ກົມພາສີທົດລອງປະຕິບັດກັບ 11 ບໍລິສັດທີ່ໄດ້ມາດຕະຖານ AEOຕາມກອບສັນຍາການຄ້າດ້ານສິນຄ້າອາຊຽນໃນໄລຍະ 6 ເດືອນ

ກົມພາສີ ກະຊວງການເງິນ ເຫັນດີມອບສິດໃຫ້ດ່ານພາສີສາກົນຊາຍແດນໃນຂອບເຂດທົ່ວປະເທດເປັນຜູ້ພິຈາລະນາການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຕາມກອບສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA) ຫຼື ຟອມ D ຊຶ່ງເປັນເອກະສານປະກອບການແຈ້ງພາສີເປັນລາຍລະອຽດທີ່ໄດ້ກໍານົດໄວ້ໃນມາດຕາ 27 ຂອງກົດໝາຍວ່າດ້ວຍພາສີ ສະບັບປັບປຸງເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ປະກອບມີ 11 ບໍລິສັດທີ່ບໍ່ຈໍາເປັນຕ້ອງຂໍໃບຢັ້ງຢືນສິດທິພິເສດດ້ານອັດຕາພາສີຈາກກົມພາສີໃນໄລຍະ 6 ເດືອນນັບແຕ່ວັນທີ 30 ກໍລະກົດ 2021 ເປັນຕົ້ນໄປ.

ອີງຕາມ ຂໍ້ຕົກລົງສະບັບເລກທີ 03682/ກພສ, ລົງວັນທີ 30 ກໍລະກົດ 2021 ວ່າດ້ວຍການສືບຕໍ່ການທົດ ລອງມອບສິດໃຫ້ດ່ານພາສີຊາຍແດນຮັບຮອງການໄດ້ຮັບສິດທິພິເສດດ້ານອັດຕາພາສີ ຕາມກອບສັນຍາການຄ້າດ້ານສິນຄ້າອາຊຽນ (ATIGA-FORM D) ສໍາລັບການນໍາເຂົ້າສິນຄ້າຂອງ 11 ບໍລິສັດ. ນອກຈາກພາຫະນະກົນຈັກ, ນໍ້າມັນເຊື້ອໄຟທຸກຊະນິດ, ເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ.
ຊຶ່ງວ່າການພິຈາລະນາການໄດ້ຮັບສິດທິພິເສດດ້ານອັດຕາພາສີຕາມກອບສັນຍາ ATIGA ຫຼື ຟອມ D ສະບັບນີ້ເປັນການທົດລອງຈັດຕັ້ງປະຕິບັດຊົ່ວຄາວສໍາລັບບໍລິສັດ ແລະ ຜູ້ປະກອບການທີ່ໄດ້ຮັບອະນຸຍາດເທົ່ານັ້ນ. ສໍາລັບບໍລິສັດ ແລະ ຜູ້ປະກອບການຈໍານວນ 11 ບໍລິສັດໂດຍບໍ່ຈໍາເປັນຕ້ອງຂໍໃບຢັ້ງຢືນສິດທິພິເສດດ້ານອັດຕາພາສີຈາກກົມພາສີ ເພື່ອເປັນການທົດລອງໃນການກໍານົດເງື່ອນໄຂຂອງຜູ້ປະກອບການທີ່ໄດ້ມາດຕະຖານ AEO ໃນຕໍ່ໜ້າຕາມລາຍຊື່ລຸ່ມນີ້:

1. ບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ
2. ບໍລິສັດ ເບຍລາວ ຈໍາກັດ
3. ບໍລິສັດ ນິວຈິບເຊັງ ຈໍາກັດ
4. ບໍລິສັດ ໂຄຄາ-ໂຄລາວ (ລາວ) ບອ໊ຕຕລິງ ຈໍາກັດ
5. ບໍລິສັດ ລາວຟອດຊິຕີ ຈໍາກັດ
6. ບໍລິສັດ ເອັກເປຣດຟູ໊ດ ກຣຸບ (ລາວ) ຈໍາກັດ
7. ບໍລິສັດ ລາວໂມບາຍກຣຸບ ຈໍາກັດ
8. ບໍລິສັດ ຢູນິລິເວີ ເຊີວິດ (ລາວ) ຈໍາກັດ
9. ບໍລິສັດ ທິບໂກ້ ອັດສະຟັນ (ລາວ) ຈໍາກັດ
10. ບໍລິສັດ ໂຕໂຢຕ້າລາວ ຈໍາກັດ; ແລະ
11. ບໍລິສັດ ຊີໄອການຄ້າ ຂາອອກ-ຂາເຂົ້າ ຈໍາກັດ

ການພິຈາລະນາການໄດ້ຮັບສິດທິພິເສດດ້ານອັດຕາພາສີຕາມກອບສັນຍາ ATIGA ເປັນການທົດລອງຈັດຕັ້ງປະຕິບັດຊົ່ວຄາວ, ມອບໃຫ້ດ່ານພາສີສາກົນຊາຍແດນບ່ອນນໍາເຂົ້າສະຫຼຸບລາຍງານການຈັດຕັ້ງປະຕິບັດໃຫ້ກົມພາສີຊາບເພື່ອປະເມີນຜົນໄດ້ຮັບ ແລະ ຄົ້ນຄວ້າປັບປຸງໃນຂັ້ນຕໍ່ໄປ.

ການເຂົ້າເປັນສະມາຊິກຂອງຜູ້ປະກອບການ AEO ໝາຍເຖິງຜູ້ປະກອບການມາດຕະຖານເອອີໂອແມ່ນຈະໄດ້ຮັບສິດ, ຄວາມຍຸຕິທໍາ ແລະ ຄວາມໂປ່ງໃສໃນການອໍານວຍຄວາມສະດວກດ້ານການນໍາເຂົ້າ ແລະ ສົ່ງອອກສິນຄ້າ,ເຄື່ອງຂອງໃຫ້ແກ່ຜູ້ປະກອບການມາດຕະຖານເອອີໂອ,ຮັບປະກັນຄວາມປອດໄພທາງດ້ານການຄ້າ ແລະ ແນ່ໃສ່ຍົກສູງການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຢ່າງຖືກຕ້ອງ ແລະ ເຂັ້ມງວດໂດຍສອດຄ່ອງກັບສາກົນ.

ກົມພາສີ ກະຊວງການເງິນ ສົ່ງເສີມໃຫ້ບັນດາຜູ້ປະກອບການທີ່ມີເງື່ອນໄຂ ແລະ ມີຄວາມພ້ອມສະໝັກເຂົ້າຮ່ວມແຜນງານຜູ້ປະກອບການມາດຕະຖານເອອີໂອ, ຊຶ່ງເປັນໜຶ່ງໃນແຜນງານເພີ່ມທະວີການຮ່ວມມືລະຫວ່າງລັດຖະການພາສີ ແລະ ພາກທຸລະກິດ, ເປົ້າໝາຍຫຼັກແມ່ນການສອບຖາມກ່ຽວກັບການດໍາເນີນທຸລະກິດຂອງບໍລິສັດທີ່ໄດ້ແບ່ງອອກເປັນ 7 ພາກໃຫຍ່ ແລະ ລວມເອົາ 26 ຄໍາຖາມຍ່ອຍທີ່ຕິດພັນກັບ, ໂຄງປະກອບການຈັດຕັ້ງ ແລະ ການບໍລິຫານບຸກຄະລາກອນ, ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ, ການຄຸ້ມຄອງດ້ານການເງິນ, ການຄຸ້ມຄອງດ້ານບັນຊີ, ການນໍາໃຊ້ເຄື່ອງມືດ້ານ IT ແລະ ການສື່ສານ ແລະ ການປ້ອງກັນຄວາມປອດໄພໃນທຸລະກໍາການຄ້າ.

ອີງຕາມ ຄໍາແນະນໍາວ່າດ້ວຍການຄຸ້ມຄອງຜູ້ປະກອບການມາດຕະຖານເອອີໂອ (Authorized Economic Operators) ສະບັບເລກທີ 1159/ກງ, ລົງວັນທີ 18 ເມສາ 2019 ໄດ້ແນະນໍາກ່ຽວກັບສິດຂອງຜູ້ປະກອບການມາດຕະຖານເອອີໂອ ແມ່ນມີສິດສະເໜີໃຫ້ລັດຖະການພາສີອໍານວຍຄວາມສະດວກໃນການກວດປ່ອຍສິນຄ້າຂອງຕົນ ເປັນກໍລະນີພິເສດຄື:

1. ມີສິດສະເໜີໃຫ້ລັດຖະການພາສີດໍາເນີນການກວດກາ ແລະ ຮັບຮອງເອກະສານແຈ້ງພາສີກ່ອນລ່ວງ ໜ້າສິນຄ້າຮອດດ່ານ 7 ວັນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 29 ຂອງກົດໝາຍວ່າດ້ວຍພາສີ;
2. ມີສິດສະເໜີໃຫ້ລັດຖະການພາສີເພື່ອດໍາເນີນການກວດກາສິນຄ້າຕົວຈີງຢູ່ສາງຂອງຕົນເອງ ເພື່ອຫຼຸດ ຜ່ອນການຄວບຄຸມກວດກາຢູ່ດ່ານພາສີຊາຍແດນ;
3. ມີສິດສະເໜີໃຫ້ລັດຖະການພາສີ ພິຈາລະນາໃຫ້ບໍລິການນອກໂມງລັດຖະການໃນກໍລະນີມີຄວາມຈໍາເປັນຮີບດ່ວນ;
4. ມີສິດສະເໜີໃຫ້ລັດຖະການພາສີປັບປຸງຂັ້ນຕອນ, ກົນໄກ ແລະ ວິທີການເພື່ອທະວີການອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສອດຄ່ອງກັບກົດໝາຍ, ລະບຽບການຄ້າພາຍໃນ ແລະ ລະບຽບການສາກົນ.

ສຳລັບຂັ້ນຕອນການສະເໜີຂໍການຢັ້ງຢືນເປັນ ຜູ້ປະກອບການມາດຕະຖານເອອີໂອ ແມ່ນຜູ້ປະກອບການຕ້ອງປະຕິບັດດັ່ງນີ້:
1. ຕ້ອງປະເມີນຜົນຕົນເອງຕາມແບບຟອມທີ່ກົມພາສີກໍານົດ (ແບບຟອມດັ່ງກ່າວສາມາດດາວໂຫຼດໄດ້ທີ່ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຫຼື ເວັບໄຊຂອງກົມພາສີ. http://customs.gov.la/
2. ຍື່ນໜັງສືສະເໜີເຖິງຫົວໜ້າພາສີ ເພື່ອແຈ້ງເຈດຈໍານົງຂອງບໍລິສັດທີ່ມີຄວາມຕ້ອງການເປັນຜູ້ປະກອບການມາດຕະຖານເອອີໂອດ້ວຍຄວາມສະໝັກໃຈ ພ້ອມທັງຄັດຕິດບົດປະເມີນຜົນດ້ວຍຕົນເອງ ແລະ ເອກະສານທີ່ກ່ຽວຂ້ອງ.