ສາທາລະນະສຸກ ສປປ ລາວ ຍັງບໍ່ມີການອະນຸຍາດໃຫ້ສັກວັກຊີນເຂັມ 3 ແລະ ການສັກແບບປະສົມ

ວັນທີ 6 ກັນຍາ 2021 ນີ້ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຊີ້ແຈງວ່າ: ປັດຈຸບັນ ສັງຄົມໃຫ້ຄວາມສົນໃຈຫຼາຍກ່ຽວກັບການສັກວັກຊີນເຂັມ 3 (Booster). ຕໍ່ບັນຫາດ່ັງກ່າວ, ຍັງບໍ່ທັນມີຫຼັກຖານຢັ້ງຢືນທາງດ້ານວິທະຍາສາດຈາກອົງການອະນາໄມໂລກກໍຄືນະໂຍບາຍຂອງກະຊວງສາທາລະນະສຸກວ່າ ມັນສາມາດກະຕຸ້ນພູມຄຸ້ມກັນເພີ່ມຂຶ້ນໄດ້ ດັ່ງທີ່ຖືກຍົກຂຶ້ນໃນສື່ສັງຄົມອອນລາຍ.
ແຕ່ເຖິງຢ່າງໃດກໍຕາມ, ພັກ-ລັດຖະບານກໍຄື ກະຊວງສາທາລະນະສຸກ ແມ່ນໄດ້ຕິດຕາມຢ່າງໃກ້ຊິດ ແລະ ມອບໝາຍໃຫ້ທີມງານວິຊາການໂດຍສົມທົບກັບອົງການອະນາໄມໂລກ ຄົ້ນຄວ້າ, ສັງລວມຂໍ້ມູນກ່ຽວກັບ ການສັກວັກຊີນເຂັມທີ 3 ລວມທັງການສັກວັກຊີນໃນກຸ່ມອາຍຸຕໍ່າກວ່າ 18 ປີ ລວມທັງການສັກວັກຊີນແບບປະສົມກັນກັນເພື່ອນຳສະເໜີໃຫ້ແກ່ກອງປະຊຸມຄະນະສະເພາະກິດ ເປັນບ່ອນອີງໃນການຕັດສິນວາງມາດຕະການໃນຕໍ່ໜ້າ.
ປັດຈຸບັນ ພວກເຮົາໄດ້ຮັບລາຍງານວ່າມີກຸ່ມຄົນຈຳນວນໜຶ່ງ ທີ່ພະຍາຍາມໄປຈຸດບໍລິການສັກວັກຊີນເພື່ອຂໍສັກເຂັມທີ 3 ເຊິ່ງພວກເຮົາໄດ້ມີການກວດກາຢ່າງເຄັ່ງຄັດ ແລະ ຖືວ່າການກະທຳດັ່ງກ່າວ ຜິດຕໍ່ລະບຽບຫຼັກການ ຈຶ່ງແຈ້ງມາຍັງບັນດາທ່ານ ວ່າການສັກວັກຊີນຄົບໂດສ ຍັງມີປະສິດທິພາບ ແລະ ປະສິດທິຜົນສູງ.

