ຍ້ອນຫຍັງຄົນຈີນຈຶ່ງຄ້າຂາຍເກັ່ງ ?

ຖ້າຈະເວົ້າເຖິງຄົນຈີນ ແນ່ນອນວ່າສິ່ງທີ່ຫລາຍຄົນອາດຈະນຶກເຖິງຄຽງຄູ່ກັນໄປນຳກໍຄື ການຄ້າຂາຍ ເພາະຄົນຈີນ ໂດຍສະເພາະຄົນຈີນທີ່ອົບພະຍົບເຂົ້າມາຢູ່ລາວຈະເປັນທີ່ກ່າວຂານຫລາຍໃນດ້ານການຕັ້ງໂຕຈາກການປະກອບອາຊີບ ຄ້າຂາຍ ຈົນເຖິງປັດຈຸບັນນີ້ກໍຍັງມີທາຍາດຄົນຈີນອົບພະຍົບບາງສ່ວນກໍຍັງປະກອບອາຊີບຄ້າຂາຍກັນຢູ່ ແລະ ບາງ ຄອບຄົວກໍສາມາດຕັ້ງໂຕເລື່ອນຖານະໄດ້ຈາກການຄ້າຂາຍກໍມີ, ແຕ່ແລ້ວເປັນຫຍັງຄົນຈີນເຫລົ່ານີ້ຈຶ່ງຂາຍເຄື່ອງ ຫລື ຄ້າຂາຍເກັ່ງ ? ແລະ ພວກເຂົາມີເຄັດລັບຫຍັງກັນແດ່ ໃນບົດຄວາມນີ້ພວກເຮົາຈຶ່ງໄດ້ຫາຂໍ້ມູນ ແລະ ລວບລວມເປັນຂໍ້ ສະຫລຸບໃຫ້ໄດ້ອ່ານກັນດັ່ງນີ້ :
- ໃນການຄ້າຂາຍນັ້ນກໍມີຂໍ້ປະຕິບັດຫລາຍຢ່າງທີ່ຄົນຈີນຈະຍຶດຖື ອັນດັບທຳອິດຄື ຄົນຈີນຍອດຖືຄະຕິ “ດຸໝັ່ນ, ອົດທົນ, ຂະຫຍາຍ” ຫາກສັງເກດເບິ່ງຈະພົບວ່າຄົນຈີນເຫລົ່ານັ້ນມີຄວາມດຸໝັ່ນພາກພຽນໃນການປະກອບອາຊີບຫລາຍ ທັງຍັງ ມີຄວາມອົດ ທົນ ແລະ ບໍ່ຢ້ານກົວຕໍ່ຄວາມຍາກລຳບາກ ທັງຍັງຮູ້ຈັກຕໍ່ຍອດຈາກສິ່ງທີ່ຕົນເອງມີ ນັ້ນຈຶ່ງບໍ່ແປກໃຈ ເລີຍວ່າເປັນຫຍັງຄົນຈີນອົບພະຍົບໃນໄລຍະທຳອິດຈຶ່ງສາມາດຕັ້ງໂຕໄດ້ຈາກຊັບສິນທີ່ມີພຽງບໍ່ເທົ່າໃດຕິດໂຕມາ ອີກປະ ການໜຶ່ງກໍຄື ເມື່ອຄົນຈີນຄ້າຂາຍ ພວກເຂົາຈະໃຫ້ຄວາມສຳຄັນກັບການຄ້າຂາຍເປັນຢ່າງຫລາຍ ໂດຍອາໄສຄວາມຈິງ ໃຈ ແລະ ສິລະປະໃນການຂາຍ, ມີການປັບໂຕເອງ ແລະ ທຸລະກິດນັ້ນຕາມສະຖານະການທີ່ກຳລັງພະເຊີນຢູ່, ແຕ່ກໍຍັງຄົງ ຮັກສາເອກະລັກດັ້ງເດີມຂອງຕົນເອງໄວ້ໄດ້ຢ່າງດີເລີດ, ຊື່ສັດ, ຮັກສາເຄຣດິດຊື່ສຽງຂອງຕົນເອງ, ໃຫ້ຄວາມສຳຄັນກັບ ໜີ້ສິນທີ່ຈະບໍ່ປ່ອຍໃຫ້ທະວີຄູນໄວ້ດົນ ແລະ ບໍ່ຍ່າງຕາມຮອຍຄົນອື່ນ ໃນບ່ອນນີ້ແມ່ນອາດຈະມີແດ່ທີ່ຈະເອົາແບບຢ່າງ ຄົນທີ່ປະສົບຄວາມສຳເລັດ, ແຕ່ກໍບໍ່ເຖິງຂັ້ນຮຽນແບບໄປທຸກຈຸດ, ແຕ່ຈະເອົາມາເປັນໂຕຢ່າງ ແລະ ເອົາມາປະຍຸກກັບວິ ທີການຂອງຕົນເອງ. ເຄັດລັບການຄ້າຂາຍເກັ່ງແບບຄົນຈີນ ມີດັ່ງນີ້ :
- ຜູກມິດກ່ອນ ເຮັດທຸລະກິດຕາມຫລັງ : ນອກຈາກຈະເອົາໃຈໃສ່ກັບການຄ້າຂາຍແລ້ວ ຄົນຈີນຍັງເອົາໃຈໃສ່ກັບການ ເປັນມິດກັບຄູ່ຄ້ານຳອີກ ໂດຍອາດຈະເລີ່ມຕົ້ນໂດຍການສ້າງຄວາມລຶ້ງເຄີຍເລັກໆນ້ອຍໆເພື່ອສ້າງຄວາມສຳພັນທີ່ດີ ອັນຈະເປັນປະໂຫຍດໃນທາງການຄ້າ ແລະ ການສ້າງສາຍພົວພັນ ເຊິ່ງການຜູກມິດນີ້ນອກຈາກຈະເປັນປະໂຫຍດຕໍ່ ການຮັດແໜ້ນມິດໄມຕີແລ້ວ ຍັງເປັນປະໂຫຍດຕໍ່ການສັງເກດລັກສະນະ ແລະ ພຶດຕິກຳຂອງຄູ່ຄ້ານຳອີກ.
- ຍິ້ມແຍ້ມ : ຂໍ້ນີ້ອາດຈະໃກ້ຄຽງກັບຂໍ້ 1 ເລັກໜ້ອຍ ຮອຍຍິ້ມເປັນວິທີທີ່ດີທີ່ສຸດໃນການສະແດງຄວາມເປັນມິດກັບຄົນ ແປກໜ້າ ນອກຈາກຄົນຈີນຈະໃຊ້ຮອຍຍິ້ມເພື່ອຜູກມິດແລ້ວ ຍັງໃຊ້ເປັນກົນໄກການປ້ອງກັນໂຕນຳອີກ ໂດຍພວກ ເຂົາຍິ້ມເວລາທີ່ຮູ້ສຶກອຶດອັດ ຫລື ຕື່ນຢ້ານ ໂດຍສຳລັບຄົນຈີນນັ້ນ ການຍິ້ມເປັນເຄື່ອງມືສຳລັບການອອກສັງຄົມ ຂອງຄົນທຸກລະດັບຊັ້ນ ທ່ານຈະເບິ່ງເປັນມິດ ແລະ ມີອິດທິພົນໃນທາງທີ່ດີຕໍ່ຜູ້ຄົນຫລາຍກ່ວາດ້ວຍຮອຍຍິ້ມຂອງ ທ່ານ ດັ່ງນັ້ນແລ້ວ ການຍິ້ມແຍ້ມແຈ່ມໃສໄວ້ຕະຫລອດຈະເຮັດໃຫ້ໄດ້ປຽບໃນດ້ານທາງການຄ້ານັ້ນເອງ.
- ເວົ້າຊ້າໆ ຢ່າງຈະແຈ້ງ : ການເວົ້າຊ້າໆ ແລະ ຈະແຈ້ງເປັນສິ່ງທີ່ຈຳເປັນຫລາຍໃນການທີ່ຈະໃຫ້ຄົນອື່ນເຂົ້າໃຈໃນ ຄວາມຄິດຂອງທ່ານຢ່າງຈະແຈ້ງ ເຊິ່ງການເວົ້າໄວໆນັ້ນອາດເຮັດໃຫ້ຜູ້ຟັງອາດຈະຟັງບໍ່ທັນ ຫລື ມີລາຍລະອຽດທີ່ ຕົກເຮ່ຍໄປແດ່ ແລະ ອາດເຮັດໃຫ້ຄົນຟັງເກີດອາການເບື່ອ ຍ້ອນຟັງບໍ່ທັນໄດ້ນຳອີກ. ດັ່ງນັ້ນແລ້ວ ໃນການຄ້າຂາຍ ຈຶ່ງຄວນເວົ້າກັບຄູ່ຄ້າຢ່າງຈະແຈ້ງ, ບໍ່ຮີບຮ້ອນຈົນເກີນໄປ ເພື່ອໃຫ້ຜູ້ຟັງເຂົ້າໃຈໄດ້ງ່າຍ, ຈະແຈ້ງ ແລະ ບໍ່ມີຫຍັງທີ່ ຕົກເຮ່ຍໄປນັ້ນເອງ.
- ຢ່າເປັນກັນເອງຈົນເກີນໄປ : ໃນບ່ອນນີ້ຈະເວົ້າວ່າຢ່າຍົກຍໍໂຕເອງໃຫ້ສະເໝີກັບລູກຄ້າເລີຍກໍວ່າໄດ້, ແຕ່ຄວາມຈິງ ມັນໝາຍເຖິງການເນັ້ນອາວຸໂສເປັນຫລັກ, ຖ່ອມໂຕ ແລະ ໃຫ້ກຽດຄູ່ຄ້າເພື່ອສ້າງສຳພັນທະພາບທີ່ດີທາງການຄ້າ ນັ້ນເອງ.
- ມີສິນນ້ຳໃຈເລັກໆນ້ອຍໆ : ການມອບຂອງຂັວນໃນໂອກາດພິເສດຕ່າງໆນັ້ນ ນອກຈາກຈະເຮັດໃຫ້ຜູ້ຮັບຮູ້ສຶກຍິນດີ ໃນຂອງຂັວນທີ່ໄດ້ຮັບແລ້ວ ຍັງຈະເຮັດໃຫ້ເກີດສຳພັນທະພາບທີ່ດີລະຫ່ວາງທັງສອງຝ່າຍ ລວມໄປເຖິງຄວາມໜ້າ ເຊື່ອຖື ແລະ ການຍອມຮັບທີ່ເກີດຂຶ້ນນຳອີກ ເຊິ່ງເມື່ອມີການຍອມຮັບເກີດຂຶ້ນແລ້ວ ບໍ່ວ່າຈະເຮັດຫຍັງກໍຈະໄດ້ຮັບ ຄວາມຊ່ວຍເຫລືອ ແລະ ການສະໜັບສະໜູນຈາກຜູ້ອື່ນໄດ້ງ່າຍຂຶ້ນ ແລະ ກໍຈະປະສົບຄວາມສຳເລັດໄດ້ງ່າຍຂຶ້ນນຳ ອີກ. ຈະເຫັນໄດ້ວ່າບັນດາຄົນຈີນນັ້ນມີທັກສະ ແລະ ຫົວໃຈທີ່ເປັນນັກຂາຍຢ່າງແທ້ຈິງ ຈຶ່ງບໍ່ແປກໃຈເລີຍວ່າເປັນ ຫຍັງຄົນຈີນຈຶ່ງສາມາດຕັ້ງໂຕ ແລະ ຂະຫຍາຍຖານະໂຕເອງໄດ້ຈາກການຍຶດອາຊີບຄ້າຂາຍ ແລະ ຈາກເບື້ອງຕົ້ນ ທີ່ກ່າວໄປນັ້ນກໍສະຫລຸບໄດ້ວ່າການຄ້າຂາຍທີ່ດີຕ້ອງອາໄສຄວາມອົດທົນ, ດຸໝັ່ນ, ປັບໂຕ, ຈິງໃຈ ແລະ ໃຫ້ຄວາມ ສຳຄັນກັບລູກູ້າມາເປັນອັນດັບໜຶ່ງ.

