ວັນນີ້ໃນອະດີດ! ຄົບຮອບ​ 20ປີ ເຫດວິນາດສະກຳທີ່ນິວຢອກ ປະເທດ​ ສະຫະລັດ​ ອາເມລິກາ

ເຫດການເກີດຂຶ້ນ ເມື່ອວັນອັງຄານທີ 11​ ກັນຍາ​ 2001​ ໄດ້ມີຜູ້ກໍ່ການຮ້າຍປຸ້ນຈີ້ເຮືອບິນໂດຍສານຂອງສະຫະລັດອາເມລິກາ​ 4​ ລຳ​ ແລະ​ ບັງຄັບໃຫ້ບິນຕຳຕຶກແຝດໃນນະຄອນນິວຢອກ ສົ່ງຜຢນໃຫ້ມີຜູ່ເສຍຊີວິດ 2.996 ຄົນ​ ໂດຍແຍກດັ່ງນີ້:

– ຜູ້ກໍ່ການຮ້າຍ 19​ ຄົນ
– ຜູ້ໂດຍສານ​ ແລະ​ ພະນັກງານ​246 ຄົນ​ (ຢູ່ໃນເຄື່ອງບິນ 4​ ລຳເສຍຊີວິດທັງໝົດ).​
– ຄົນທີ່ຢູ່ຕຶກແຝດ ເວີລເທຣດເຊັນເຕີ ເສຍຊີວິດ​ທັງໝົດ​ 2.606 ຄົນ.​
– ອາຄານເພັນຕາກັອນ​ ມີຜູ້​ເສຍຊີວິດ​ 125​ ຄົນ.​

ຜູ້ເສຍຊີສິດອາຍຸນ້ອຍທີ່ສຸດ 2​ ປີ.​ ແລະ​ ເຖົ້າທີ່ສຸດແມ່ນ 82 ປີ,​

ເຊິ່ງຜູ້ເສຍຊີວິດນັ້ນມີເຖິງ 77 ສັນຊາດ​ ແລະ​ ເຈົ້າໜ້າທີ່ໄພຂອງນິວຢອກ 441 ຄົນ.​

ນອກຈາກນີ້,​ ມີອີກຫລາຍພັນຄົນທີ່ໄດ້ຮັບບາດເຈັບ,​ ມີອາການປ່ວຍທີ່ເຊື່ອມໂຍງກັບເຫດການຄັ້ງນີ້ ໂດຍສະເພາະນັກດັບເພີງທີ່ຕ້ອງສູບດົມກິ່ນອາຍຂອງຄວັນໄຟທີ່ເຕັໄປດ້ວຍມົນລະພິດ.​

ດັ່ງນັ້ນ,​ ໂລກຈຶ່ງຂະໜານນາມວ່າເປັນເຫດການສະເທືຶນຂວັນ,​ ເປັນວັນວິນາດສະກຳຄັ້ງຍິ່ງໃຫຍ່ຂອງໂລກ.​