ອັງກິດກຽມສະເໜີສັກວັກຊີນ Pfizer ເຂັມທຳອິດ ໃຫ້ເດັກອາຍຸ 12-15 ປີ ທົ່ວປະເທດ

ລັດຖະບານອັງກິດກຽມສະເໜີສັກວັກຊີນຕ້ານໂຄວິດ-19 ເຂັມທຳອິດຈາກ Pfizer-BioNTech ໃຫ້ກຸ່ມເດັກອາຍຸ 12-15 ປີ ຫລັງໄດ້ຮັບຄຳແນະນຳເປັນເອກະພາບ ໂດຍຫົວໜ້າເຈົ້າໜ້າທີ່ການແພດ (CMOs) ຈາກ 4 ປະເທດຂອງສະຫະຣາຊະອານາຈັກ.
ທ່ານ ຄຣິສ ວິດຕີ້ ຫົວໜ້າເຈົ້າໜ້າທີ່ການແພດຂອງອັງກິດ ຖະແຫລງວ່າ: ການສັກວັກຊີນໃຫ້ກຸ່ມເດັກອາຍຸ 12-15 ປີ ຈະຊ່ວຍຫລຸດບັນຫາການຢຸດສະງັກດ້ານການສຶກສາ ເນື່ອງຈາກຊ່ວຍຫລຸດການແຜ່ເຊື້ອໂຄວິດ ແລະ ເຮັດໃຫ້ເດັກໄດ້ກັບເຂົ້າຮຽນໃນໂຮງຮຽນ ເຊິ່ງເປັນປະໂຫຍດທີ່ພຽງພໍສຳລັບການໃຫ້ຂໍ້ແນະນຳດັ່ງກ່າວ.
ຂະນະທີ່ທ່ານ ຊາຈິດ ຈາວິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ສັງຄົມສົງເຄາະຂອງອັງກິດ ອອກຖະແຫລງການໃນວັນທີ 13 ກັນຍາ ຢືນຢັນການຍອມຮັບຂໍ້ແນະນຳຈາກ CMOs ໃນການຂະຫຍາຍການສັກວັກຊີນຄວບຄຸມກຸ່ມເດັກອາຍຸ 12-15 ປີ ເຊິ່ງເຊື່ອວ່າຈະເປັນປະໂຫຍດຕໍ່ການສຶກສາຂອງກຸ່ມເຍົາວະຊົນ.
ທັງນີ້, ອັງກິດຈະເລີ່ມຕົ້ນການສັກວັກຊີນ Pfizer ເຂັມທຳອິດໃຫ້ກຸ່ມເດັກອາຍຸ 12-15 ປີ ໃນອາທິດໜ້າ, ສ່ວນປະເທດອື່ນໆໃນສະຫະຣາຊະອານາຈັກ ທັງສະກອດແລນ, ເວລ ແລະ ໄອແລນເໜືອ ມີການກຳນົດນະໂຍບາຍສຸຂະພາບຂອງຕົນເອງ ແລະ ຍັງບໍ່ຊັດເຈນວ່າຈະສະເໜີໃຫ້ສັກວັກຊີນ Pfizer ໃຫ້ເດັກອາຍຸ 12-15 ປີ ຫລື ບໍ່ ເຖິງວ່າຈະໄດ້ຮັບຂໍ້ແນະນຳເຊັ່ນດຽວກັນຈາກ CMOs.
ຂໍ້ແນະນຳຂອງ CMOs ມີຂຶ້ນຫລັງຈາກຄະນະກຳມາທິການຮ່ວມວ່າດ້ວຍການສັກວັກຊີນ ແລະ ສ້າງພູມຕ້ານທານ (JVCI) ມີມະຕິໃນຕົ້ນເດືອນຜ່ານມາ ຄັດຄ້ານການແນະນຳໃຫ້ສັກວັກຊີນ Pfizer ແກ່ເດັກອາຍຸ 12-15 ປີ ເນື່ອງຈາກກັງວົນຕໍ່ຄວາມສ່ຽງ ແລະ ຜົນຂ້າງຄຽງໃນການເກີດອາກາກ້າມຊີ້ນຫົວໃຈອັກເສບ ເຖິງວ່າຈະມີໂອກາດເກີດໄດ້ໜ້ອຍ.
ເຖິງຢ່າງໃດກໍຕາມ, CMOs ລະບຸວ່າ: ຈະຍັງບໍ່ແນະນຳໃຫ້ສັກວັກຊີນ Pfizer ເຂັມ 2 ແກ່ກຸ່ມເດັກອາຍຸ 12-15 ປີ ຢ່າງໜ້ອຍຈົນຮອດລະດູໃບໄມ້ປົ່ງນີ້ ເນື່ອງຈາກຕ້ອງລໍຖ້າຂໍ້ມູນທີ່ແນ່ນອນຂຶ້ນຈາກທົ່ວໂລກ.
ການຕັດສິນໃຈຂອງລັດຖະບານອັງກິດ ມີຂຶ້ນຫລັງຈາກອາເມລິກາ, ອິດສະລາແອນ ແລະ ບາງປະເທດໃນເອີຣົບ ໄດ້ເລີ່ມຕົ້ນຂະຫຍາຍການສັກວັກຊີນໃຫ້ກຸ່ມເຍົາວະຊົນຫລາຍຂຶ້ນ ເຊິ່ງກ່ອນໜ້ານີ້ ດຣ. ແອນໂທນີ ເຟົາຊີ ທີ່ປຶກສາ ແລະ ຜູ້ຊ່ຽວຊານດ້ານພະຍາດລະບາດຂອງທຳນຽບຂາວ ເຜີຍຄວາມເປັນໄປໄດ້ວ່າ: ອາເມລິກາ ອາດອະນຸມັດການສັກວັກຊີນໃຫ້ກຸ່ມເດັກອາຍຸ 5-11 ປີ ໄດ້ໃນເດືອນຕຸລານີ້.
ອ້າງອີງ:

