັນ “ອານານິຄົມ” ຢູ່ໃນເຄືອສະຫະພັນອິນດູຈີນ. ຂະບວນການຕໍ່ສູ້ເພື່ອຍາດແຍ່ງເອົາດິນແດນ ແລະ ຄວາມເປັນເອກະລາດແຫ່ງຊາດໄດ້ເປັນກະແສຟອງ ແລະ ເປັນສັນຍາລັກອັນໃຫຍ່ຫລວງໃຫ້ສອງຊາດຕ້ອງໄດ້ຈັບມືຖືແຂນກັນຕໍ່ສູ້ ແລະ ຕີຕ້ານຈັກກະພັດຜູ້ຮຸກຮານດັ່ງກ່າວໃນສະໜາມຮົບ ແລະ ຂຸມຄອງອັນດຽວກັນ. ນີ້ຄືຕົ້ນເຫດແຫ່ງຄວາມສາມັກຄີແບບພິເສດທີ່ຫາໄດ້ຍາກ ແລະອາດບໍ່ມີໃຜຄື ແລະ ບໍ່ຄືໃຜ ລະຫວ່າງສອງຊາດ ລາວ ແລະ ຫວຽດນາມ.
ຈາກລະບົບແນວຄິດ ແລະ ອຸດົມການອັນເກີດຈາກຮາກເຫງົ້າກ້າວໄປເຖິງພຶດຕິກໍາຕົວຈິງພາຍໃຕ້ການຊີ້ນໍາ-ນໍາພາຂອງພັກກອມມູນິດອິນດູຈີນໄດ້ກາຍເປັນບໍ່ບໍາເພັນຊຸບຫລໍ່ ແລະ ອອກໜໍ່ຈໍ່ແນວເຮັດໃຫ້ສອງຊາດໄດ້ມີເອກະລາດ,ປະຊາທິປະໄຕ, ອິດສະຫລະພາບ ແລະ ມີພັກນໍາພາທີ່ຖືກຕ້ອງສ່ອງໃສຈົນມາເຖິງຍຸກປັດຈຸບັນ. ປີ 1975 ໝາກຜົນຂອງການປະຕິວັດຂອງສອງຊາດສອງແຜ່ນດິນ ຄືຫວຽດນາມກໍສາມາດປົດປ່ອຍໄດ້ພາກໃຕ້ຂອງປະເທດ, ສ່ວນວ່າລາວກໍປົດປ່ອຍໄດ້ໃນຂອບເຂດທົ່ວປະເທດ.
ນີ້ຄືໄຊຊະນະອັນຍິ່ງໃຫຍ່ແຫ່ງຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ແລະ ທັງເປັນການເຕືອນຄວາມປະລາໄຊຢ່າງເຈັບແສບຂອງລັດທິລ່າເມືອງຂຶ້ນ ແລະ ພວກຈັກກະພັດຜູ້ຮຸກຮານ. ສັນຍາລັກ 2 ວັນປະຫວັດສາດຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ (18 ກໍລະກົດ 1977 – 18 ກໍລະກົດ 2017) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ (5 ກັນຍາ 1962 – 5 ກັນຍາ 2017) ໄດ້ກາຍເປັນປັດຊະຍາແຫ່ງຄວາມສໍາພັນທີ່ອໍາມະຕະຂອງປະຊາຊົນສອງຊາດ, ກາຍເປັນມໍລະດົກຕົກທອດ ແລະ ມູນເຊື້ອພິລະອາດຫານຂອງປະຊາຊົນລາວ ແລະ ປະຊາຊົນຫວຽດນາມຜູ້ພິລະອາດຫານ.
ນັບແຕ່ປະເທດຊາດຂອງຕົນໄດ້ຮັບການປົດປ່ອຍຢ່າງສົມບູນເປັນຕົ້ນມາ,ສອງຊາດ ກໍຄືສອງພັກ, ສອງລັດກໍໄດ້ເອົາໃຈໃສ່ຖະໜຸຖະໜອມ ແລະ ປົກປັກຮັກສາມູນເຊື້ອທີ່ຫາໄດ້ຍາກນີ້ໃຫ້ກາຍເປັນຕົ້ນແບບ ແລະ ກາຍເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃນໄລຍະໃໝ່. ເມື່ອຫວນຄືນປະຫວັດສາດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ ປະຊາຊົນສອງຊາດໄດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກລໍາບາກນາໆປະການ, ພ້ອມກັນເສຍສະຫລະສູ້ເປັນສູ້ຕາຍ, ເຂົ້າເມັດຫັກຜັກເສັ້ນໜຶ່ງກໍບິແບ່ງປັນກັນກິນ, ພ້ອມກັນສູ້ຮົບໃນຂຸມຄອງອັນດຽວກັນ ຖືເອົາຄວາມເສຍສະຫລະດ້ວຍກາຍ ແລະ ໃຈທັງອຸທິດຊີວິດ ແລະ ເລືອດເນື້ອ ເພື່ອຄວາມເປັນເອກະລາດຂອງສອງຊາດ ລາວ ແລະ ຫວຽດນາມ. ສິ່ງນີ້ຄືສັດຈະທໍາທີ່ຫາໄດ້ຍາກໃນເວລາປະເທດຊາດຕົກຢູ່ໃນສະພາບທີ່ທຸກຍາກຂັບຂັນ ດັ່ງສຸພາສິດເວົ້າວ່າ: “ເພື່ອນກິນຫາງ່າຍ ເພື່ອນຕາຍຫາຍາກ”.
ຈາກພຶດຕິກໍາທີ່ກ່າວມາຂ້າງເທິງນັ້ນ, ພວກເຮົາຈຶ່ງຮູ້ໄດ້ວ່າຄວາມຮັກຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ລາວ ແລະ ຫວຽດນາມ ເປັນສິ່ງທີ່ຫາໄດ້ຍາກໃນສັງຄົມຍຸກປະຫວັດສາດຜ່ານມາ. ພໍຕົກມາຮອດຍຸກປັດຈຸບັນ ເຖິງວ່າມີພວກຈັງໄຮຈໍານວນໜຶ່ງໄດ້ເວົ້າ ແລະ ເຮັດທຸກສິ່ງຢ່າງເພື່ອໂຄສະນາໃສ່ຮ້າຍປ້າຍສີ, ທັບຖົມໂຈມຕີເພື່ອແບ່ງແຍກຄວາມສາມັກຄີພິເສດ ຫວັງໃຫ້ຄົນຍຸກໃໝ່, ຮຸ້ນໃໝ່ເຂົ້າໃຈຜິດ ແລະ ມີແນວຄິດໄຄ່ວເຂ, ແຕ່ສິ່ງເຫລົ່ານັ້ນມັນເປັນຄໍາເວົ້າທີ່ໄຮ້ສັດຈະທໍາຂອງຄົນ ແລະ ກຸ່ມຄົນທີ່ບໍ່ຫວັງດີ. ໃນຍຸກແຫ່ງການປ່ຽນແປງໃໝ່ຢ່າງມີຫລັກການຂອງພັກກ້າວສູ່ວິວັດທະນາການຂອງຍຸກສະໄໝທີ່ພວມກ້າວໄປຢ່າງບໍ່ຢຸດຢັ້ງ ພວກເຮົາຕ້ອງສາມັກຄີກັນເຂົ້າເພື່ອຕີຕ້ານຖ້ອຍທໍານອງຂອງພວກທີ່ມີເຈດຕະນາຫັນປ່ຽນໂດຍສັນຕິ.
ໄປຄຽງຄູ່ກັນນັ້ນ, ພວກເຮົາກໍຕ້ອງຮ່ວມມືກັນຢ່າງຮອບດ້ານຕາມແນວທາງນະໂຍບາຍຂອງສອງພັກ, ສອງລັດວາງອອກ ເພື່ອຊ່ວຍເຫລືອ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ປົກປັກຮັກສາມູນເຊື້ອແຫ່ງການຕໍ່ສູ້, ຖະໜຸຖະໜອມຄວາມຮັກ ແລະ ຄວາມສາມັກຄີທີ່ເປັນມູນເຊື້ອ ເຊິ່ງວິລະບູລຸດ ກໍຄືຜູ້ນໍາຂອງສອງຊາດໄດ້ສ້າງໄວ້ໃຫ້ກັບພວກເຮົາ. “ຂໍໃຫ້ຄວາມສາມັກຄີພິເສດລະຫວ່າງສອງຊາດ, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະນົງແກ່ນຕະຫລອດໄປ” “ຕິ່ງເກັດເງັຍດັກບຽດເຢືອຮາຍເນຶອກ, ຮາຍດ່າງ, ຮາຍຍ່າເນຶອກ ວ່າ ຮາຍເຍິນເຢິນ ລາວ-ຫວຽດນາມ ເດີ່ຍໆ ເບ່ນ ວຶ້ງ”.

