ກອງຄຸ້ມຄອງພາສີ VI ມອບຜ້າອັດປາກ-ດັງ 9 ພັນກັບໃຫ້ແກ່ຄະນະສະເພາະກິດຂັ້ນແຂວງ

ໃນວັນທີ 2 ກັນຍາ 2021 ນີ້, ຢູ່ທີ່ສະໂມສອນຂອງຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ກອງຄຸ້ມຄອງພາສີ VI, ໂດຍການນຳພາຂອງທ່ານ ແສງເພັດ ຍາດຕິວົງ ຮອງຫົວໜ້າກອງຄຸ້ມຄອງພາສີ VI ແລະ ພະນັກງານພາຍໃນໄດ້ນຳເອົາຜ້າອັດປາກ-ດັງຈຳນວນ 9.150 ກັບ (457.000 ຜືນ)ມອບໃຫ້ແກ່ຄະນະສະເພາະກິດຂັ້ນແຂວງ.
ຕາງໜ້າກ່າວຮັບໂດຍທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນຫົວໜ້າຄະນະສະເພາະກິດຂັ້ນແຂວງ, ເພື່ອນຳໃຊ້ເຂົ້າໃນວຽກງານຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ແຜ່ລະບາດຮອບໃໝ່ ແລະຍັງຂະຫຍາຕົວເປັນວົງກວ້າງພາຍໃນແຂວງສະຫວັນນະເຂດ.

