ປະກອບຄໍາຄິດເຫັນໃສ່ຮ່າງລັດຖະບັນຍັດວ່າດ້ວຍອັດຕາຄ່າເຊົ່າ ແລະ ສໍາປະທານຊັບສິນຂອງລັດ

ໃນວັນທີ 8 ກັນຍາ 2021 ທີ່ກະຊວງການເງິນ, ໄດ້ຈັດກອງປະຊຸມປະກອບຄໍາຄິດເຫັນໃສ່ລັດຖະບັນຍັດ ເລກທີ 02/ປປທ ວ່າດ້ວຍອັດຕາຄ່າເຊົ່າ ແລະ ສໍາປະທານຊັບສິນຂອງລັດ, ໂດຍການເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີຕາງໜ້າຈາກກະຊວງຍຸຕິທໍາ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການປັບປຸງລັດຖະບັນຍັດໃນຄັ້ງນີ້ ແມ່ນເພື່ອກໍານົດອັດຕາຄ່າເຊົ່າ ແລະ ຄ່າສໍາປະທານຊັບສິນຂອງລັດ, ກໍານົດຫຼັກການ, ມາດຕະການປະຕິບັດ ເພື່ອຄວາມເປັນເອກະພາບໃນຂອບເຂດທົ່ວປະເທດແນໃສ່ເຮັດໃຫ້ການຄຸ້ມຄອງ, ການພັດທະນາ, ການປົກປັກຮັກສາ ແລະ ການນໍາໃຊ້ຊັບສິນຂອງລັດ ມີປະສິດທິຜົນ, ສາມາດຫັນຊັບສິນເປັນທຶນທັງເປັນການສົ່ງເສີມການລົງທຶນ ແລະ ສ້າງແຫຼ່ງລາຍຮັບເຂົ້າງົບປະມານ. ໃນຮ່າງລັດຖະບັນຍັດດັ່ງກ່າວ ແມ່ນໄດ້ມີການປັບປຸງດ້ານເນື້ອໃນ, ມີການກໍານົດອັດຕາຄ່າເຊົ່າ ແລະ ຄ່າສໍາປະທານຊັບສິນຂອງລັດ ພ້ອມທັງເພີ່ມເນື້ອໃນເຂົ້າເພີ່ມອີກຫຼາຍມາດຕາ ເປັນຕົ້ນອັດຕາຄ່າເຊົ່າລັດຖະສົມບັດຂອງລັດ ປະເພດສັງຫາລິມະຊັບ, ອັດຕາຄ່າສຳປະທານກິດຈະການນຳທ່ຽວທາງອາກາດ, ການເຊົ່າທີ່ດິນຂອງລັດ, ອັດຕາຄ່າເຊົ່າອາຄານຂອງລັດ, ອັດຕາຄ່າເຊົ່າຊັບສິນທີ່ບໍ່ມີຕົວຕົນ (ລິຂະສິດຂອງລັດ ຫຼື ເຄື່ອງໝາຍການຄ້າຂອງລັດ).
ພ້ອມກັນນັ້ນ, ໃນກອງປະຊຸມ ກໍ່ໄດ້ມີການປະກອບຄໍາຄິດເຫັນຈາກຕາງໜ້າບັນດາກະຊວງຕ່າງໆ ປະກອບເຂົ້າໃນລັດຖະບັນຍັດດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ສອດຄ່ອງ ກັບການຈັດຕັ້ງປະຕິບັດຕົວຈິງ ຂອງບັນດາຂະແໜງການຕ່າງໆ.
ໂອກາດດັ່ງກ່າວ,ທ່ານ ບຸນປອນ ວັນນະຈິດ ໄດ້ເນັ້ນໃຫ້ແຕ່ລະພາກສ່ວນສຸມໃສ່ປະກອບຄໍາຄິດເຫັນໃສ່ທາງດ້ານເນື້ອໃນ ທີ່ກ່ຽວຂ້ອງກັບແຕ່ລະຂະແໜງການ ເພື່ອເປັນການຢັ້ງຢືນ ໃນກໍານົດຄ່າອັດຕາຕ່າງໆ ເປັນລາຍລັກອັກສອນ ໃນນາມລັດຖະມົນຕີ ຫຼື ຫ້ອງການກະຊວງ ສົ່ງໃຫ້ ກອງເລຂາກະຊວງການເງິນ ເພື່ອຄົ້ນຄວ້າສັງລວມ ຕາມລະບຽບການ ໃຫ້ມີຄວາມເໝາະສົມ ກັບສະພາບການຕົວຈິງ ໃນປັດຈຸບັນໃຫ້ມີຄວາມສອດຄ່ອງ.
ທັງນີ້, ກໍເພື່ອປຶກສາຫາລື ກ່ຽວກັບຄວາມຄືບໜ້າການປັບປຸງບັນດາເນື້ອໃນຂອງລັດຖະບັນຍັດສະບັບດັ່ງກ່າວ ທີ່ຄາດວ່າຈະປັບປຸງ ເພື່ອປະຕິບັດນະໂຍບາຍ ຕາມທິດທາງໄດ້ກໍານົດໃນວາລະແຫ່ງຊາດ ແລະ ນໍາເຂົ້າຜ່ານກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນກັນຍາ 2021 ແລະ ເພື່ອຮັບປະກັນການຄົ້ນຄວ້າໃຫ້ມີປະສິດທິຜົນ ແລະ ທັນຕາມກໍານົດເວລາ.

