ເປີດສົກຮຽນໃໝ່ຍັງຄາໃຈນຳແຕ່ໂຄວິດ-19

ໂດຍ: ທິດກໍ່າ

ໃນວັນທີ 6 ກັນຍາ 2021 ຜ່ານມານີ້, ທາງກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເປີດສົກຮຽນໃໝ່ 2021-2022 ໃນຮູບແບບທາງອອນລາຍ ໂດຍມີຫລາຍພາກສ່ວນຈາກກົມກອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ນີ້ຄືມິຕິໃໝ່ແຫ່ງການສຶກສາຮໍ່າຮຽນທ່າມກາງການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ໃນພິທີເປີດສົກຮຽນຄັ້ງນີ້, ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໄຂສົກຮຽນໃໝ່ຢ່າງເປັນທາງການ ເຊິ່ງມີບາງຕອນທ່ານກ່າວວ່າ: ໂດຍປົກກະຕິແລ້ວ ການໄຂສົກຮຽນໃໝ່ແມ່ນຖືເອົາວັນທີ 1 ກັນຍາຂອງທຸກໆປີ, ແຕ່ສຳລັບປີນີ້ ໂດຍການເຫັນດີຂອງລັດຖະບານແມ່ນໄດ້ກຳນົດເອົາວັນທີ 6 ກັນຍາ 2021 ເປັນມື້ໄຂສົກຮຽນໃໝ່ຢ່າງເປັນເອກະພາບໃນທົ່ວປະເທດ. ການໄຂສົກຮຽນໃໝ່ປີນີ້ ກໍເພື່ອໃຫ້ສອດຄ່ອງກັບການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມກັນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ແລະ ຜູ້ປົກຄອງເດັກຊາບໂດຍທົ່ວເຖິງກັນວ່າ: ການໄຂສົກຮຽນໃໝ່ 2021-2022 ແມ່ນໃຫ້ເປັນເອກະພາບໃນທົ່ວປະເທດນັບແຕ່ຊັ້ນການສຶກສາກ່ອນໄວຮຽນຈົນຮອດການສຶກສາຊັ້ນສູງ.

ແຕ່ແນວໃດກໍຕາມ, ໃນການເປີດການຮຽນການສອນຂອງສະຖາບັນການສຶກສາແຕ່ລະແຫ່ງ, ແຕ່ລະທ້ອງຖິ່ນ ອາດແຕກຕ່າງກັນ ຂຶ້ນກັບສະຖານະການ ແລະ ການພິຈາລະນາຂອງຄະນະສະເພາະກິດຕ້ານພະຍາດໂຄວິດ-19 ໃນແຕ່ລະແຫ່ງ ແລະ ແຕ່ລະທ້ອງຖິ່ນເປັນຫລັກ. ອີກປະການໜຶ່ງ ຕ້ອງໃຫ້ເຂົ້າໃຈວ່າ, ການໄຂສົກຮຽນປີນີ້ ແມ່ນອະນຸຍາດໃຫ້ເປີດການຮຽນການສອນຢູ່ໃນໂຮງຮຽນສະເພາະແຂວງ, ເມືອງ ແລະ ທ້ອງຖິ່ນທີ່ບໍ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ໃນຊຸມຊົນ ຫລື ເວົ້າຢ່າງໜຶ່ງວ່າ ທ້ອງຖິ່ນໃດບໍ່ມີການຕິດເຊື້ອໃໝ່ໃນຊຸມຊົນເປັນເວລາ 14 ວັນຜ່ານມາແມ່ນສາມາດເປີດການຮຽນການສອນໄດ້, ສ່ວນທ້ອງຖິ່ນໃດທີ່ມີຄວາມສ່ຽງສູງແມ່ນໃຫ້ໂຈະ ຫລື ອາດຮຽນດ້ວຍຫລາຍຊ່ອງທາງ ເປັນຕົ້ນຮຽນທາງໄກຜ່ານຊ່ອງທາງເອເລັກໂຕຣນິກຕ່າງໆ, ໂທລະພາບ, ແອບຄັງປັນຍາລາວ, ຄູ ແລະ ນັກຮຽນພົບກັນເປັນກຸ່ມນ້ອຍ, ໃຫ້ຄູປະສານນຳພໍ່ແມ່ ຫລື ຜູ້ປົກຄອງໄປແນະນຳສິດສອນຢູ່ເຮືອນ.

ແຕ່ແນວໃດກໍດີ, ເພື່ອເປັນການຮັບປະກັນ ແລະ ສ້າງຄວາມໝັ້ນໃຈບໍ່ໃຫ້ພາກັນຕິດໂຄວິດ-19 ລາມພະລາມຈົວແບບຍົກຫ້ອງ ທັງຄູ-ອາຈານ ແລະ ນັກຮຽນຕ້ອງມີການວັດແທກອຸນຫະພູມ, ໃສ່ຜ້າອັດປາກອັດດັງ, ໃຊ້ຄວາມຫ່າງ, ໝັ່ນລ້າງມືດ້ວຍສະບູ ແລະ ເຈວຂ້າເຊື້ອໃຫ້ເປັນປົກກະຕິ ພວກເຮົາຈຶ່ງສາມາດລະຫ່າງຈາກໂຄວິດ-19 ໄດ້ຢ່າງປອດໄພ.

ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ຄູ-ອາຈານທຸກທ່ານທຸກສະຫາຍຈົ່ງພ້ອມກັນເປັນເຈົ້າການປະຕິບັດຢ່າງເຂັ້ມງວດ. ທັງນີ້ກໍເພື່ອຮັກສາຊີວິດອິນຊີຂອງລູກຫລານທີ່ເປັນຊັບສົມບັດອັນປະເສີດຂອງຊາດໃນອະນາຄົດ. ບັນຫາທຸກສິ່ງຢ່າງໃນການເປີດສົກຮຽນໃໝ່ປີນີ້ສິ່ງທີ່ຍັງຄາໃຈກໍແມ່ນຢ້ານລູກຫລານພາກັນຕິດໂຄວິດ-19 ແບບຍົກຫ້ອງລາມພະລາມຈົວ.