ກະຊວງການເງິນ ສອບເສັງ-ສໍາພາດຮອບທີ II ເອົາລັດຖະກອນໃໝ່ປີ 2021

ໃນວັນທີ 11 ກັນຍາ 2021 ທີ່ກະຊວງການເງິນ, ໄດ້ຈັດສອບເສັງ-ສຳພາດຮອບທີ II ໃນ 3 ສາຂາວິຊາຄື: ສາຂາວິຊາພາສາອັງກິດ, ສາຂາວິຊາໄອທີ ແລະ ສາຂາວິຊາສື່ມວນຊົນ, ເພື່ອຄັດເລືອກເອົາຜູ້ທີ່ມີຄະແນນສູງສຸດບັນຈຸສັບຊ້ອນເຂົ້າເປັນຖະກອນໃໝ່ຂອງຂະແໜງການເງິນປີ 2021, ໂດຍການເປັນກຽດເຂົ້າຮ່ວມ ແລະ ຕິດຕາມການສອບເສັງຂອງທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ທັງເປັນຮອງຫົວໜ້າຄະນະຮັບຜິດຊອບການສອບເສັງ, ມີບັນດາຫົວໜ້າກົມ, ຄະນະພະແນກ ແລະ ຄະນະຮັບຜິດຊອບການສອບ ເສັງເຂົ້າຮ່ວມ.
ໃນການສອບເສັງບັນຈຸລັດຖະກອນໃໝ່ໃນຄັ້ງນີ້ເປັນການສອບເສັງ-ສຳພາດຮອບທີ II ຊຶ່ງຜູ້ທີ່ເຂົ້າຮອບນີ້ລ້ວນແລ້ວແຕ່ເປັນບຸກຄົນທີ່ຜ່ານການສອບເສັງຮອບທີ I ແລະ ສາມາດສອບເສັງໄດ້ຄະແນນຕາມລະດັບຄາດໝາຍ ທີ່ກໍານົດໄວ້ຕາມລະບຽບຫຼັກການຂອງການສອບເສັງ, ສຳລັບສາຂາວິຊາພາສາອັງກິດມີຜູ້ເຂົ້າຮອບສອບເສັງ-ສຳພາດ ຮອບທີ II ຈໍານວນ 7 ຄົນ, ຍິງ 3 ຄົນ, ຄັດເລືອກເອົາຜູ້ທີ່ມີຄະແນນສູງສຸດ 1 ຄົນ, ສາຂາວິຊາໄອທີຈໍານວນ 23 ຄົນ, ຍິງ 8 ຄົນ, ຄັດເລືອກເອົາຜູ້ທີ່ມີຄະແນນສູງສຸດ ແລະ ຕາມລຳດັບ 4 ຄົນ ແລະ ສາຂາວິຊາສື່ມວນຊົນ ຈໍານວນ 5 ຄົນ, ຍິງ 3 ຄົນ, ຄັດເລືອກເອົາຜູ້ທີ່ມີຄະແນນສູງສຸດ 1 ຄົນ, ເພື່ອບັນຈຸສັບຊ້ອນເຂົ້າເປັນຖະກອນໃໝ່ຂອງຂະ ແໜງການເງິນປີ 2021.
ທັງນີ້, ກໍເພື່ອຄັດເລືອກເຟັ້ນເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ຄະແນນໄດ້ຕາມລະດັບຄາດໝາຍຂອງຄະ ນະກຳມະການສອບເສັງ, ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນຂະແໜງການເງິນຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່.

