ຍີ່ປຸ່ນສັກວັກຊີນຄົບສອງເຂັມແລ້ວກວ່າເຄິ່ງປະເທດ ອາດຜ່ອນຄາຍຂໍ້ຈຳກັດຕ່າງໆໃນໄວໆນີ້

ທ່າມກາງສະຖານະການທີ່ຍີ່ປຸ່ນຍັງຢູ່ໃນການລະບາດຂອງໂຄວິດຮອບທີ 5. ທ່ານ ຢາຊູໂຕຊິ ນິຊິມູຣະ ລັດຖະມົນຕີດ້ານການຟື້ນຟູເສດຖະກິດ ເຊິ່ງຮັບຜິດຊອບມາດຕະການທີ່ກ່ຽວຂ້ອງກັບໂຄວິດ ກ່າວໃນລາຍການໂທລະພາບຂອງສະຖານີ NHK ໃນຍີ່ປຸ່ນ ລະບຸວ່າ: ຈຳນວນຜູ້ຕິດເຊື້ອໃໝ່ຕໍ່ວັນຫລຸດລົງແລ້ວ, ແຕ່ຈຳນວນຜູ້ຕິດເຊື້ອທີ່ມີອາການຮຸນແຮງຍັງເໜືອລະດັບ 2.000 ຄົນ ເຊິ່ງຍັງສ້າງຄວາມເຄັ່ງຕຶງໃຫ້ລະບົບການແພດຢ່າງຕໍ່ເນື່ອງ.
ທ່ານ ຢາຊູໂຕຊິ ຍັງເປີດເຜີຍວ່າ: ປະຊາກອນຍີ່ປຸ່ນຫລາຍກວ່າ 50% ໄດ້ຮັບວັກຊີນຄົບສອງເຂັມແລ້ວ ແລະ ຖ້າການສັກວັກຊີນຍັງເດີນໜ້າໃນລະດັບຄວາມໄວທີ່ເປັນຢູ່ໃນປັດຈຸບັນ ຄາດວ່າອັດຕາປະຊາກອນທີ່ໄດ້ຮັບວັກຊີນຈະຫລາຍກວ່າ 60% ພາຍໃນເດືອນກັນຍານີ້ ເຊິ່ງອັດຕານີ້ຈະເທົ່າກັບອັດຕາຂອງຜູ້ໄດ້ຮັບວັກຊີນປັດຈຸບັນໃນຫລາຍປະເທດຂອງທະວີບເອີຣົບ.
ຍີ່ປຸ່ນເລີ່ມການສັກວັກຊີນໃຫ້ປະຊາກອນນັບແຕ່ກາງເດືອນກຸມພາ ຕາມຫລັງປະເທດຮັ່ງມີອື່ນໆ ຈາກຂໍ້ກຳນົດການທົດລອງທາງຄລີນິກ ແລະ ຂະບວນການອະນຸມັດທີ່ຍາວນານ, ສ່ວນການສັກວັກຊີນໃຫ້ຜູ້ປ່ວຍສູງອາຍຸ ເຊິ່ງເລີ່ມໃນເດືອນເມສາ ຖືກເຮັດໃຫ້ຊ້າລົງຈາກການຂາດເຂີນວັກຊີນທີ່ນຳເຂົ້າ. ເຖິງຢ່າງໃດກໍດີ, ຄວາມໄວໃນການສັກວັກຊີນກໍເພີ່ມຂຶ້ນນັບແຕ່ທ້າຍເດືອນພຶດສະພາເປັນຕົ້ນມາ ແລະ ສາມາດສັກວັກຊີນໄດ້ເຖິງ 1 ລ້ານໂດສຕໍ່ວັນ.
ອີກດ້ານໜຶ່ງ, ຍີ່ປຸ່ນຍັງປະກາດຂະຫຍາຍສະຖານະການສຸກເສີນ ເນື່ອງຈາກການລະບາດຂອງໂຄວິດໃນຫລາຍພື້ນທີ່ຂອງປະເທດອອກໄປຈົນຮອດທ້າຍເດືອນນີ້ ຄວບຄຸມ 19 ຈາກ 47 ແຂວງ ເຊິ່ງລວມທັງນະຄອນຫລວງໂຕກຽວ ແລະ ໂອຊາກ້າ ໂດຍມີຜົນນັບແຕ່ວັນທີ 13 ກັນຍາ. ຂະນະທີ່ ແຂວງມິຢາງິ ແລະ ໂອຄາຢາມ່ານັ້ນພົ້ນຈາກສະພາວະສຸກເສີນ ແລະ ກາຍເປັນພື້ນທີ່ທີ່ດຳເນີນມາດຕະການແບບເຄິ່ງສຸກເສີນເຊັ່ນດຽວກັບອີກ 6 ແຂວງທີ່ຈະດຳເນີນໄປຮອດທ້າຍເດືອນກັນຍານີ້ເຊັ່ນກັນ. ການປະກາດດັ່ງກ່າວມີຂຶ້ນຫລັງມີລາຍງານວ່າ: ຍີ່ປຸ່ນວາງແຜນຈະຂະຫຍາຍການປະກາດສະຖານະການສຸກເສີນມາແຕ່ວັນທີ 8 ກັນຍາ ແລະ ຈຳນວນຜູ້ຕິດເຊື້ອທີ່ມີອາການຮຸນແຮງ ຕະຫລອດຈົນຄວາມເຄັ່ງຕຶງໃນລະບົບສາທາລະນະສຸກຍັງບໍ່ບັນເທົາລົງພໍທີ່ຈະອະນຸຍາດໃຫ້ຍົກເລີກຂໍ້ຈຳກັດຕ່າງໆໃນໂຕກຽວ ແລະ ພື້ນທີ່ອ້ອມຮອບ.
ລັດຖະບານຍີ່ປຸ່ນມີແຜນຈະສະໜັບສະໜູນການແພດຜ່ານຂັ້ນຕອນຕ່າງໆເຊັ່ນ: ການຈັດຫາຕຽງໃນໂຮງໝໍສຳລັບຜູ້ຕິດເຊື້ອໂຄວິດໃຫ້ຫລາຍຂຶ້ນ ແລະ ຍັງຕັ້ງເປົ້າຈະຈັດຕັ້ງສະຖານທີ່ທີ່ຜູ້ຕິດເຊື້ອໂຄວິດສາມາດເຂົ້າຮັບການປິ່ນປົວໄດ້ເພີ່ມຂຶ້ນ ເຊິ່ງລວມທັງການໃຫ້ອົກຊີນຳ. ນອກຈາກນີ້ ລັດຖະບານຈະຮຽກຮ້ອງໃຫ້ປະຊາຊົນງົດການເດີນທາງຂ້າມເຂດແຂວງ ເນື່ອງຈາກໃນອາທິດໜ້າຈະມີມື້ພັກ 2 ມື້.
ທັງນີ້, ລັດຖະບານຍີ່ປຸ່ນມີແຜນຈະຊຸກຍູ້ການສັກວັກຊີນ ແລະ ມາດຕະການອື່ນ ເພື່ອປ້ອງກັນການຕິດເຊື້ອຮ່ວມກັບທ້ອງຖິ່ນ ເພື່ອໃຫ້ສາມາດຍົກເລີກການປະກາດສະຖານະການສຸກເສີນໃນຍີ່ປຸ່ນໃນທ້າຍເດືອນກັນຍານີ້ຕາມກຳນົດໄວ້ໄດ້.
ອ້າງອີງ:
- https://www3.nhk.or.jp/nhkworld/en/news/20210913_01/
- https://www3.nhk.or.jp/nhkworld/en/news/20210909_02/
- https://apnews.com/article/business-health-japan-coronavirus-pandemic-4b409cf1a663759d6a434fe1faf0cc2d
- https://www.japantimes.co.jp/news/2021/09/12/national/yasutoshi-nishimura-vaccine-rate/
- https://www.reuters.com/world/asia-pacific/japan-seeks-extend-covid-emergency-curbs-tokyo-other-areas-minister-2021-09-09/
- https://ourworldindata.org/covid-vaccinations?country=OWID_WRL

