ປະກອບຄຳເຫັນໃສ່ຮ່າງລັດຖະບັນຍັດ ເລກທີ 02ວ່າດ້ວຍອັດຕາຄ່າເຊົ່າ ແລະ ຄ່າສໍາປະທານທີ່ດິນລັດ

ໃນວັນທີ 30 ສິງຫາ 2021 ຜ່ານມາ, ທີ່ກະຊວງການເງິນ, ໄດ້ມີກອງປະຊຸມປະກອບຄຳເຫັນການປັບປຸງເນື້ອໃນລະອຽດຂອງຮ່າງລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 02/ປປທ, ລົງວັນທີ 18 ພະຈິກ 2009 ວ່າດ້ວຍອັດຕາຄ່າເຊົ່າ ແລະ ຄ່າສຳປະທານດິນຂອງລັດ, ໂດຍການເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ,ມີທ່ານ ພູດົງ ສຸຂະວົງ ຮັກສາການຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ, ມີຜູ້ຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ,ທ່ານ ພູດົງ ສຸຂະວົງ ໄດ້ຂຶ້ນຜ່ານຮ່າງລັດຖະບັນຍັດວ່າດ້ວຍອັດຕາຄ່າເຊົ່າຄ່າສຳປະທານທີ່ດິນຂອງລັດ. ໃນນັ້ນ, ມີ 2 ພາກຄືບົດບັນຍັດທົ່ວໄປ, ການກຳນົດອັດຕາຄ່າເຊົ່າ ແລະ ຄ່າສຳປະທານຊັບສິນຂອງລັດ,ປະກອບມີ 4 ໝວດ ປະກອບມີ, ໝວດອັດຕາຄ່າເຊົ່າລັດຖະສົມບັດຂອງລັດປະເພດສັງຫາລິມະຊັບ, ໝວດອັດຕາຄ່າເຊົ່າລັດຖະສົມບັດຂອງລັດປະເພດອະສັງຫາລິມະຊັບ, ໝວດອັດຕາຄ່າເຊົ່າໜ້ານ້ຳ, ອັດຕາຄ່າເຊົ່າຊັບສິນທີ່ບໍ່ມີຕົວຕົນ (ລິຂະສິດຂອງລັດ ຫຼື ເຄື່ອງໝາຍການຄ້າຂອງລັດ) ແລະ ໃນນັ້ນປະກອບມີທັງໝົດ 25 ມາດຕາ, ຊຶ່ງລັດຖະບັດຍັດສະບັບບນີ້ໄດ້ກຳນົດອັດຕາຄ່າເຊົ່າ ແລະ ຄ່າສຳປະທານຊັບສິນຂອງລັດ, ການກຳນົດຫຼັກການ, ມາດຕະການປະ ຕິບັດ, ເພື່ອຄວາມເປັນເອກະພາບໃນຂອບເຂດທົ່ວປະເທດແນໃສ່ຮັດກຸ່ມການຄຸ້ມຄອງ, ການພັດທະນາ, ການປົກປັກຮັກສາ ແລະ ການນຳໃຊ້ຊັບສິນຂອງລັດມີປະສິດທິຜົນ, ສາມາດຫັນຊັບສິນເປັນທຶນທັງເປັນການສົ່ງເສີມການລົງທຶນ ແລະ ສ້າງແຫຼ່ງລາຍຮັບເຂົ້າງົບປະມານແຫ່ງລັດ.
ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳເຫັນໃສ່ບາງມາດຕາຂອງລັດຖະບັນຍັດວ່າດ້ວຍອັດຕາຄ່າເຊົ່າ ແລະ ຄ່າສຳປະທານຊັບສິນຂອງລັດເປັນຕົ້ນແມ່ນ: ມາດຕາ 2 ຄ່າເຊົ່າ ແລະ ຄ່າສຳປະທານຊັບສິນຂອງລັດ, ມາດຕາ 3 ຫຼັກການກຳນົດຄ່າເຊົ່າ ແລະ ສຳປະທານຊັບສິນຂອງລັດ, ມາດຕາ 6 ອັດຕາຄ່າເຊົ່າຊື້ສັງຫາລິມະຊັບ,ມາດຕາ 7 ອັດຕາຄ່າສຳປະທານກິດຈະການນຳທ່ຽວທາງອາກາດ, ມາດຕາ 8 ການເຊົ່າທີ່ດິນຂອງລັດ, ມາດຕາ 9 ອັດຕາຄ່າເຊົ່າທີ່ດິນຂອງລັດ ເພື່ອດຳເນີນກິດຈະການໂຮງງານອຸດສາຫະກຳ, ມາດຕາ 10 ອັດຕາຄ່າເຊົ່າທີ່ດິນລັດ ເພື່ອກິດຈະການກໍ່ສ້າງເຄຫະສະຖານ, ເພື່ອຮັບໃສ່ຜົນປະໂຫຍດທາງດ້ານການຄ້າ ແລະ ການບໍລິການ, ມາດຕາ 14 ອັດຕາຄ່າເຊົ່າທີ່ດິນຂອງລັດ ເພື່ອກິດຈະການສຳປະທານດ້ານພະລັງງານໄຟຟ້າ, ມາດຕາ 21 ອັດຕາຄ່າເຊົ່າໜ້ານ້ຳແບບຄົງທີ່, ມາດຕາ 23 ອັດຕາຄ່າເຊົ່າຊັບສິນທີ່ບໍ່ມີຕົວຕົນ (ລິຂະສິດຂອງລັດ ຫຼື ເຄື່ອງໝາຍການຄ້າຂອງລັດ).

